ຫວຽດນາມດຶງດູດເງິນລົງທຶນໂດຍກົງ ຈາກຕ່າງປະເທດ 8,55 ຕື້ໂດລາ

  ໄຕມາດ 1 ປີ 2020 ສສ ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (ເອຟດີໄອ) ບັນລຸ 8,55 ຕື້ໂດລາສະຫະລັດບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຄື: ການຜະລິດ ແລະຈຳໜ່າຍໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດ, ການຂາຍສົ່ງ-ຂາຍຍ່ອຍ.

 ຕາມຂ່າວສານຫວຽດນາມລາຍງານວ່າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະການລົງທຶນຫວຽດນາມໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີ ນາຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມບັນລຸໄດ້ 8,55 ຕື້ໂດລາ, ເທົ່າກັບ 79% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ 2019 ໃນໄຕມາດທີ 1 ປີ 2020, ໃນທົ່ວປະເທດມີ 758 ໂຄງການໃໝ່ໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນດ້ວຍຍອດຈຳນວນເງິນຈົດທະບຽນໃໝ່ບັນລຸ 5,5 ຕື້ໂດລາ ຕາມຂົງເຂດລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຄື: ການຜະລິດ ແລະຈຳໜ່າຍ ໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດ, ການຂາຍສົ່ງ-ຂາຍຍ່ອຍ.

  ຕາມຄູ່ຮ່ວມມືລົງທຶນ, ມີ 87 ປະເທດ ແລະເຂດແຄວ້ນໃນໂລກໂຄງການລົງທຶນຢູ່ຫວຽດນາມ, ໃນນັ້ນຢືນອັນດັບທີ 1 ແມ່ນສິງກະໂປ, ຢືນອັນດັບທີ 2 ແມ່ນຍີ່ປຸ່ນ ແລະ ສປ ຈີນ ຢືນອັນດັບທີ 3.

___________

ໜັງສືພິມເສດຖະກິດ-ສັງຄົມ