ເມືອງດຽວພົບແຮງງານລາວກັບຈາກໄທບໍ່ຖືກຕ້ອງ 203 ຄົນ ດຽວນີ້ເຂົ້າສູ່ແຍກປ່ຽວ

  ວັນທີ 29 ມີນາ 2020 ຜ່ານມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນແຂວງໄດ້ສືບຕໍ່ລົງຢ້ຽມຢາມແຮງງານລາວທີ່ມາຈາກຕ່າງປະເທດທີ່ສູນກັກກັນປະຖົມດອນຫວາຍ ແລະ ມສ ທ່າແພ ເມືອງສອງຄອນ.

 ໂອກາດນີ້ ທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 24-28 ມີນາ 2020 ໄດ້ມີລົດນຳສົ່ງແຮງງານລາວທີ່ມາຈາກປະເທດໄທເຖິງເມືອງສອງຄອນມີ 15 ຄັນ, ມີ 693 ຄົນ, ຍິງ 323 ຄົນ ເຂົ້າມາຈາກບ່ອນອື່ນ1.636 ຄົນ, ຍິງ 876 ຄົນ ປະຈຸບັນທົ່ວເມືອງມີສູນກັກກັນທັງໝົດ 56 ສູນ, ມີແຮງງານທີ່ຖືກກັກກັນ 2.449 ຄົນ, ຍິງ 1.246 ຄົນ.

  ຈາກນັ້ນທ່ານເຈົ້າແຂວງກໍ່ຍັງໄດ້ສືບຕໍ່ລົງຢ້ຽມຢາມແຮງງານລາວທີ່ຖືກກັກກັນທີ່ສູນ ມສ ເຮືອນຫີນ, ມສ ໄຊພູທອງ, ປະຖົມຫົວຫາດ, ປະຖົມທ່າໂພຊຶ່ງທົ່ວເມືອງໄຊພູທອງ ມີສູນກັກກັນທັງໝົດ 48 ສູນ, ມີ 1.817 ຄົນ, ຍິງ 791 ຄົນ, ເຂົ້າມາໂດຍບໍ່ຖືກຕ້ອງ 203 ຄົນ, ຍິງ 85 ຄົນ ປະຈຸບັນທາງເມືອງແມ່ນໄດ້ກຽມສູນແຍກປ່ຽວຢູ່ໂຮງໝໍເມືອງມີ 4 ຫ້ອງ ແລະຢູ່ໂຮງຮຽນທີ່ໃກ້ກັບໂຮງໝໍມີ 8 ຫ້ອງ.

 ໂອກາດລົງຢ້ຽມຢາມແຮງງານລາວທີ່ສູນກັກກັນຄັ້ງນີ້ທ່ານເຈົ້າແຂວງກໍ່ໄດ້ເນັ້ນໃຫ້ອຳນາດການປົກຄອງຂອງເມືອງ, ຂອງບ້ານຕ້ອງໄດ້ເອົາໃຈໃສ່ໃນການເຝົ້າລະວັງຢ່າງເຂັ້ມງວດນອກຈາກການເຮັດໜ້າທີ່ປ້ອງກັນຢູ່ສູນແລ້ວຕ້ອງໄດ້ຖືເອົາວຽກງານປ້ອງກັນຄວາມປອດໄພຢູ່ທາງບ້ານຕື່ມອີກຢ້ານມີຜູ້ສວຍໂອກາດກໍ່ເຫດຂີ້ລັກງັດແງະ, ກໍ່ ຄວາມບໍ່ສະຫງົບສຸກພາຍໃນບ້ານ.

ສະໜັບສະໜູນໂດຍ: HONDA

 ພ້ອມນີ້ທ່ານເຈົ້າແຂວງຍັງໄດ້ແນະນຳໃຫ້ທຸກຄົນຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົນເອງໃນຊ່ວງໄລຍະທີ່ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເຮົາບໍ່ສາມາດຮູ້ໄດ້ວ່າພະຍາດດັ່ງກ່າວຈະເກີດຂຶ້ນຢູ່ຈຸດໃດແດ່ສະນັ້ນພວກເຮົາຕ້ອງຖືເອົາວຽກງານປ້ອງກັນເປັນບັນຫາສຳຄັນໂດຍການໃສ່ຜ້າອັດປາກ, ໝັ່ນອະນາໄມມືເປັນປະຈຳ, ຂະຫຍາຍສູນກັກກັນລົງໂຮງຮຽນໃນບ້ານທີ່ມີເງື່ອນໄຂເປັນອີກສູນໜຶ່ງ, ເດັດຂາດບໍ່ໃຫ້ມີຄວາມແອອັດພາຍໃນສູນຖ້າຫາກບຸກຄົນໃດມີອາການເຂົ້າຂ່າຍກໍລະນີສົງໃສຕ້ອງໄດ້ແຍກປ່ຽວ ແລະນຳສົ່ງໂຮງໝໍໂດຍໄວ.

____________

ຂຽນໂດຍອັກສອນສິນ ພົມມະຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ