ຍົມມະລາດແນະນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ

 ເມື່ອອາທິດຜ່ານມາທີ່ສະໂມສອນເມືອງຍົມມະລາດໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020 ໂດຍການເປັນປະທານຂອງທ່ານ ແປງໃຈ ດວງພິໃສ ຮອງເລຂາພັກເມືອງຮອງເຈົ້າເມືອງໆຍົມມະລາດຜູ້ຊີ້ນຳວຽກງານເສດຖະກິດ-ສັງຄົມ, ຊຶ່ງມີບັນດາຄະນະປະຈຳເມືອງ, ຄະນະຫ້ອງການ ແລະວິຊາການຜູ້ທີ່ຮັບຜິດຊອບວຽກງານແຜນການ ຫຼືບໍລິຫານຫ້ອງການເຂົ້າຮ່ວມ.

 ເພື່ອເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດແຜ່ນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະສ້າງບົດສະເໜີໂຄງການລົງທຶນຂອງລັດເພື່ອສະເໜີເຂົ້າແຜນປະຈຳປີ 2021 ຂອງເມືອງຍົມມະລາດ ທ່ານ ແປງໃຈ ດວງພິໃສ ຮອງເລຂາພັກເມືອງຮອງເຈົ້າເມືອງຍົມມະລາດໄດ້ຜ່ານດຳລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ງົບປະມານແຫ່ງລັດປະຈຳ ປີ 2020 ແລະ ທ່ານ ເກີນຄຳ ໜໍ່ສຸວັນ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງໄດ້ຂຶ້ນຜ່ານບົດແນະນຳການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນຂອງລັດປະຈຳປີ 2020 ຂອງແຂວງຄຳມ່ວນ, ທ່ານຄູນມາ ສຸວັນນະລາດ ໄດ້ຂຶ້ນຜ່ານແຈ້ງການກ່ຽວກັບການປະກອບເອກະສານບົດສະເໜີໂຄງການເພື່ອສະເໜີເຂົ້າແຜນປີ 2021 ແລະສະເໜີແນະນຳກ່ຽວກັບວິທີການ ແລະເງື່ອນໄຂຂອງການຂຽນບົດສະເໜີໂຄງການ.