ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກກົມການຂ່າວກະຊວງການຕ່າງປະເທດ

  ເມື່ອອາທິດຜ່ານມາທີ່ຫ້ອງປະຊຸມກະຊວງການຕ່າງປະເທດ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ,ບັນ ດາສະຫາຍເລຂາ, ຮອງເລຂາ ແລະຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, 3 ອົງການຈັດຕັ້ງມະຫາຊົນທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງຂອງກົມການກະຊວງການຕ່າງປະເທດເຂົ້າຮ່ວມລວມທັງໝົດ 30 ສະຫາຍ.

  ໃນກອງປະຊຸມ, ສະຫາຍ ບົວແກ້ວ ພູມວົງໄຊ ເລຂາໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດໄດ້ຜ່ານບົດລາຍງານການເມືອງ ແລະບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກໃນໄລຍະ 5 ປີຜ່ານມາ, ຊຶ່ງສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະບາງບົດຮຽນທີ່ຖອດຖອນໄດ້ຂອງໜ່ວຍພັກນັບທັງການຊີ້ນຳ-ນຳພາຂອງຄະນະໜ່ວຍພັກພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະວຽກງານຈຸດສຸມສຳລັບປີ 2020-2025 ໂດຍຈະໄດ້ສຸມໃສ່: ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະມີຄຸນນະພາບເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ສະມາຊິກພັກກົມການຂ່າວ, ຍົກສູງຄຸນ ນະພາບໃນການເປັນເສນາທິການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເພີ່ມທະວີການຊີ້ນຳ-ນຳພາ ແລະເສີມຂະຫຍາຍບົດບາດຂອງ 3 ອົງການຈັດຕັ້ງມະ ຫາຊົນພາຍໃນກົມການຂ່າວ, ພ້ອມທັງວິທີການຈັດຕັ້ງປະຕິບັດທິດທາງແຜນການທີ່ໄດ້ກໍານົດໄວ້ໃຫ້ປາກົດຜົນເປັນຈິງ.

  ໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດມີສະມາຊິກພັກທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ, ໃນນີ້ມີສະມາຊິກພັກສໍາຮອງ 3 ສະຫາຍ, ຍິງ 2 ສະ ຫາຍ. ໃນໄລຍະ 5 ປີຜ່ານມາ, ກົມການຂ່າວໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຕົນ ແລະສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນການກໍ່ສ້າງ ພັກ-ພະນັກງານ,ຊຶ່ງມາຮອດປະຈຸບັນໄດ້ມີສະມາຊິກພັກ-ພະນັກງານສໍາເລັດການສຶກສາດ້ານວິຊາສະເພາະລະດັບປະລິນຍາໂທຢູ່ພາຍໃນ ແລະຕ່າງປະເທດ 8ສະຫາຍ, ສໍາເລັດການບໍາລຸງທິດສະດີການເມືອງ ແລະການປົກຄອງລະບົບ 45 ວັນ 8 ສະຫາຍ, ສໍາເລັດການຝຶກອົບຮົມພາສາຈີນໄລຍະ 11 ເດືອນ 2 ສະຫາຍ, ພາສາຍີ່ປຸ່ນ 8 ເດືອນ 1 ສະຫາຍ ແລະ ພາສາຕວັກກີ 11 ເດືອນ 1 ສະຫາຍ, ສໍາເລັດການຝຶກອົບຮົບໄລຍະສັ້ນໃນຫົວຂໍ້ຕ່າງໆ ແລະ ພາສາອັງກິດ 14 ສະຫາຍ ແລະ ສໍາເລັດການໄປຝຶກວຽກງານການທູດຫຼາຍຝ່າຍໄລຍະ 3 ເດືອນ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ 1 ສະຫາຍ ປະຈຸບັນ,ມີພະນັກງານກໍາລັງສຶກສາຕໍ່ລະດັບປະລິນຍາໂທຢູ່ປະເທດອົດສະຕຣາລີ 1 ສະຫາຍ ແລະຝຶກອົບຮົມພາສາອາຣັບໄລຍະ 9 ເດືອນ 1 ສະຫາຍນອກຈາກນັ້ນ, ມີ ສະມາຊິກພັກ-ພະນັກ ງານໄດ້ຮັບການເລື່ອນຊັ້ນຈາກຫົວໜ້າພະແນກເປັນຮອງຫົວໜ້າກົມ 4 ສະຫາຍ, ຈາກຮອງຫົວໜ້າພະແນກຂຶ້ນເປັນຫົວໜ້າພະແນກ 6 ສະຫາຍ ແລະ ຈາກວິຊາ ການຂຶ້ນເປັນຮອງຫົວໜ້າພະແນກ 12 ສະຫາຍ.

  ນອກນັ້ນ, ໜ່ວຍພັກພວກເຮົາຈະໄດ້ເອົາໃຈໃສ່ຍົກສູງຄຸນນະພາບການເປັນເສນາທິການດ້ານວຽກງານການຂ່າວໃຫ້ແກ່ຂັ້ນເທິງ ແລະເປັນເຈົ້າການນໍາພາການປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ມີແຜນງານ, ໂຄງການ, ແຜນການ ແລະມີຈຸດສຸມຄວບຄູ່ກັບການນໍາໃຊ້ພາຫະນະເຕັກນິກທີ່ທັນສະໄໝເຂົ້າໃນການເຮັດວຽກເພື່ອເພີ່ມປະສິດທິພາບຂອງວຽກງານ, ພ້ອມທັງສືບຕໍ່ສ້າງ,ປັບປຸງນິຕິກໍາ ແລະກົນໄກການເຄື່ອນໄຫວວຽກງານການຂ່າວຕ່າງປະເທດຢ່າງເປັນລະບົບໂດຍສະເພາະ ແມ່ນຈັດຕັ້ງຜັນຂະຫຍາຍ 5 ແຜນງານ ແລະ 41 ໂຄງການ ທີ່ໄດ້ຖືກຮັບຮອງໃນກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XIV.

  ຜູ້ແທນກອງປະຊຸມໃຫຍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກກົມການຂ່າວຊຸດໃໝ່ຈຳນວນ 3 ສະຫາຍ ແລະໃນກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍພັກຊຸດໃໝ່ໄດ້ເປັນເອກະພາບເລືອກເອົາ ສະຫາຍ ບົວແກ້ວ ພູມວົງໄຊ ເປັນເລຂາໜ່ວຍພັກ; ສະຫາຍນາງ ວຽງສະຫວັນ ພິລາວົງ, ເປັນຮອງເລຂາ ແລະສະຫາຍ ບຸນມີ ວັນມະນີ ເປັນກຳມະການ, ຮັບຜິດຊອບວຽກງານກວດກາໜ່ວຍພັກກົມການຂ່າວ.

  ກອງປະຊຸມໃຫຍ່ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ສະ ເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍພັກກົມການຂ່າວ, ກະຊວງການຕ່າງປະເທດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະໄດ້ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກກົມການຂ່າວຊຸດໃຫມ່ເອົາໃຈໃສ່ 5 ດ້ານຄື: ເພີ່ມທະວີວຽກງານກໍ່ສ້າງພັກ-ພະນັກງານ, ຍົກສູງຫຼັກການເຮັດວຽກງານຂອງພັກແບບລວມສູນປະຊາທິປະໄຕ, ຍົກສູງປະສິດທິພາບຂອງການຂະຫຍາຍສະມາຊິກພັກໂດຍເນັ້ນເອົາຄຸນນະພາບເປັນຫຼັກ, ເພີ່ມທະວີຄວາມເປັນເອກະພາບ ແລະຄວາມສາມັກຄີພາຍໃນໜ່ວຍພັກແລະຍົກສູງຄຸນນະພາບໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນດ້ານຕ່າງໆໂດຍສະເພາະໃຫ້ມີຄວາມສະດຸ້ງໄວຕໍ່ແຕ່ລະບັນຫາ ແລະເອົາໃຈໃສ່ຝຶກຝົນທັກສະໃນການວິໄຈບັນຫາໃຫ້ວ່ອງໄວ, ພ້ອມກັນສູ້ຊົນບຸກບືນ ແລະ ເຊີດຊູຄວາມເປັນເຈົ້າການ ແລະມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນຊຸມປີຕໍ່ໜ້າ.