ມ້າງເຮືອນຫໍ ຈຸງກິ-ເຮຄຽວ ຫຼັງຢ່າຮ້າງເກືອບ 1 ປີ

 ເຖິງວ່າຈະເຊັນໃບຢ່າຮ້າງ ກັນໄປແລ້ວແຕ່ເບິ່ງວ່າຫຼາຍຄົນຍັງ ກໍໃຫ້ຄວາມສົນໃຈສໍາລັບອະດີດຄູ່ ຮັກຊຸບຕຣາຊື່ດັງແຫ່ງວົງການບັນ ເທີງ ສ.ເກົາຫຼີຄື ຊົງຈຸງກິ-ຊົງເຮ ຄຽວ ຊຶ່ງຫຼັງຈາກທີ່ຢ່າຮ້າງກັນກໍ ຖືກຈັບຕາເລື່ອງມໍລະດົກລວມໄປ ຮອດເຮືອນຫໍທັງສອງທີ່ມີມູນຄ່າຫຼາຍກວ່າ 300 ລ້ານບາດ.

  ເມື່ອບໍ່ດົນມານີ້ສື່ ສ.ເກົາຫຼີ ດັງ ຄື Biz Korea  ກໍໄດ້ໃຫ້ຮູ້ວ່າ: ເຮືອນ ສຸດຫຼູທີ່ເປັນເຮືອນຫໍຂອງທັງສອງ ຊຶ່ງຕັ້ງຢູ່ໃນຍານອິແທວອນນັ້ນ ໄດ້ຖືກມ້າງເປັນທີ່ຮຽບຮ້ອຍແລ້ວ ໂດຍສະພາບບ້ານໃນຂະນະນີ້ບໍ່ຄືເກົ່າ ແລະຈະມີການສ້າງບ້ານຫຼັງ ໃໝ່ທີ່ຖືກສ້າງຂຶ້ນມາແທນທີ່ນັ້ນຜູ້ອາໄສຈະເປັນພະເອກໜຸ່ມ ຈຸງກິ ເຈົ້າຂອງທີ່ ຫຼື ອາດຈະສ້າງເພື່ອ ໃຫ້ຄອບຄົວມາຢູ່ຮ່ວມກັນໃນເຂດເສດຖີສໍາຄັນຂອງກຸງໂຊລກໍອາດ ເປັນໄປໄດ້.

-----

ຮຽບຮຽງໂດຍ: ຟ້າ