ພິໂກະທາໂຣ່ ເປີດຊີງເກີນໃໝ່ ຊວນຄົນລ້າງມືສູ້ໂຄວິດ

 ພິໂກະທາໂຣ່ເຈົ້າຂອງເພງດັງ ສຸດແນວ ພີພີເອພີ ຫຼື PPAP (Pen Pineapple Apple Pen) ເປີດໂຕຊີງເກີນໃໝ່ທີ່ມີເນື້ອໃນ ຊວນໃຫ້ຜູ້ຄົນລ້າງມືເພື່ອປ້ອງກັນ ເຊື້ອພະຍາດໂຄວິດ-19  ແລະກາຍ ເປັນເພງຮິດຕິດຫູຂອງບັນດາຊາວເນັດຢ່າງວ່ອງໄວ.

 ໄດມາໂອະ ໂຄຊາກະສີລະປິນຕະລົກຄົນຍີ່ປຸ່ນ ຫຼື ທີ່ຮູ້ຈັກກັນໃນນາມ ພີໂກະທາໂຣ່ ເຈົ້າຂອງເພງ ສຸດແນວທີ່ເຄີຍໂດ່ງດັງໄປທົ່ວໂລກ ຈົນເປັນກະແສຕອບຮັບທີ່ດີໄປທົ່ວ ໂລກອອນລາຍຄື PPAP (Pen Pineapple Apple Pen) ໃນປີ 2016 ອອກຊີງເກີນໃໝ່ມີຄວາມຍາວ 1 ນາທີ ທີ່ເຂົ້າກັບສະຖານະການການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19 ໂດຍໃສ່ ຊື່ວ່າ PPAP-2020 ຫຼື Pray for People And Peace ໂດຍ ເພງນີ້ໃຊ້ດົນຕີ ແລະທຳນອງຂອງ ເພງ Pen Pineapple Apple Pen ມາໃສ່ເນື້ອຫາຂົນຂວາຍໃຫ້ຜູ້ຄົນລ້າງມືເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19.

--------

ຮຽບຮຽງໂດຍ: ຟ້າ