ຜູ້ຕິດເຊື້ອໂຄວິດ-19 ໃນລາວຍັງຢູ່ 9 ກໍລະນີມີຜູ້ສຳພັດ 183 ຄົນ

  ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ເປີດເຜີຍຮອດວັນທີ 31 ມີນາ ລະ ບຸວ່າໄດ້ກວດວິເຄາະກໍລະນີສົງໄສທີ່ໄດ້ເພີ່ມຂຶ້ນທັງໝົດເປັນ 407 ກໍລະນີ ແຕ່ຜົນກວດອອກມາເປັບລົບທັງໝົດສ່ວນຕົວເລກຜູ້ຕິດເຊື້ອຍັງເປັນ 9 ກໍລະນີເໝືອນເດີມ.

  ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກຜູ້ປະຈໍາການຄະນະສະເພາະກິດໄດ້ຖະແຫຼງຕໍ່ສື່ມວນຊົນໃຫ້ຮູ້ວ່າ: ໃນຈຳນວນຜູ້ຕິດເຊື້ອໂຄວິດ-19 ພວກເຮົາກໍມີຂໍ້ມູນພວກກ່ຽວມີຜູ້ສຳຜັດໃກ້ຊິດທັງໝົດ 183 ຄົນດັ່ງນີ້:

   ຜູ້ຕິດເຊື້ອທີ 1: ມີຜູ້ສຳຜັດໃກ້ຊິດກັບ ລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ

   ຜູ້ຕິດເຊື້ອທີ 2: ມີຜູ້ສຳຜັດໃກ້ຊິດກັບ ລາວ 45 ຄົນ ນະຄອນຫຼວງ 11 ຄົນ, ຫຼວງພະບາງ 10 ແລະອຸດົມໄຊ 24 ຄົນ.

   ຜູ້ຕິດເຊື້ອທີ 3: ມີຜູ້ສຳຜັດໃກ້ຊິດກັບ ລາວ 21 ຄົນ

   ທັງໝົດຢູ່ນະຄອນຫຼວງວຽງຈັນ

   ຜູ້ຕິດເຊື້ອທີ 4: ມີຜູ້ສຳຜັດໃກ້ຊິດກັບ ລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ

   ຜູ້ຕິດເຊື້ອທີ 5: ມີຜູ້ສຳຜັດໃກ້ຊິດກັບ ລາວ 2 ຄົນ ນະຄອນຫຼວງ

   ຜູ້ຕິດເຊື້ອທີ 6: ມີຜູ້ສຳຜັດໃກ້ຊິດກັບ ລາວ 8 ຄົນ ນະຄອນຫຼວງ

   ຜູ້ຕິດເຊື້ອທີ 7: ມີຜູ້ສຳຜັດໃກ້ຊິດ ກັບລາວ16 ຄົນ ນະຄອນຫຼວງ

   ຜູ້ຕິດເຊື້ອທີ 8: ມີຜູ້ສຳຜັດໃກ້ຊິດ ກັບລາວ22 ຄົນ ນະຄອນຫຼວງ

   ຜູ້ຕິດເຊື້ອທີ 9: ມີຜູ້ສຳຜັດໃກ້ຊິດກັບ ລາວ 7 ຄົນ ນະຄອນຫຼວງ

  ສະນັ້ນຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະຈະມີແພດເຮົາໄປຕິດຕາມອາການທຸກມື້ຖ້າຫາກມີອາການ ຫຼືກວດພົບວ່າເປັນບວກກໍຕ້ອງໄດ້ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.

 ສ່ວນອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມທີ່ໂຮງໝໍທັງໝົດ 9 ຄົນ ໃນນັ້ນ 6 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 3 ຄົນຢູ່ໂຮງໝໍຫຼວງພະບາງມ່ນມີອາການຊົງຕົວຂັ້ນເບົາບາງ ແລະໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.