ສ່ວຍສາອາກອນເມືອງອາດສະພັງທອງ ຊຸກຍູ້ການເກັບລາຍຮັບຄ່າທໍານຽມທາງ

 ເມື່ອອາທິດຜ່ານມາໜ່ວຍ ງານສ່ວຍສາອາກອນເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ລົງສ້າງຂະບວນການຊຸກຍູ້ ການຈັດເກັບລາຍຮັບຄ່າທໍານຽມ ທາງປະຈໍາປີ 2020 ທີ່ສະໂມສອນຂອງເມືອງອາດສະພັງທອງ ແລະໂຮງງານຊີມັງສະຫວັນນະເຂດຈໍາກັດ, ໂດຍພາຍໃຕ້ການ ຊີ້ນໍາໆພາຂອງທ່ານ ຄໍາແສນ ພິລາວົງ ຫົວໜ້າໜ່ວຍງານສ່ວຍສາອາກອນປະຈໍາຫ້ອງການໆ ເງິນເມືອງພ້ອມດ້ວຍພະນັກງານ ວິຊາການພາຍໃນໜ່ວຍງານໄດ້ ລົງເຄື່ອນໄຫວ.

 ໂດຍປະຕິບັດຕາມແຈ້ງການ ຂອງທ່ານເຈົ້າເມືອງອາດສະພັງທອງສະບັບເລກທີ 155/ຈມ.ອທ ວ່າດ້ວຍການສ້າງຂະບວນການ ແຈ້ງເສຍຄ່າທໍານຽມທາງປະຈໍາ ປີ 2020 ໂດຍອີງໃສ່ລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 01/ປປທ ວ່າດ້ວຍຄ່າທໍານຽມທາງ ແລະອີງໃສ່ມາດຕະການຈຸດສຸມປີ 2020 ຂອງສ່ວຍສາອາກອນປະຈໍາແຂວງສະຫວັນນະເຂດສະບັບ ເລກທີ 145/ສອ.ສຂ ດັ່ງນັ້ນ; ທ່ານເຈົ້າເມືອງອາດສະພັງທອງ ຈຶ່ງອອກແຈ້ງການໃຫ້ບຸກຄົນ, ນິ ຕິບຸກຄົນ, ການຈັດຕັ້ງ, ວິສາຫະກິດລວມໝູ່ ແລະຜູ້ປະກອບການ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນຜູ້ທີ່ມີພາຫະນະໄວ້ໃນຄອບຄອງພາຍໃນເມືອງອາດສະ ພັງທອງ, ແຂວງສະຫວັນນະເຂດ ຜູ້ທີ່ຊົມໃຊ້ພາຫະນະໃນການເດີນທາງ ຫຼື ເຄື່ອນໄຫວກິດຈະກໍາຕ່າງໆໃຫ້ນໍາເອົາລົດຂອງຕົນ, ພ້ອມທັງເອກະສານທີ່ກ່ຽວຂ້ອງກັບລົດເປັນຕົ້ນແມ່ນໃບທະບຽນພາຫະນະ ຫຼື ປຶ້ມເຫຼືອງຂອງທ່ານ ທີ່ມີໄວ້ຄອບຄອງນັ້ນມາຍື່ນແຈ້ງ ເສຍຄ່າທໍານຽມທາງ (ໃບວົງ  ກົມ) ປະຈໍາປີ 2020.

ຊຶ່ງໃນນັ້ນແມ່ນໄດ້ປະຕິບັດຢູ່ 2 ຈຸດຄື: ສະໂມສອນຂອງເມືອງ ອາດສະພັງທອງ ແລະໂຮງງານ ຊີມັງສະຫວັນນະເຂດຈໍາກັດໂດຍ ໃນນັ້ນສາມາດຈັດເກັບໄດ້ລົດຈັກຈໍານວນ 27 ລາຍການ ແລະລົດ ໃຫຍ່ 37 ລາຍການຄິດເປັນເງິນ ໄດ້ທັງໝົດ 10,96 ລ້ານກີບ ທັງນີ້ ກໍ່ເພື່ອເຮັດໃຫ້ການຈັດເກັບລາຍຮັບຈາກຄ່າທໍານຽມທາງເຂົ້າ ງົບປະມານແຫ່ງລັດໃນປີ 2020 ໃຫ້ເປັນຂະບວນການຟົດຟື້ນ ແລະ ຕອບສະໜອງຕົວເລກລາຍຮັບໃຫ້ ໄດ້ຕາມລະດັບຄາດໝາຍ ແລະ ທ່ວງທັນກັບກໍານົດເວລາທີ່ທາງຂັ້ນເທິງໄດ້ວາງໄວ້ໃຫ້ປະກົດຜົນ ເປັນຈຶ່ງໄປເທື່ອລະກ້າວ.

-------

ໜັງສືພິມເສດຖະກິດ-ສັງຄົມ