ເຊໂປນ ສັ່ງຫ້າມປະຊາຊົນໃກ້ຈຸດສ່ຽງໂຄວິດ-19

  ຍ້ອນເຫັນຄວາມສຳຄັນປະຊາຊົນໂດຍສະເພາະເມືອງເຊໂປນເພື່ອເປັນການສະກັດກັ້ນ ແລະຫຼີກລ່ຽງຄວາມສ່ຽງຕໍ່ການແຜລະບາດຂອງເຊື້ອພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ລາມໄປໃນວົງກວ້າງເຈົ້າເມືອງເຊໂປນຈຶ່ງອອກຄໍາສັ່ງຫ້າມປະຊາຊົນທົ່ວໄປເດີນທາງໄປຈຸດທີ່ມີຄວາມສ່ຽງພ້ອມເຂັ້ມງວດໃນການຈັດຕັ້ງປະຕິບັດ.

  ໂດຍອີງຕາມແຈ້ງການເຈົ້າເມືອງເຊໂປນຫ້າມປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ບັນດາຜູ້ປະກອບ ການທັງພາຍໃນ ແລະ ຕ່າງປະເທດລົງຕັ້ງວົງຊຸມນຸມ, ຈັດກິດຈະກໍາ ແລະຫຼິ້ນນ້ໍາເຊຕາມຈຸດຕ່າງໆ ຢ່າງເດັດຂາດເປັນຕົ້ນແມ່ນຈຸດເຊບັງຫຽງ (ກ້ອງຂົວເຊບັງຫຽງ) ຈຸດຕາດສະໂຄຍ,ຸດບ້ານວັງຊ້າງ,ຈຸດແກ້ງກະສານບ້ານໂພນໄຮ, ຈຸດແກ້ງກົກເດືອ ( ທາງເຂົ້າວິລະບຸລີ) ຈຸດຂົວໄມ້ບ້ານທ່າເມ, ຈຸດສວນອຸທິຍານແດນສະຫວັນ (ຫ້ວຍ ປະລາດ) ຈຸດຂົວອູ່ບ້ານດົງໃຫຍ່.

 ນອກຈາກຈຸດທີ່ໄດ້ກໍານົດນັ້ນແລ້ວຫ້າມມີການຈັດງານສ້າງສັນ-ຊຸມແຊວຕາມສາຍນໍ້າເຊເປັນຕົ້ນ:  ສາຍນໍ້າເຊໂປນ, ສາຍນໍ້າເຊບັງຫຽງ ແລະສາຍນໍ້າເຊກອກ; ຫ້າມປະຊາຊົນ,ພໍ່ຄ້າຊາວຂາຍທັງຄົນລາວ ແລະຕ່າງປະເທດທີ່ປະກອບການພາຍໃນເມືອງນໍາເອົາເຄື່ອງລົງຂາຍຕາມຈຸດທີ່ກໍານົດໄວ້ຄ້າງເທິງຢ່າງເດັດຂາດມອບໃຫ້ຫ້ອງການ ຖວທ ເມືອງ, ກອງບັນຊາການ ປກສ ເມືອງ ແລະກອງບັນຊາການທະຫານເມືອງເປັນເຈົ້າ-ການໃນການຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ.

ແນວໃດກໍຕາມຖ້າຫາກພາກສ່ວນໃດ, ບຸກຄົນໃດຫາກມີການລະເມີດແມ່ນໃຫ້ປະຕິບັດຕາມລະບຽບກົດຫມາຍ-ຢ່າງ ເຂັ້ມງວດການຈັດຕັ້ງປະຕິບັດ; ການຕິດຕາມກວດກາຖ້າເຫັນວ່າມີຄວາມຫຍຸ້ງຍາກແມ່ນໃຫ້ລາຍງານຫາຂັ້ນເທິງ ແລະພາກສ່ວນທີ່ກ່ຽວຂ້ອງໂດຍດ່ວນມອບໃຫ້ປະຊາຊົນທີ່ອາໄສຢູ່ໃກ້ຄຽງກັບສະຖານທີ່ດັ່ງກ່າວຖ້າຫາກພົບເຫັນພາກສ່ວນໃດ, ບຸກຄົນໃດແມ່ນໃຫ້ແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງດ່ວນ.

__________________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ