20 ຄອບຄົວໄຟໄໝ້ຢູ່ຊານໄຊໄດ້ຮັບການຊ່ວຍເຫຼືອ

 ໃນວັນທີ 26 ມີນາ 2020 ນີ້ ການນໍາແຂວງອັດຕະປື ນໍາໂດຍທ່າ  ລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍອໍານາດການປົກຄອງເມືອງຊານໄຊ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນມູນຄ່າ 87 ລ້ານກີບ ແລະເງິນ 20 ລ້ານກີບ ໄປມອບໃຫ້ 20 ຄອບຄົວຢູ່ບ້ານດາກຍົກທີ່ໄດ້ປະສົບເຄາະຮ້າຍໄຟໄໝ້ຮືອນໃນຄັ້ງວັນ ທີ 22 ມີນາຜ່ານມາຊຶ່ງມີ 20 ຫຼັງຄາເຮືອນຖືກໄຟໄໝ້ເສຍຫາຍໝົດ ແລະ ມີ 125 ຄົນໄດ້ຮັບຜົນກະທົບຂາດມີທີ່ຢູ່ອາໄສຕາມການປະເມີນເບື້ອງຕົ້ນໄຟໄໝ້ດັ່ງກ່າວມູນຄ່າເສຍຫາຍມີປະມານ 200 ກວ່າລ້ານກີບ.

 ພິທີມອບຮັບເຄື່ອງຊ່ວຍເຫຼືອບັນເທົາທຸກແລະເງິນຊ່ວຍເຫຼືອເບື້ອງຕົ້ນໄດ້ຈັດຂຶ້ນບ້ານດາກຍົກໃຫ້ກຽດມອບໂດຍທ່ານ ເລັດ ໄຊຍະພອນ ແລະຮັບໂດຍຄອບຄົວທີ່ຖືກເຄາະຮ້າຍໄຟໄໝ້ເຮືອນທັງ 20 ຄອບຄົວ ໂດຍຊ້ອງໜ້າອໍານາດການປົກຄອງເມືອງ, ບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ, ເຄື່ອງທີ່ນໍາມາຊ່ວຍເຫຼືອໃນເທື່ອນີ້ມີສັງກະສີ, ເຂົ້າສານ ແລະເຄື່ອງໃຊ້ຄົວເຮືອນຈໍານວນໜຶ່ງ.

  ໂອກາດດັ່ງກ່າວເຈົ້າເມືອງເມືອງຊານໄຊ ຕາງໜ້າໃຫ້ອຳນາດການປົກຄອງເມືອງ ແລະປະຊາຊົນທີ່ຖືກອັກຄີໄຟກ່າວສະແດງຄວາມຂອບໃຈມາຍັງອຳນາດການປົກຄອງແຂວງທຸກພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມເປັນຫວ່ງເປັນໃຍນໍາເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ປະຊາຊົນໃນຄັ້ງນີ້ ແລະ ໃຫ້ສັນຍາວ່າຈະນຳພາຄອບຄົວທີ່ໄດ້ຮັບຜົນກະ ທົບຄ່ອຍສ້າງສາປັບປຸງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນຄອບຄົວທ່ານ ພົງໄຊ ປະທານບໍ່ຄຳວັງຕັດກໍ່ໄດ້ນໍາເອົາເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງມາມອບໃຫ້ຄອບຄົວຖືກອັກຄີໄຟຕື່ມອີກ.

___________

ຂຽນໂດຍສິດຕິພອນ ສຸວັນນະວົງ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ