ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ

  ຈຳນວນຜູ້ຕິດເຊື້ອໄວຣັດໂຄວິດ-19 ທົ່ວໂລກເພີ່ມຂຶ້ນຫຼາຍກວ່າ 7 ແສນຄົນ ແລະມີຜູ້ເສຍຊີວິດຫຼາຍກວ່າ 33.800 ຄົນ ໂດຍອີຕາລີອັນດັບ 1 ຕົວເລກ ຜູ້ເສຍຊີວິດສ່ວນອາເມລິກາມີຜຸ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

  ຕາມຂ່າວຕ່າງປະເທດລາຍງານວ່າຈຳນວນຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນ 718.600 ຄົນ ໄປແລ້ວຈົນເຖິງເຊົ້າວັນທີ 30 ມີນາ ຈາກສະຖິຕິລວບລວມໂດຍມະຫາວິທະຍາໄລຈອນຮອບກິນສະຖາບັນທາງການແພດຊື່ດັງໃນອາເມລິກາໂດຍໄວຣັດໂຄວິດ-19 ຊຶ່ງລະບາດຄັ້ງທໍາອິດໃນເມືອງອູ່ຮັ່ນຂອງ ສປ ຈີນ ໃນເດືອນ ທັນວາປີທີ່ຜ່ານມາ ແລະລະບາດລຸກລາມໄປຢ່າງໜ້ອຍ 177 ປະເທດ ແລະດິນແດນທົ່ວໂລກຊຶ່ງມີຜູ້ເສຍຊີວິດແລ້ວຫຼາຍກວ່າ 33.800 ຄົນ ສ່ວນຜູ້ຕິດເຊື້ອທົ່ວໂລກທີ່ປິ່ນປົວດີແລ້ວຢູ່ທີ່ 149.082 ຄົນ,  ຊຶ່ງອີຕາລີ, ແອັດສະປາຍ, ຈີນ ແລະອີຣານຍັງເປັນປະເທດທີ່ມີຜູ້ເສຍຊີວິດສູງສຸດແຕ່ຈຳນວນຜູ້ຕິດເຊື້ອໃນອາເມລິກາເພີ່ມຂຶ້ນມາເປັນອັນດັັບ 1 ຫຼາຍທີ່ສຸດໃນໂລກຢູ່ທີ່ 140.886 ຄົນແລະເສຍຊີວິດ 2.467 ຄົນ.

ສະໜັບສະໜູນໂດຍ: HONDA

  ອີຕາລີມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກຢູ່ທີ່ 10.779 ຄົນ ຈາກຈຳນວນຜູ້ຕິດເຊື້ອເກືອບ 98 ພັນຄົນ ຂະນະທີ່ແອັດສະປາຍມີຜູ້ເສຍຊີວິດ 6.606 ຄົນ ຈາກຜູ້ຕິດເຊື້ອຫຼາຍກວ່າ 78.700 ຄົນ ສ່ວນຈີນມີຜູ້ເສຍຊີວິດ 3.304 ຄົນ ແລະມີຜູ້ຕິດເຊື້ອ 82.100 ຄົນຂະນະດຽວກັນອີຣານມີຜູ້ເສຍຊີວິດ 2.640 ຄົນ ຈຳນວນຜູ້ຕິດເຊື້ອ 38.300 ຄົນ.