ບໍ່ແກ້ວສິນຄ້າບາງປະເພດເລີ່ມຂາດຕະຫຼາດ ແລະເເພງຂື້ນ

  ໂຄວິດ-19 ສົ່ງຜົນກະທົບຕໍ່ປະຊາຊົນເຮັດໃຫ້ສິນຄ້າໃນທ້ອງຕະຫຼາດຈຳນວນໜຶ່ງຢູ່ພາຍໃນແຂວງບໍ່ແກ້ວມີການເໜັງຕີງ ແລະສິນຄ້າບາງຈຳນວນຂາດຕະຫຼາດແນວໃດກໍດີທັງນີ້ໜ່ວຍງານທີ່ກ່ຽວຂ້ອງຂອງແຂວງໄດ້ເອົາໃນໃສ່ລົງຕິດຕາມຢ່າງໃກ້ຊິດພ້ອມແນະນຳແນວທາງໃນການແກ້ໄຂເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງ.

   ທ່ານ ແສງປັນ ສຸລິແປງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄດ້ໃຫ້ຮູ້ວ່າ: ຕໍ່ກັບບັນຫາດັ່ງກ່າວທາງພະແນກອຸດສາຫະກຳ ແລະ ການຄ້າ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ແຕ່ງຕັ້ງໜ່ວຍສະເພາະກິດຂຶ້ນ 2ຈຸດລົງຕິດຕາມກວດກາຄຸ້ມຄອງການເໜັງຕີງຂອງລາຄາສິນຄ້າຕາມທ້ອງຕະຫຼາດໃນເທສະບານເມືອງ ແລະຕະຫຼາດຕາມຊົນນະບົດທຸກວັນພະຫັດແລະວັນອາທິດເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະສວຍໂອກາດຂຶ້ນລາຄາສິນຄ້າ.

   ວັນທີ 26 ມີນາຜ່ານມາທາງໜ່ວຍສະເພາະກິດໄດ້ລົງຕິດຕາມກວດກາຢູ່ຕະຫຼາດວັງວິວຜ່ານການກວດກາເຫັນວ່າສະພາບປະຈຸບັນມີຄວາມຫຍຸ້ງຍາກໃນການສະ ໜອງ, ຄວາມຕ້ອງການສິນຄ້າບາງປະເພດແມ່ນຫຼຸດລົງ ແລະລາຄາສິນຄ້າບາງປະເພດລາຄາກໍ່ເພີ່ມຂຶ້ນ 5- 10% ແລະບາງປະເພດກໍ່ເພີ່ມຂຶ້ນຫຼາຍເຊັ່ນ: ໝາກນາວໃນເມືອກ່ອນຂາຍລາຄາ 10 ພັນກີບຕໍ່ກິໂລປະຈຸບັນແມ່ນຂາຍ 40 ພັນກີບຕໍ່ກິໂລ ໃນນີ້ສິນຄ້າທີ່ຂາດຕະຫຼາດຈຳນວນໜຶ່ງແມ່ນປະເພດປາດຸກ, ໄຂ່ໄກ່, ສິນຄ້າສຳເລັດຮູບ ແລະເຄິ່ງສຳເລັດຮູບສິນຄ້າປະເພດນີ້ແມ່ນນໍາເຂົ້າມາຈາກຕ່າງປະເທດ ແລະຕ່າງແຂວງເປັນຫຼັກ.

  ເນື່ອງຈາກວ່າໄດ້ມີແຈ້ງການປິດດ່ານໃນຂອບເຂດທົ່ວປະເທດຕາມແຈ້ງການຂອງກະຊວງການຕ່າງປະເທດໂດຍສະເພາະແມ່ນແຂວງບໍ່ແກ້ວເຮັດໃຫ້ການຂົນສົ່ງສິນຄ້າແມ່ນມີຄວາມຫຍຸ້ງຍາກຕໍ່ກັບບັນຫາດັ່ງກ່າວທາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ນຳສະເໜີຕໍ່ຂັ້ນເທິງເພື່ອຊອກຫາວິທີແກ້ໄຂສຳລັບສິນຄ້າທີ່ເປັນປະເພດພືດຜັກຍັງສາມາຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ.

  ໂອກາດນີ້ໃນນາມພະແນກວິຊາການຂອງພວກເຮົາຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໂດຍສະເພາະແມ່ນເວົ້າເລື່ອງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຫັນມາປູກຝັງ-ລ້ຽງສັດ ຕາມຄວາມສາມາດຕາມເງື່ອນໄຂເພາະວ່າໄລຍະພະຍາດ ໂຄວິດ-19 ລະບາດນີ້ມັນມີຄວາມຈຳເປັນ,ເກີດວິກິດການພະຍາດໂຄວິດ 19 ອີກເທື່ອໜຶ່ງກໍ່ຮຽກຮ້ອງມາຍັງທຸກພາກໃຫ້ຢຸດການຊຸມນຸມ, ການຊຸມແຊວນີ້ເພື່ອຈະເປັນການລະບາດຂອງພະຍາດດັ່ງກ່າວ.

_____________

ຂຽນໂດຍ: ບຸນເພັດ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ