ຫຼວງພະບາງ ຫາລືການຄວບຄຸມລາຄາສິນຄ້າອຸປະໂພກ-ບໍລິໂພກ

  ພະແນກອຸດສາຫະກຳ ແລະການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາລືກ່ຽວກັບການສະໜອງຄວາມຕ້ອງການ ແລະການຄວບຄຸມສິນຄ້າອຸປະໂພກ-ບໍລິ ໂພກ,ຜ້າອັດປາກ-ອັດດັງ ຂຶ້ນວັນທີ 25 ມີນາ 2020 ນີ້ທີ່ຫ້ອງປະຊຸມພະແນກດັ່ງກ່າວໂດຍເປັນປະມານຂອງທ່ານ ຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາ ຫະກຳ ແລະການຄ້າແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ນະຄອນຫຼວງພ້ອມດ້ວຍຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຮ້ານຄ້າພາຍໃນເທສະບານນະຄອນຫຼວງພະບາງເຂົ້າຮ່ວມ.

  ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງກ່າວວ່າ: ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນການຄວບຄຸມ, ຄຸ້ມຄອງສິນຄ້າເຄື່ອງອຸປະໂພກ, ບໍລິໂພກ ແລະຜ້າປິດປາກ-ດັງລວມເຖິງນ້ຳຢາລ້າງມື ຕາມທ້ອງຕະຫຼາດ, ຮ້ານຂາຍເຄື່ອງຍົກ, ເຄື່ອງຍ່ອຍຢູ່ພາຍໃນແຂວງຫຼວງພະບາງ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດຂຶ້ນລາສິນຄ້າໃນຊ່ວງມີພະລະບາດເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ພວມລະບາດຢູ່ຫຼາຍປະເທດໃນທົ່ວໂລກລວມທັງ ສປປ ລາວ ທີ່ມີກະລະນີຕິດເຊື້ອໄປແລ້ວ 2 ຄົນ, ທີ່ທາງຂັ້ນເທິງຖະແຫຼງເມື່ອວັນທີ 24 ມີນາຜ່ານມານີ້, ທັງນີ້ກໍ່ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງບໍລິການສິນຄ້າໃຫ້ແກ່ສັງຄົມໄດ້ຢ່າງທົ່ວເຖິງ ແລະພຽງພໍ. ອີກດ້ານໜຶ່ງກໍ່ເພື່ອຮັບປະກັນໃຫ້ບຸກຄົນ, ນິຕິບຸກຄົນ, ຮ້ານຂາຍຢາ, ຮ້ານຈຳໜ່າຍຜະລິດຕະພັນການຢາ ແລະຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາສິນຄ້າເກີນລາຄາທີ່ລັດກຳນົດ ຫຼືກັກຕຸນຜ້າປິດປາກ-ດັງ, ຖົງມື, ນ້ຳຢາລ້າງມື, ຢາ ແລະຜະລິດຕະພັນການແພດທີ່ນຳເຂົ້າໃນການປ້ອງກັນພະຍາດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຢ່າງເດັດຂາດ.

   ທ່ານກ່າວຕື່ມອີກວ່າ: ຖ້າພົບເຫັນມີການສວຍໂອກາດຂຶ້ນລາຄາແມ່ນຈະໄດ້ດຳເນີນມາດຕະການເດັດຂາດຕາມກົດໝາຍ ແລະ ລະບຽບການທີກ່ຽວຂ້ອງໄດ້ກຳນົດໄວ້ ພ້ອມໄດ້ຮຽກຮ້ອງເຖິງທຸກພາກສ່ວນທີ່ກ່ຽວຂ້ອງລວມທັງຫົວໜ່ວຍທຸລະກິດ,ຮ້ານຄ້າເປັນເຈົ້າການປະຕິບັດຕາມລະບຽບຢ່າງເຂັ້ມງວດ,ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າຈົ່ງໃຫ້ການຮ່ວມມືຖ້າຫາກພົບເຫັນຮ້ານຄ້າໃດສວຍໃຊ້ໂອກາດ ແລະ ຂຶ້ນລາຄາຕາມລຳພັງໃຈໃຫ້ແຈ້ງຫາເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະການຄ້າແຂວງໄດ້ຕະຫຼອດ 24 ຊົ່ວໂມງ ທີ່ເບີ 020 55938437 ເພື່ອຈະໄດ້ມີມາດຕະການລົງກວດກາຜູ້ລະເມີດຢ່າງຮັດກຸມ.