ຜົ້ງສາລີຕິດຕາມໃກ້ຊິດສະພາບຈຳໜ່າຍສິນຄ້າ

 ໃນວັນທີ 26 ມີນາທີ່ຜ່ານມາທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຜົ້ງສາລີພ້ອມທີມງານເຈົ້າໜ້າທີ່ກວດກາການຄ້າແຂວງລົງສົມທົບກັບວິຊາການຫ້ອງການອຸດສາຫະກໍາ ແລະການຄ້າເມືອງຜົ້ງສາລີໄດ້ລົງເຄື່ອນໄຫວຕິດຕາມຄຸ້ມຄອງ, ການຈໍລະຈອນສິນຄ້າ,ການສະໜອງສິນຄ້າທຸກປະເພດໃນທ້ອງຕະຫຼາດພາຍໃນຕະຫຼາດເທສະບານເມືອງຜົ້ງສາລີໂດຍສະເພາະໄດ້ຜັນຂະຫຍາຍແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າສະບັບເລກທີ 0267/ພອຄ.ຜລ. ພ້ອມກັນນັ້ນ,ທາງການໄດ້ມີການປິດດ່ານທ້ອງຖິ່ນຫຼາຍແຫ່ງພາໃຫ້ມີຜົນກະທົບຕໍ່ກັບການຈໍລະຈອນສິນຄ້າພາຍໃນຫຼາຍດ້ານ,ໂດຍສະເພາະສິນຄ້າສະບຽງອາຫານປະເພດສໍາເລັດຮູບ ແລະເຄື່ອງໃຊ້ສອຍປະຈໍາວັນບາງສ່ວນ, ບັນດາຫ້າງຮ້ານ, ທຸລະກິດການຄ້າຂາຍຍົກ, ການຄ້າຂາຍຍ່ອຍທົ່ວໄປ,ວັດຖຸປັດໃຈການຜະລິດຂອງນັກທຸລະກິດ ແລະປະຊາຊົນຈໍານວນໜຶ່ງທີ່ຈໍາເປັນຕ້ອງນຳເຂົ້າ, ແຕ່ທາງທີມງານໄດ້ເກັບກໍາຂໍ້ມູນຕົວຈິງໃນປະຈຸບັນເຫັນວ່າສິນຄ້າ,ລາຄາເປັນປົກກະຕິ ແລະພຽງພໍກັບຄວາມຕ້ອງການ.

 ຕໍ່ຜູ້ບໍລິໂພກຢູ່ກັບສະພາບການສະໜອງ, ການດຸນດ່ຽງການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການໃນຕະຫຼາດເທສະບານພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະ ບາດພະຍາດອັກເສບປອດສາຍພັນໃໝ່ ຫຼືໂຄວິດ-19 (CO VID-19).

 ໃນປະຈຸບັນເຫັນວ່າການຈໍລະຈອນຊື້-ຂາຍສິນຄ້າ,ການສະໜອງສະບຽງອາຫານໃນຕະຫຼາດແມ່ນຍັງປົກກະຕິທາງຂະແໜງການຄ້າພາຍໃນໄດ້ເອົາໃຈໃສ່ລົງເຄື່ອນໄຫວຕິດຕາມກວດກາຄຸ້ມຄອງຢ່າງໃກ້ຊິດ ແລະ ພ້ອມທັງປະສານກັບພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ແລະ ບັນດາແຂວງອ້ອມຂ້າງເພື່ອຮັບຮອງການດຸນດຽງການສະ ໜອງສະບຽງອາຫານຕະຫຼາດພາຍໃນ ແລະສະໜອງໃຫ້ປະຊາຊົນຜູ້ຊຸມໃຊ້ຢ່າງເປັນປົກກະຕິ.

  ຖ້າຫາກມີການຂາຍເກີນລາຄາ, ຊ່ວຍແຈ້ງໃຫ້ຂະແໜງການຄ້າພາຍໃນໂທດ່ວນ: 088 210034, 020 5227 2777