ຍ້ອນພິດໂຄວິດ-19 ເຮັດໃຫ້ຍອດຂາຍສະມາດໂຟນ ຕົກລົງທົ່ວໂລກ

    ສະຖານະການໂຄວິດ-19 ທີ່ລະບາດທົ່ວໂລກກະທົບທຸກພາກ ສ່ວນບໍ່ເວັ້ນແຕ່ຕະຫຼາດສະມາດໂຟນ ທີ່ໄດ້ຮັບຜົນກະທົບໄປບໍ່ນ້ອຍເລີຍ.

 Strategy Analytics ບໍລິສັດວິເຄາະຕະຫຼາດລາຍງານວ່າຍອດຂາຍສະມາດໂຟນທົ່ວໂລກຫຼຸດລົງ ເຖິງ 38% ໃນເດືອນກຸມພາ 2020 ເມື່ອທຽບກັບປີ 2019 ຍອດຂາຍ ຈາກ 99,2 ລ້ານເຄື່ອງເຫຼືອ 61,8 ລ້ານເຄື່ອງນັບເປັນການຫຼຸດລົງທີ່ ຫຼາຍທີ່ສຸດໃນປະວັດສາດດ້ວຍບັນຫາຫຼາຍຢ່າງເຊັ່ນຜູ້ຊື້ກັງວົນເລື່ອງການແຜ່ລະບາດຂອງໂຄວິດ-19 ຫຼື ແມ່ນແຕ່ໂຮງງານຜູ້ຜະລິດສະ ມາດໂຟນກໍຕ້ອງຢຸດຜະລິດດ້ວຍ.

Linda Sui ຈາກ Strategy Analytics ລາຍງານວ່າຍອດ ຂາຍສະມາດໂຟນຫຼຸດລົງທຸກໄລຍະລາຄາຕັ້ງແຕ່ລຸ້ນລາຄາຖືກໄປຈົນ ເຖິງລາຄາແພງບໍ່ແມ່ນສະເພາະລຸ້ນ ພຣີມຽມເທົ່ານັ້ນທີ່ຫຼຸດລົງ.

  ແລະບໍ່ຕ່າງຈາກທີ່ເຮົາຄິດໄວ້ ຄາດວ່າສະຖານະການຂອງເດືອນມີນາກໍຍັງຄົງບໍ່ດີຂຶ້ນພໍປານໃດໄວຣັດໂຄໂຣນາຍັງແຜ່ລະບາດຢູ່ຢ່າງຕໍ່ເນື່ອງໃນເອີຣົບ ແລະອາເມລິກາ ເໜືອຍັງເຮັດໃຫ້ຮ້ານຄ້າຕ້ອງປິດຕົວລວມທັງຜູ້ບໍລິໂພກບໍ່ສາມາດ ອອກຈາກພື້ນທີ່ໄດ້ແຕ່ສະຖານະການໃນ ສປ ຈີນ ກຳລັງດີຂຶ້ນຢ່າງຕໍ່ເນື່ອງພາກທຸລະກິດຂອງຈີນເລີ່ມ ກັບມາຂັບເຄື່ອນໄດ້ແດ່ແລ້ວ.

---------

ໜັງສືພິມເສດຖະກິດ-ສັງຄົມ