ທະນາຄານຮ່ວມພັດທະນາລາວສະຫຼຸບຜົນງານປີ 2018

   ໃນວັນທີ 2 ກຸມພາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ທະນາຄານຮ່ວມພັດທະນາໄດ້ຈັດພິທີສະຫຼຸບຜົນງານ ປີ2018 ແລະແຜນການປີ 2019, ໂດຍການເປັນປະທານຂອງທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ແລະ ເປັນກຽດເຂົ້າຮ່ວມໂດຍມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຄະນະສະພາຜູ້ບໍລິຫານ, ມີຜູ້ອໍານວຍການໃຫຍ່, ຄະນະອໍານວຍການ, ຄະນະພະແນກ, ຕະ ຫຼອດເຖິງພະນັກງານທັງໝົດທີ່ມາຈາກທົ່ວປະເທດ 500 ກວ່າຄົນເຂົ້າຮ່ວມຢ່າງພ້ອມພຽງ,

 ໃນກອງປະຊຸມໄດ້ຜ່ານບົດສະຫຼຸບປີ 2018 ແລະວາງແຜນການປີ 2019, ໄດ້ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໄດ້ຮັບລາງວັນໂລ້ຄໍາຈໍານວນ 7 ທ່ານ ແລະຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໄດ້ຮັບລາງວັນໂລ້ເງິນຈໍານວນ 8 ທ່ານ. ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າວຽກງານ ແລະປັບປຸງການຈັດຕັ້ງຂອງທະນາຄານຮ່ວມພັດທະນາໃຫ້ມີກຳລັງໃຈ ແລະຕັ້ງໜ້າປະຕິບັດວຽກງານໃຫ້ດີກວ່າເກົ່າ.

  ປີ 2018 ຖືວ່າເປັນປີທີ່ມີຜົນງານ ພົ້ນເດັ່ນຫຼາຍດ້ານ ແລະກໍ່ເປັນປີທີ່ມີ ຄວາມໝາຍສໍາຄັນທະນາຄານຮ່ວມພັດທະນາຈະຄົບຮອບ 30 ປີ ໃນເດືອນ ຕຸລາປີນີ້, ໄດ້ເປີດໜ່ວຍບໍລິການເພີ່ມຕື່ມອີກ 5 ໜ່ວຍບໍລິການຢູ່ໃນເຂດຊຸມຊົນຕ່າງໆໃນຂອບເຂດທົວປະເທດ,ການດໍາເນີນທຸລະກິດໃນປີ 2018 ແມ່ນມີຜົນກໍາໄລຢ່າງໜ້າເພິ່ງພໍໃຈປະຈຸບັນທະນາຄານຮ່ວມພັດທະນາມີໜ່ວຍບໍລິການທີ່ເປີດບໍລິການທັງໝົດ 58 ໜ່ວຍບໍລິການໃນຂອບເຂດທົ່ວປະເທດ, ອອກ ຜະລິດຕະພັນໃໝ່ເພື່ອສະໜອງລູກຄ້າໃຫ້ໄດ້ຊົມໃຊ້ຜະລິດຕະພັນຢ່າງຫຼວງຫຼາຍ ແລະໄດ້ຮັບຄວາມປະທັບໃຈເຊັ່ນວ່າ: ເງິນກູ້ເພື່ອພະນັກງານ, ເງິນກູ້ເພື່ອການສຶກສາ ພາຍໃນ ແລະຕ່າງປະເທດ, ສໍາເລັດໃນ ອອກຜະລິດຕະພັນ ເຮັດທຸລະກໍາການ ເງິນຜ່ານມືຖື (Mobile Banking) ຫຼືເວົ້າຫຍໍ້ວ່າ: JDB Yes  ແລະ Yes pay (QR Code) ອອກຜະລິດຕະພັນໃໝ່ ເຊັ່ນ: ອອກບັດ UnionPay ແລະອື່ນໆອີກຢ່າງຫຼວງຫຼາຍ, ເພື່ອພັດທະນາໃຫ້ເປັນ Digi tal Banking ເທື່ອລະກ້າວໄດ້ເຂົ້າຮ່ວມຫຼາຍໂຄງການກັບທະນາຄານອື່ນເຊັ່ນ: ການຊໍາລະພາສີທີ່ດິນ, ເສຍຄ່າທາງລົດປະຈໍາປີ ແລະອື່ນໆ.

   ພ້ອມກັນນັ້ນກໍ່ເປັນການປະກອບ ສ່ວນແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ລັດຖະກອນໃຫ້ຊີວິດການເປັນ ຢູ່ທີ່ດີຂຶ້ນ ໂດຍການຕອບສະໜອງສິນ ເຊື່ອພະນັກງານໂດຍບໍ່ມີຫຼັກຊັບຄໍ້າປະ ກັນ 15 ເທົ່າຂອງເງິນເດືອນ ໃຫ້ແກ່ພະ ນັກງານ-ລັດຖະກອນທີ່ເບີກຈ່າຍ ຈ່າຍ ເງິນເດືອນຜ່ານທະນາຄານ JDB ແລະ ການຄ້າຕ່າງປະເທດລາວມະຫາຊົນ ແລະໃນບໍ່ດົນມານີ້ທາງ JDB ໄດ້ມີການ ອອກຜະລິດຕະພັນໃໝ່ ກໍ່ຄືເງິນຝາກ ດອກເບ້ຍ X2 ມາຮັບໃຊ້ລູກຄ້າພ້ອມ ກັນນັ້ນຍັງມີຫຼາຍໂຄງການກ່ຽວກັບ ການອອກຜະລິດຕະພັນ ເພື່ອອອກມາຮັບ ໃຊ້ສັງຄົມເຮັດໃຫ້ລູກຄ້າໄດ້ຮັບຜົນປະ ໂຫຍດສູງສຸດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍໄປຕາມຄໍາຂວັນຂອງທະນາຄານ ຮ່ວມພັດທະນາ “ເຕີບໃຫ່ຍໄປພ້ອມກັນ”.