ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການປ້ອງກັນໂຄວິດ-19

  ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ກັບຄວາມປອດໄພ ແລະສຸຂະພາບຂອງພໍ່ແມ່ປະຊາຊົນຈາກສະພາບການແຜ່ລະບາດຢ່າງໜັກຂອງພະຍາດໂຄວິດ-19 (CO VID-19) ທີ່ໄດ້ແຜ່ລາມໄປໃນທົ່ວໂລກໃນປະຈຸບັນລວມທັງປະເທດໃກ້ຄຽງຂອງລາວເຮົາ, ຕໍ່ກັບສະພາບການດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດກໍ່ໄດ້ອອກແຈ້ງການ ເພື່ອໃຫ້ທິດຊີ້ນຳກ່ຽວກັບການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ໃນທົ່ວແຂວງພ້ອມນີ້, ມາໃນວັນທີ 17 ມີນາ 2020, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າພະແນກສາທາລະນະສຸກແຂວງ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ລົງຕິດຕາມ ແລະກວດກາເບິ່ງການຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ທີ່ດ່ານສາກົນຂົວມິດຕະພາບ II ສະຫວັນນະເຂດ-ມຸກດາຫານ.

  ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ລົງສຳຫຼວດເບິ່ງຕົວຈິງແຕ່ລະຈຸດໃນການກວດກາຄົນເຂົ້າ-ອອກພາຍໃນດ່ານດັ່ງກ່າວໂດຍສະເພາະແມ່ນຈຸດທີ່ກວດຄັດກອງຄົນເຂົ້າ-ອອກ ຕາມມາດຕະການເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ທີ່ກະຊວງສາທາລະນະສຸກວາງອອກຊຶ່ງເຫັນວ່າພາຍໃນດ່ານສາກົນຂົວມິດ ຕະພາບ 2 ແມ່ນ ໄດ້ມີການຕັ້ງຈຸດກວດກາເພື່ອກວດວັດອຸນຫະພູມ ແລະໃຫ້ບໍລິການມີເຈວລ້າງມືໃຫ້ແກ່ຜູ້ທີ່ມີເດີນທາງເຂົ້າ-ອອກຈາກນີ້, ກໍ່ຍັງມີເຄື່ອງສະແກນກວດຈັບຜູ້ທີ່ສົງໄສເປັນເຊື້ອພະຍາດດັ່ງກ່າວນຳອີກພ້ອມນີ້, ທ່ານເຈົ້າແຂວງສະຫວັນນະເຂດຍັງໄດ້ສຳຫຼວດເບິ່ງສະຖານທີ່ຮອງຮັບສຳລັບຄົນທີ່ສົງໄສ ແລະ ມີປະຫວັດເດີນ ທາງມາຈາກປະເທດເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ໂອກາດນີ້, ທ່ານເຈົ້າແຂວງກໍ່ໄດ້ເນັ້ນຢໍ້າໃຫ້ທຸກພາກສ່ວນເອົາໃຈໃສ່ໃນການປະຕິບັດມາດຕະການດ້ານຄວາມປອດໄພໃນການຄວບຄຸມ ແລະປ້ອງກັນພະຍາດດັ່ງກ່າວນີ້້ຢ່າງເຂັ້ມງວດ.

  ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ເດີນທາງມາກວດສອບເບິ່ງຈຸດກວດກາຄົນເຂົ້າ-ອອກທີ່ດ່ານປະເພນີສະຫວັນນະເຂດ-ມຸກດາຫານຕື່ມອີກຊຶ່ງເຫັນວ່າໃນດ່ານແຫ່ງນີ້ແມ່ນຍັງບໍ່ທັນໄດ້ມີການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໂດຍໃນວັນທີ 18 ມີນາ 2020 ທາງພະແນກສາທາລະນະສຸກແຂວງຈະໄດ້ນຳເອົາອຸປະກອນກວດວັດອຸນຫະພູມ ແລະເຄື່ອງມືຈຳເປັນອື່ນໆ ຕະຫຼອດເຖິງແຜ່ນພາບໂຄສະນາກ່ຽວກັບພະຍາດໂຄວິດ-19 ເພື່ອລົງມາຕິດຕັ້ງ ແລະໃຫ້ບໍລິການທີ່ດ່ານດັ່ງກ່າວ.

____________

ໜັງສືພິມເສດຖະກິດ-ສັງຄົມ