ໄຊຍະບູລີ ປະກາດແຕ່ງຕັ້ງພະນັກງານຫຼາຍຕຳແໜ່ງ

   ພິທີປະກາດພະນັກງານພັກການ-ຮັບອຸດໜູນບໍານານ ແລະແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະກີລາ, ພະແນກສາທາລະນະສຸກ ແລະພະ ແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ມີນາ ຜ່ານມາທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາແຂວງ, ເຂົ້າຮ່ວມມີທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີກໍາມະການ ພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ມີຫົວ ໜ້າ, ຮອງຫົວໜ້າຫ້ອງການສາທາເມືອງ, ສຶກສາທິການ ແລະກີລາ, ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງທົ່ວແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງພະແນກເຂົ້າຮ່ວມ.

  ໃນພິທີທ່ານ ຄໍາສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 132,137 ແລະເລກທີ 326/ຈຂ ຊຍວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນໃຫ້ພັກການຮັບອຸດໜູນບໍານານ ແລະພັກການເພື່ອລໍຖ້າເຂົ້າຮັບອຸດໜູນບໍານານຕາມລະບຽບ; ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015, ອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ເຈົ້າແຂວງໄຊຍະບູລີຕົກລົງເຫັນດີໃຫ້ທ່ານ ຈັນທີ ສີມະນີຈັນ ຫົວໜ້າພະແນກ ຖວທ ແຂວງພັກການຮັບອຸດໜູນບໍານານ, ທ່ານ ດຣ ນາງ ຄໍາຜິວ ພູທອນສີ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງພັກການລໍຖ້າຮັບອຸດໜູນບໍານານ.

  ພ້ອມດຽວກັນນີ້ທ່ານ ຈັນເພັງ ແສງຄໍາ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງໄຊຍະບູລີ ສະບັບ ເລກທີ 235, 272 , 270, 302/ຈຂຊຍ, ລົງວັນທີ 10 ມີນາ 2020, ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ວ່າດ້ວຍສິດ ແລະໜ້າທີ່ເຈົ້າແຂວງ,ເຈົ້າຄອງນະຄອນ,ອີງຕາມມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງສະບັບເລກທີ 008, 007/ຄປຈຊຍ,ລົງວັນທີ 26 ກຸມພາ 202 0 ວ່າດ້ວຍການພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນແຂວງໄຊຍະບູລີ, ເຈົ້າແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງທ່ານ ນາງ ບົວຈັນ ພັນທະວົງ ຮອງຫົວໜ້າພະແນກ ຖວທ ຂຶ້ນເປັນຫົວໜ້າພະແນກ ຖວທ ແຂວງ, ແຕ່ງຕັ້ງທ່ານ ອ່ອນຕາພົມມະຈິດ ຮອງຫົວໜ້າພະແນກ ສຶກສາທິການ ແລະກີລາຂຶ້ນເປັນ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ແຕ່ງຕັ້ງທ່ານ ດຣ ສິງຄໍາ ຮັກປະສິດ ຮອງຫົວໜ້າພະແນກສາທາລະນະສຸກຂຶ້ນເປັນຫົວໜ້າພະແນກສາທາລະນະສຸກແຂວງ, ແຕ່ງ ຕັ້ງທ່ານ ອຸດົມ ວິໄລສັກ ຫົວໜ້າພະແນກກີລາເພື່ອສຸຂະພາບກົມກີລາມວນຊົນກະຊວງສຶກສາທິການ ແລະ ກີລາເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ.

 ຈາກນັ້ນທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງປະທານຄະນະສະມາຊິກສະພາປະຊາຊົນແຂວງໄດ້ໃຫ້ກຽດໂອ້ລົມຕໍ່ບັນດາທ່ານທີ່ໄດ້ຮັບອຸດໜູນບໍານານ ແລະຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງໄດ້ຕັ້ງໜ້າປະກອບສ່ວນຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນວຽກງານທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບການເມືອງໃຫ້ສູງ, ເປັນເຈົ້າການຊີ້ນໍາ-ນໍາພາທຸກຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດ, ປັບປຸງແຜນແບບວິທີນໍາພາວິທີເຮັດວຽກໃຫ້ດີ, ເຮັດວຽກຕ້ອງເປັນໝູ່ຄະນະບຸກຄົນຮັບຜິດຊອບມີລະບອບປະຊຸມປະຈໍາເດືອນ 3 ເດືອນ ແລະ ປີເພື່ອລາຍງານໃຫ້ສາຍຕັ້ງ-ສາຍຂວາງໃຫ້ເປັນປົກກະຕິແຕ່ສິ່ງສໍາຄັນຕ້ອງຍົກສູງຄວາມສາມັກຄີພາຍໃນໝູ່ຄະນະ ແລະພະນັກງານພາຍໃນພະແນກໃຫ້ມີຄວາມໜັກແໜ້ນເຂັ້ມແຂງເພື່ອພ້ອມ ກັນເຮັດຫຼອນໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ສໍາເລັດຜົນຕາມລະດັບຄາດໝາຍ.

---------

ໜັງສືພິມເສດຖະກິດ-ສັງຄົມ