ທ່ານນາຍົກ ລົງຕິດຕາມການປະຕິບັດມາດຕະການຕ້ານ COVID-19 ຢູ່ແຂວງສະຫວັນນະເຂດ

 ພາຍຫຼັງສໍາເລັດການເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກໃນການປ້ອງກັນ, ຄວບຄຸມ ແລະຕອບໂຕ້ການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ແຂວງຄຳມ່ວນ, ມາໃນຕອນບ່າຍຂອງວັນດຽວກັນ (26 ມີນາ 2020) ຄະນະຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີໄດ້ສືບຕໍ່ຢ້ຽມຢາມ ແລະປະຕິບັດວຽກງານດັ່ງກ່າວທີ່ແຂວງສະຫວັນນະເຂດ,ໂດຍໄດ້ໄປກວດກາເບິ່ງສະພາບຄວາມເປັນຈິງຂອງການບໍລິການ ແລະຄຸ້ມຄອງຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ, ຈາກນັ້ນກໍ່ໄປຢ້ຽມຢາມໂຮງໝໍແຂວງ ແລະສູນກັກກັນບໍລິເວນຄົນເຂົ້າເມືອງຊົ່ວຄາວຢູ່ຈຸດໂຮງຮຽນມັດທະຍົມສົມບູນບ້ານຊອກ, ນະຄອນໄກສອນພົມວິຫານ.

 ນັບແຕ່ວັນທີ 20-25 ມີນາ 2020 ມີຄົນທີ່ເດີນທາງມາຈາກປະເທດໄທເຂົ້າຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ທັງໝົດຈຳນວນ 16.000 ກວ່າຄົນ, ຊຶ່ງໄດ້ມີການກວດກາສຸຂະພາບຖ້າຜູ້ໃດມີອາການທີ່ສົງກໍ່ຖືກສົ່ງຕົວເຂົ້າກັກກັນເພື່ອຕິດຕາມອາການຢູ່ໂຮງໝໍແຂວງ, ສ່ວນຜູ້ທີ່ກວດແລ້ວແຕ່ບໍ່ພົບອາການສົງໄສ ແມ່ນໄດ້ສົ່ງເຂົ້າໄປສູນຮອງຮັບກັບໍລິເວນຊົ່ວຄາວທີ່ທາງແຂວງໄດ້ຈັດກຽມໄວ້ຢູ່ບັນດາເມືອງກໍ່ຄືທ້ອງຖິ່ນຂອງຕົນເພື່ອເຝົ້າຕິດຕາມອາການ 14 ວັນ ຢູ່ 154 ສູນໃນ 15 ເມືອງທົ່ວແຂວງ. ຜ່ານມາ ແຂວງສະຫວັນນະເຂດ ພົບຜູ້ສົງໄສເຂົ້ານິຍາມຕິດເຊື້ອ COVID-19ນວນ 6 ກໍລະນີ, ຊຶ່ງຜົນການກວດແມ່ນບໍ່ພົບຜູ້ຕິດເຊື້ອ.

ສະໜັບສະໜູນໂດຍ: HONDA------------

ໃນການລົງຢ້ຽມຢາມ ແລະຕິດຕາມສະພາບການຢູ່ສະຖານທີ່ຕ່າງໆ ຂອງແຂວງສະຫວັນນະເຂດ ໃນຄັ້ງນີ້ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າໜ້າທີ່ ທີ່ຮັບຜິດຊອບບໍລິການ ແລະຄຸ້ມຄອງຄົນເຂົ້າ-ອອກດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2, ອົງການປົກຄອງທ້ອງຖິ່ນ ແລະທຸກພາກສວ່ນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງເຊື້ອພະຍາດ COVID-19 ທີ່ລັດຖະບານກໍ່ຄືທ້ອງຖິ່ນວາງອອກຢ່າງເຂັ້ມງວດ ແລະເປັນຮູບປະທຳຕົວຈິງ, ທັງມີຫົວຄິດປະດິດສ້າງປະຕິບັດວຽກງານບາງດ້ານເພີ່ມເຕີມຕື່ມດ້ວຍຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການຕົວຈິງ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນຈາກການແຜ່ລະບາດຂອງເຊື້ອພະຍາດ

CO VID-19. ອັນສໍາຄັນ, ທ່ານ ໄດ້ເນັ້ນໜັກໃຫ້ປະຊາຊົນຜູ້ທີ່ກໍາລັງກັກກັນຕົນເອງຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຄວາມອົດທົນພະຍາຍາມ, ຕັດສິນໃຈຢ່າງເດັດດ່ຽວເຂົ້າຮ່ວມ ແລະໃຫ້ການຮ່ວມມືປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ, ຄົບຕາມໄລຍະເວລາທີ່ກຳນົດໄວ້; ຊີ້ນຳໃຫ້ແພດໜໍ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງແນະນຳໃຫ້ຄວາມຮູ້ແກ່ປະຊາຊົນໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມກ່ຽວກັບການປ້ອງກັນພະຍາດໃຫ້ມີຄວາມປອດໄພ. ພ້ອມກັນນັ້ນກໍ່ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ,ຕອບສະໜອງສິ່ງຈໍາເປັນ ແລະອໍານວຍຄວາມສະດວກໃຫ້ແກ່ເຂົາເຈົ້າ. ນອກນີ້,ທ່ານນາຍົກລັດຖະມົນຕີຍັງໄດ້ໃຫ້ກຳລັງໃຈ ແລະປຸກລະດົມທຸກພາກ ສ່ວນໃຫປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໄປຄຽງຄູ່ກັບການດູຮັກສາສຸຂະພາບໃຫ້ມີຄວາມແຂງແຮງ, ປອດຈາກເຊື້ອພະຍາດ,ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກໃນຄັ້ງນີ້ໃຫ້ໄດ້ດ້ວຍດີ, ທຸກພາກສ່ວນຕ້ອງໃຫ້ການຮ່ວມມື, ເປັນກຳລັງໃຈ,​ ຊຸກຍູ້ ແລະສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອຜົນປະໂຫຍດລວມຂອງຊາດກໍ່ຄືຜົນສຳເລັດຂອງພວກເຮົາໝົດທຸກຄົນ, ໂດຍເຊື່ອໝັ້ນວ່າດ້ວຍກຳລັງແຮງສາມັກຄີຂອງປວງຊົນລາວທັງຊາດ ແລະການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນຈະເຮັດໃຫ້ການແກ້ໄຂສະພາບການທີ່ກຳລັງເກີດຂຶ້ນກໍ່ຄືການຕໍ່ສູ້ກັບພະຍາດ COVID-19 ໄດ້ຮັບໄຊຊະນະຕາມຄວາມມຸ່ງມາດປາດຖະໜາຂອງພວກເຮົາໝົດທຸກຄົນ.