ທະນາຄານກໍານົດນະໂຍບາຍສິນເຊື່ອ ສະເພາະເພື່ອ​ຊ່ວຍຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

 ປັດຈຸບັນ, ການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 (covid-19) ພວມແຜ່ລາມໄປເກືອບທຸກພື້ນທີ່ຂອງໂລກຊຶ່ງອົງການອະນາໄມໂລກໄດ້ປະກາດເຫດການສຸກເສີນທາງດ້ານສາທາລະນະສຸກເປັນການລະບາດຄັ້ງໃຫ່ຍ ແລະຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກຍົກລະດັບມາດຕະການເຝົ້າລະ ວັງ, ສະກັດກັ້ນ, ຄວບຄຸມການລະບາດ ແລະ ໂຕ້ຕອບ. ການແຜ່ລະບາດຂອງພະຍາດດັ່ງກ່າວບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ຊີວິດຂອງມວນມະນຸດຂອງຫຼາຍປະເທດໃນໂລກແຕ່ຍັງສົ່ງຜົນກະທົບຮຸນແຮງທີ່ສຸດຕໍ່ຫຼາຍຂະແໜງການເສດຖະກິດຂອງຫຼາຍປະເທດລວມທັງ ສປປ ລາວ ໂດຍສະເພາະຂະແໜງການບໍລິການ ແລະ ທ່ອງ ທ່ຽວ. ຕໍ່ບັນຫາດັ່ງກ່າວ, ລັດຖະບານ ໄດ້ຖືເປັນວາລະທີ່ສໍາຄັນທີ່ສຸດໃນກອງປະຊຸມສະໄໝສາມັນ ປະ ຈຳເດືອນມີນາ 2020 ຄັ້ງວັນທີ 18-19 ມີນາ 2020 ໂດຍສຸມໃສ່ມາດຕະການຫຼາຍດ້ານທີ່ສໍາຄັນ ແລະຮີບດ່ວນເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດພ້ອມທັງຊຸກຍູ້ໃຫ້ບັນດາກະຊວງ-ອົງການມີນະໂຍບາຍ, ມາດຕະການຊ່ວຍຂະແໜງການທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບ.

  ດັ່ງນັ້ນ; ກອງປະຊຸມລັດຖະບານໃນຄັ້ງນີ້ໄດ້ຕົກລົງ ແລະຮັບຮອງເອົາຫຼາຍບັນຫາ. ໜຶ່ງໃນວຽກງານທີ່ສໍາຄັນແມ່ນມາດຕະການ ແລະນະໂຍບາຍກ່ຽວກັບການແກ້ໄຂຜົນກະທົບທາງດ້ານເສດຖະກິດຂອງ ສປປ ລາວ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ສໍາລັບຂະແໜງທະນາຄານ, ລັດຖະບານໄດ້ກໍານົດມາດຕະການໃນການຊຸກຍູ້ຫຼຸດຜ່ອນຕົ້ນທຶນ, ດອກເບ້ຍ ແລະອື່ນໆ ໂດຍສະເໜີໃຫ້ທະນາຄານແຫ່ງ ສປປ ລາວ (ທຫລ) ອອກແຈ້ງການໃຫ້ທະນາຄານທຸລະກິດ ສ້າງແຜນຜ່ອນຜັນ ແລະ ເພີ່ມສິນເຊື່ອເປັນຕົ້ນທຸລະກິດທ່ອງທ່ຽວ, ກະສິກໍາສົ່ງອອກ ແລະຜະລິດການທົດແທນການນໍາເຂົ້າ. ກອງທຶນ SMEs, ການຈັດຕັ້ງປະຕິບັດໂຄງການສິນເຊື່ອເພື່ອສົ່ງ ເສີມ SMEs ຈາກແຫຼ່ງເງິນກູ້ທະນາຄານຕ່າງປະເທດ. ໂດຍອີງໃສ່ທິດຊີ້ນໍາຂອງລັດຖະບານທີ່ມີຄວາມເປັນຫ່ວງເປັນໄຍຕໍ່ຂະແໜງການເສດຖະກິດຂອງປະເທດເຮົາທີ່ໄດ້ຮັບຜົນກະທົບ, ທຫລ ໄດ້ອອກນະໂຍບາຍສິນເຊື່ອສະເພາະເພື່ອຊ່ວຍຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕາມຂໍ້ ຕົກລົງເລກທ 238/ທຫລ, ລົງວັນທີ26 ມີນາ 2020.

  ຕໍ່ບັນຫາດັ່ງກ່າວ; ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ໄດ້ໃຫ້ສໍາພາດວ່າ: ໃນສະພາບການທີ່ປະເທດເຮົາກໍາລັງປະເຊີນກັບຄວາມຫຍຸ້ງ ຍາກຄືດັ່ງກ່າວ, ນອກຈາກ ທຫລ ຈະເອົາໃຈໃສ່ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດໂດຍສະເພາະການຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງເປັນບູລິມະສິດທີ່ສໍາຄັນແລ້ວ, ໃນວັນທີ 20 ມີນາ 2020 ທຫລ ໄດ້ມີການດັດປັບເຄື່ອງມືນະໂຍບາຍເງິນຕາໂດຍສະເພາະໄດ້ຫຼຸດອັດຕາສ່ວນເງິນແຮຝາກບັງຄັບທີ່ເປັນສະ ກຸນເງິນກີບລົງ 1% ແລະເງິນຕາຕ່າງປະເທດລົງ 2% ເພື່ອໃຫ້ທະນາຄານທຸລະກີດໄດ້ມີແຫຼ່ງທຶນຫຼາຍຂຶ້ນໃນການຂະຫຍາຍສິນເຊື່ອເພື່ອຊຸກຍູ້ຂະແໜງການເສດຖະ ກິດທີ່ໄດ້ຮັບຜົນກະທົບ.

  ຈາກນັ້ນ; ທຫລ ໄດ້ອອກຂໍ້ຕົກລົງກ່ຽວກັບນະໂຍບາຍສິນເຊື່ອສະເພາະເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດັ່ງກ່າວຄື: 1) ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເລີ່ມຈັດຕັ້ງປະຕິບັດນະໂຍບາຍການເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະດອກເບ້ຍ; 2) ປັບຫຼຸດອັດຕາດອກເບ້ຍ ແລະຄ່າທໍານຽມໃຫ້ລູກໜີ້ຂອງຕົນບົນພື້ນຖານຄວາມອາດສາມາດຂອງການເຄື່ອນໄຫວທຸລະກິດ; 3) ພິຈາລະນາສະໜອງເງິນກູ້ບ້ວງໃໝ່ໃຫ້ແກ່ລູກໜີ້ທີ່ໄດ້ຮັບຜົນກະທົບຕໍ່ການດໍາເນີນທຸລະ ກິດຂອງຕົນຈາກບັນຫາພະຍາດດັ່ງກ່າວ ແລະ 4) ປັບປຸງໂຄງສ້າງເງິນກູ້ຄືນໃໝ່ໃຫ້ແກ່ລູກໜີ້ທີ່ໄດ້ຮັບຜົນກະທົບໂດຍກໍານົດອາຍຸສັນຍາ ຫຼື ງວດຊໍາລະຕົ້ນທຶນ ແລະ ດອກເບ້ຍຄືນໃໝ່ໃຫ້ສອດຄ່ອງກັບຄວາມສາມາດຕົວຂອງລູກໜີ້. ໃນນັ້ນ, ໃຫ້ມີໄລຍະປອດໜີ້ຕົ້ນທຶນ ແລະດອກເບ້ຍເປັນເວລາ 1 ປີ ຫຼື ຕາມການຕົກລົງລະຫວ່າງເຈົ້າໜີ້ ແລະ ລູກໜີ້ໃນການພິຈາລະນານະໂຍບາຍດັ່ງກ່າວທະນາຄານທຸລະກິດ ແລະ ສະຖາບັນການເງິນຕ້ອງເບິ່ງລະອຽດສະຖານະພາບຂອງລູກໜີ້ຂອງຕົນແຕ່ລະເປົ້າ ໝາຍກ່ອນ ແລະຫຼັງສະພາບເກີດພະຍາດລະບາດໂດຍບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້ບັນຫາການແຜ່ພະຍາດມາເປັນຂໍ້ອ້າງເວລາມີບັນຫາຊໍາລະໜີ້.

ສະໜັບສະໜູນໂດຍ: HONDA

  ສໍາລັບ ທະນາຄານທຸລະກິດ ແລະສະຖາບັນການເງິນໃດທີ່ປະຕິບັດມາດຕະການ ແລະນະໂຍບາຍທີ່ ທຫລ ກໍານົດໄວ້ຈະຮັບນະໂຍບາຍຜ່ອນຜັນຍົກເວັ້ນການປະຕິບັດລະບຽບກ່ຽວຂ້ອງໂດຍສະເພາະຂໍ້ຕົກລົງວ່າດ້ວຍການຈັດຊັ້ນໜີ້ ແລະການຫັກເງິນແຮໜີ້ທີ່ຖືກຈັດຊັ້ນໜີ້ຂອງທະນາຄານທຸລະກິດ (ເລກທີ 512/ທຫລ,ລົງວັນທີ 29 ມິຖຸນາ2018) ແລະ ສະຖາບັນການເງິນຈຸລະພາກ (ເລກທີ 02/ທຫລ, ລົງວັນທີ 04 ກຸມພາ 2015); ຈາກການຈັດຕັ້ງປະຕິບັດນະໂຍບາຍຂ້າງເທິງ, ທຫລ ເຊື່ອວ່າຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບຈະສາມາດແບ່ງເບົາ ແລະ ຟື້ນຕົວໃຫ້ກັບຄືນສູ່ສະພາບປົກກະຕິຈາກມາດຕະການສະກັດກັ້ນ ແລະ ຕອບໂຕ້ພະ ຍາດໂຄວິດ-19 ຂອງລັດຖະບານທີ່ກໍາລັງສຸມໃສ່ຈັດຕັ້ງປະຕິບັດໃນປະຈຸບັນ.

____________

ຂຽນໂດຍຣັດສະໝີ ດວງສັດຈະ

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ