ມອບ-ຮັບ ຫົວໜ້າຫ້ອງການ ຖວທ ເມືອງອຸທຸມພອນ

  ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງອຸທຸມພອນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງການດັ່ງກ່າວ, ໂດຍການເຂົ້າ ຮ່ວມຂອງທ່ານ ຈິນດາວັນ ບຸດລາສີ ຮອງເລຂາພັກເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີທ່ານ ນາງ ລຳທອງ ຈັນທະແສງ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບການຊີ້ນຳ-ນຳພາວຽກງານໃນໄລຍະ 5 ປີ ຜ່ານມາ, ບໍ່ວ່າຈະເປັນວຽກງານຖະແຫຼງຂ່າວ, ວຽກງານບໍລິຫານ, ຈັດຕັ້ງ, ວຽກງານວັດທະນະທຳ ແລະວຽກງານທ່ອງທ່ຽວ,ຊຶ່ງມີຫຼາຍໜ້າວຽກທີ່ຈັດຕັ້ງປະຕິບັດສຳເລັດ ແລະຫຼາຍວຽກທີ່ຍັງຄ້າງຄາຈະຕ້ອງໃຫ້ຫົວໜ້າຜູ້ໃໝ່ສຶບຕໍ່ຈັດຕັ້ງປະຕິບັດ.

   ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ນາງ ລຳທອງ ຈັນທະແສງ ຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າກັບທ່ານ ສຸພົນ ບຸນຍາລາດ ຫົວໜ້າຫ້ອງການ ຖວທ ຜູ້ໃໝ່, ຍ້າຍມາຈາກຫ້ອງການແຜນການ-ການລົງທຶນເມືອງ, ສ່ວນວ່າທ່ານ ນາງ ລຳທອງ ຈັນທະແສງ ແມ່ນໄປຮັບໜ້າທີ່ໃໝ່ເປັນປະທານແນວລາວສ້າງຊາດເມືອງ.

ສະໜັບສະໜູນໂດຍ: HONDA

  ໂອກາດເຂົ້າຮ່ວມທ່ານ ຈິນດາວັນ ບຸດລາສີ ຮອງເລຂາພັກ ເມືອງກໍ່ໄດ້ເນັ້ນໃຫ້ຜູ້ທີ່ມາຮັບໜ້າທີ່ຕ້ອງໄດ້ສຶບຕໍ່ຊີ້ນຳ-ນຳພາແຕ່ລະວຽກງານທີ່ຄົງຄ້າງໃຫ້ສຳເລັດບໍ່ວ່າຈະເປັນຊຸກຍູ້ຄອບຄົວທີ່ຍັງບໍ່ທັນໄດ້ຮັບນາມມະຍົດເປັນຄອບຄົວວັດທະນະທຳ,ຊຸກຍູ້ແຫຼ່ງທ່ອງທ່ຽວເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຕາມສະຖານທີ່ຕ່າງໆໃຫ້ຫຼາຍຂື້ນ ແລະວຽກງານດ້ານອື່ນໆກໍ່ເຊັ່ນດຽວກັນ.

---------

ໜັງສືພິມເສດຖະກິດ-ສັງຄົມ