ໜຸງໜິງ ເອົາປະສົບການນາງສາວນະຄອນຫຼວງ ໄປເປັນແບບຢ່າງແມ່ຍິງລາວ

ໜຸງໜິງ ສາວງາມໃນເວທີປະກວດນາງສາວນະຄອນຫຼວງ ວຽງຈັນ 2020 ຊຶ່ງເປັນອີກໜຶ່ງ ສາວງາມທີ່ຢາກເກັບກ່ຽວເອົາທຸກປະສົບການ ແລະໂອກາດດີໆທີ່ໄດ້ ຮັບຈາກເວທີນີ້ໄປພັດທະນາຕົນເອງພ້ອມທັງເປັນແບບຢ່າງໃຫ້ ແມ່ຍິງລາວໃນການນໍາເອົາຄຸນຄ່າ ດ້ານວັດທະນະທໍາໄປເຜີຍແຜ່.

ນາງ ວຽງສາຄອນ ສູນດາລາ ຫຼື ໜຸງໜິງ MVT 15 ອາຍຸ 20 ປີໃຫ້ສໍາພາດວ່າ:ປະຈຸບັນຢູ່ບ້ານ ສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກຳລັງສຶກ ສາທີ່ວິທະຍາໄລຄອມ ເຊັນເຕິ ປີ 3 ສາຂາບໍລິຫານທຸລະກິດເວທີນີ້ເປັນເວທີທຳອິດທີ່ຕົນເອງເຂົ້າປະກວດ ໂດຍມີເຄັດລັບການຮັກສາສຸຂະພາບກໍຄືການນອນພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍ ແລະກິນອາຫານທີ່ມີປະໂຫຍດ.

ແຮງບັນດານໃຈທີ່ເຂົ້າມາປະກວດເພາະເວທີນາງສາວນະຄອນ ຫຼວງວຽງຈັນ ເປັນເວທີທີ່ຊົງຄຸນ ຄ່າທາງດ້ານວັດທະນາທຳ ແລະ ຕົນເອງກໍມີຄວາມຝັນຢາກເປັນ ສ່ວນໜຶ່ງໃນການປະກວດຍ້ອນເຫດຜົນນັ້ນຕົນເອງຈຶ່ງຕັດສິນໃຈມາປະກວດໃນຄັ້ງນີ້ ແລະເພື່ອເປັນການຫາປະສົບການໃຫ້ກັບຕົນເອງອີກດ້ວຍສໍາລັບເປົ້າໝາຍໃນອະນາຄົດຫຼັງຮຽນຈົບແມ່ນຢາກຫາປະສົບການທາງດ້ານການເຮັດວຽກ ແລະນໍາປະສົບການໃນການປະກວດເວທີນາງສາວນະຄອນຫຼວງ ວຽງຈັນ ໄປຜັນຂະຫຍາຍຕໍ່ໄປ.

 ໃນການປະກວດເວທີນີ້ຄາດຫວັງວ່າຈະໄດ້ຮັບປະສົບການຈາກທາງກອງປະກວດບໍ່ວ່າຈະເປັນປະສົບການໃນການເຂົ້າສັງຄົມ, ການຮຽນຮູ້ບຸກຄະລິກຄະພາບ, ອາການ ເຜີຍແຜ່ວັດທະນະທໍາລາວ ແລະ ການພັດທະນາຕົນເອງຫຼາຍຂຶ້ນສາມາດຮ່ວມເຊຍ ແລະເປັນກໍາລັງ ໃຈໃຫ້ນ້ອງໆທັງ 20 ຄົນໄດທາງ ແຟນເພສ: Miss Vientiane ນາງ ສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ-ຂ່າວສານຂອງນ້ອງ ໜຸງໜິງ MVT 15 ໄດ້ທາງ ເຟສບຸກສ່ວນຕົວ: NingVieng sakhoneSoundala

-----

ໂດຍ: ແພງຕາ