ການຄ້າສະຫວັນລົງຕິດຕາມສິນຄ້າໃນເທສະບານແຂວງ

  ເພື່ອເປັນການຜັນຂະຫຍາຍເນື້ອໃນຄຳສັ່ງແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂດໃນໂອກາດທີ່ເກີດພະຍາດລະບາດໂຄວິດ-19, ໃນການປິດຕະຫຼາດ ແລະຮ້ານຂາຍເຄື່ອງທີ່ບໍ່ຈຳເປັນເຊັ່ນ: ຮ້ານຂາຍເຄື່ອງຍ່ອຍ, ຮ້ານຂາຍເສື້ອ-ຜ້າ, ແຜ່ນແພໃນທົ່ວແຂວງ ແລະອະນຸຍາດໃຫ້ຂາຍສະເພາະສິນຄ້າປະເພດກະສິກຳຕອບສະໜອງໃຫ້ການບໍລິໂພກປະຈຳວັນເທົ່ານັ້ນ.

  ດັ່ງນັ້ນມາໃນວັນທີ 8 ເມສາ 2020 ທ່ານ ໂພສີສ້ອຍ ກຸທິລາດ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນນະເຂດພ້ອມດ້ວຍບັນດາຂະແໜງການອ້ອມຂ້າງພະແນກໄດ້ພ້ອມກັນລົງຕິດຕາມ, ກວດກາ, ຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂສະບັບເລກທີ 758/ຈສ,ສຂ, ລົງວັນທີ 2/4/2020 ເພື່ອປະຕິບັດຕາມຄຳສັ່ງເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະ ບາດ, ຄວບຄຸມ ແລະກຽມຄວາມພ້ອມເພື່ອຕ້ານພະຍາດໂຄວິດ-19, ຊຶ່ງໄດ້ລະບຸໄວ້ວ່າ: ໃຫ້ປິດການຂາຍເຄື່ອງຍ່ອຍ, ຂາຍເສື້ອ-ຜ້າຢູ່ ໃນຕະຫຼາດຕ່າງໆໃນທົ່ວແຂວງ ແລະອະນຸຍາດໃຫ້ຂາຍສະເພາະສິນຄ້າປະເພດກະສິກຳເພື່ອຕອບສະໜອງໃຫ້ການບໍລິໂພກ,ໃນນັ້ນສຳລັບຢູ່ຕະຫຼາດສະຫວັນໄຊສ່ວນຫຼາຍແມ່ນໄດ້ມີການປິດຮ້ານຂາຍເຄື່ອງເປັນສ່ວນໃຫຍ່, ຍັງເຫຼືອພຽງສິນຄ້າບໍລິໂພກ.

ສະໜັບສະໜູນໂດຍ: HONDA

  ໂອກາດນີ້ ທ່ານ ໂພສີສ້ອຍ ກຸທິລາດ ຍັງໄດ້ຕິດຕາມລາຄາສິນຄ້າຕາມທ້ອງຕະຫຼາດຊຶ່ງເຫັນວ່າສິນຄ້າສ່ວນໃຫຍ່ຍັງມີລາຄາຄົງເດີມ, ຍັງບໍ່ມີຜູ້ສວຍໂອກາດຂຶ້ນລາຄາ, ພ້ອມທັງໄດ້ແນະນຳໃຫ້ຜູ້ຂາຍສິນຄ້າໃຫ້ຕິດລາຄາເພື່ອຄວາມໂປ່ງໃສທັງຜູ້ຊື້ແລະຜູ້ຂາຍ, ຈາກນັ້ນກໍ່ໄດ້ລົງໄປຕິດຕາມ,ກວດກາ ແລະຕິດຕາມລາຄາສິນຄ້າຢູ່ຕະຫຼາດຫຼັກ 8 ຕື່ມອີກ.

  ໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ, ຈົ່ງພ້ອມກັນເຫັນໃຈ ແລະຮ່ວມກັນຈັດຕັ້ງປະຕິບັດທຸກມະຕິຄຳສັ່ງທີ່ທາງຂັ້ນເທິງວາງອອກ, ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19 ທີ່ທົ່ວໂລກໄດ້ພົບບັນຫາພ້ອມກັນກັບພວກເຮົາຈົນກວ່າພະຍາດລະບາດຄັ້ງນີ້ຈະສາມາດຄວບຄຸມໄດ້ຢູ່ໃນສະພາບປົກກະຕິ.