ຫາລືກ່ຽວກັບແຜນພັດທະນາບ້ານເມືອງຫານ ແລະບ້ານໂພນຈັນ

  ກອງປະຊຸມປຶກສາຫາລືກ່ຽວກັບແຜນພັດທະນາ 2 ບ້ານຄື: ບ້ານເມືອງຫານ ແລະບ້ານໂພນຈັນລະຫວ່າງອົງການປົກຄອງເມືອງກັບບໍລິສັດ ໄຟຟ້າຫົງສາ ຈໍາກັດ,ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມີນາ 2020 ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະປ່າໄມ້ເມືອງໂດຍມີທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆຫົງສາ, ທ່ານ ນາງ ສຸລານີ ພູສຸວັນ ຕາງໜ້າບໍລິສັດໄຟ ຟ້າຫົງສາ ຈໍາກັດ, ພ້ອມດ້ວຍຄະນະມີບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

  ທ່ານ ຈັນເພັງ ອູ່ທອງຄໍາ ຮອງ ເຈົ້າເມືອງກໍໄດ້ຜ່ານຈຸດປະສົງເພື່ອຄົ້ນຄວ້າປຶກສາຫາລືກ່ຽວກັບການຮັບຮອງເອົາແຜນພັດທະນາ ບ້ານເມືອງຫານ ແລະບ້ານໂພນຈັນ ໃນໄລຍະປີ 2021-2024. ໂດຍໄດ້ສືບເນື່ອງຈາກສັນຍາສໍາປະທານໂຄງການໄຟຟ້າພະລັງ ຄວາມຮ້ອນຫົງສາ ແລະແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 627/ ຫສນຍ, ລົງວັນທີ 11 ເມສາ 2019, ຫຼັງຈາກນັ້ນ ທ່ານຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆຫົງສາ, ກໍໄດ້ຂຶ້ນຜ່ານສັງລວມບັນດາໂຄງ ການ 2 ບ້ານ, ພ້ອມນັ້ນຜູ້ເຂົ້າຮວ່ມໄດ້ມີຄໍາຄິດ-ຄໍາເຫັນ ແລະ ພ້ອມກັນຕົກລົງເປັນກະພາບກັນຮັບຮອງເອົາໂຄງການທີ່ຈະຈັດຕັ້ງປະຕິບັດໃນໄລຍະ 5 ປີ (2021-2024) ຢູ່ບ້ານເມືອງຫານ ແລະ ບ້ານໂພນຈັນໃນຈໍານວນ 18 ໂຄງການ, ເຫັນດີຈັດບູລິມະສິດທີ່ຈະສະເໜີເອົາເຂົ້າແຜນປີ 2021 ຈໍານວນ 8 ໂຄງການຄື: ໂຄງການສໍາຫຼວດອອກແບບກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແລະຮ່ອງລະບາຍນໍ້າບ້ານເມືອງຫານ ແລະບ້ານໂພນຈັນ, ໂຄງການສໍາຫຼວດ-ອອກແບບກໍ່ສ້າງເສັ້ນທາງປູຍາງ 2 ຊັ້ນບ້ານວຽງແກ້ວ-ໂຮຽຮຽນມັດທະຍົມສົມບູນບ້ານເມືອງຫານ, ໂຄງການກໍ່ສ້າງຕາຄ່າຍໄຟຟ້າ ແລະ ໄຟຟ້າເຍືອງທາງຂອງສອງບ້ານ, ໂຄງການກໍ່ສ້າງຫໍປະຊຸມບ້ານ ແລະຫ້ອງການບ້ານເມືອງຫານ, ໂຄງການສົ່ງເສີມ ແລະພັດທະນາກຸ່ມອາຊີບຂອງຊຸມຊົນ, ໂຄງການສຶກສາ, ສໍາຫຼວດ, ອອກແບບ ແລະກໍ່ສ້າງອ່າງເກັບນໍ້າແຫຼ້, ໂຄງ ການກໍ່ສ້າງສະໜາມຖິ້ມຂີ້ເຫຍື້ອ, ໂຄງການລົງສຸຂະສຶກສາ ແລະ ກວດສຸຂະພາບໃຫ້ແກ່ປະຊາຊົນຂອງສອງບ້ານ 2 ຄັ້ງຕໍ່ປີ, ສ່ວນໂຄງການທີ່ຍັງເຫຼືອແມ່ນຈະໄດ້ຄົ້ນຄວ້ານໍາສະເໜີເຂົ້າແຜນຈັດຕັ້ງປະຕິ ບັດໃນແຕ່ລະປີຈົນຮອດປີ 2024, ນອກນັ້ນຍັງໄດ້ເອກະພາບກັນລະຫວ່າງອົງການປົກຄອງເມືອງ ແລະບໍລິສັດໄຟຟ້າຫົງສາຈໍາກັດຈະໄດ້ລົງສົມທົບກັນໃນການລົງສໍາຫຼວດອອກແບບ, ຂັ້ນຕອນການຂຽນບົດສະເໜີໂຄງການແມ່ນປະຕິບັດຕາມຂັ້ນຕອນຂອງລັດຖະບານໂດຍແມ່ນຝ່າຍລັດເປັນເຈົ້າຂອງໂຄງການ.

  ໃນຕອນທ້າຍພິທີ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງໆຫົງສາ, ກໍ່ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດກ່ຽວກັບແຜນພັດທະນາ 2 ບ້ານ ລະຫວ່າງອົງການປົກຄອງເມືອງກັບບໍລິສັດໄຟຟ້າຫົງສາຈໍາກັດໃນຄັ້ງນີ້ໃຫ້ປາກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.

__________

ຂຽນໂດຍ: ບຸນປອນ ສຸກສົມບັດ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ