ຍີ່ປຸ່ນພິຈາລະນາຢຸດຕິສາຍການບິນສາກົນ

  ບັນດາບໍລິສັດການບິນຍີ່ປຸ່ນໄດ້ຢຸດຕິ ຫຼືຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ, ໃນນັ້ນມີ ສປ ຈີນ, .ເກົາຫຼີ, ເອີຣົບ ແລະອາເມລິກາ.

  ຕາມຂ່າວຕ່າງປະເທດລາຍງານວ່າບັນດາບໍລິສັດການບິນໃຫຍ່ຂອງຍີ່ປຸ່ນໃຫ້ຮູ້ວ່າ: ພວມຄິດໄລ່ເຖິງເລື່ອງຢຸດຕິໂດຍຊົ່ວຄາວ ຫຼືຫຼຸດຜ່ອນບາງຖ້ຽວບິນສາກົນ້ອນກະ ຊວງການຕ່າງປະເທດຍີ່ປຸ່ນຫາກໍ່ຍົກລະດັບຄຳກ່າວເຕືອນກ່ຽວກັບການໄປມາເຖິງທຸກປະເທດໃນໂລກພ້ອມທັງກະຕຸກຊຸກຍູ້ປະຊາຊົນຍີ່ປຸ່ນສະກັດກັ້ນການໄປຕ່າງປະ ເທດຖ້າບໍ່ມີຄວາມຈຳເປັນ,ໃນສະພາບໂລກລະບາດໂຄວິດ-19 ນີ້,ບັນດາບໍລິສັດການບິນຍີ່ປຸ່ນໄດ້ຢຸດຕິ ຫຼືຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ,ໃນນັ້ນມີຈີນ, .ເກົາ ຫຼີ, ເອີລົບ ແລະອາເມລິກາ.

ສະໜັບສະໜູນໂດຍ: HONDA

  ຂະນະທີ່ສະຖານະການການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໃນຍີ່ປຸ່ນຍັງໜ້າເປັນຫ່ວງໂດຍໃນວັນທີ 28 ມີນາ ຕົວເລກຜູ້ຕິດເຊື້ອທົ່ວປະເທດຈຳນວນ 1.724 ຄົນເສຍຊີວິດ 55 ຄົນ.

______________

ໜັງສືພິມເສດຖະກິດ-ສັງຄົມ