ດ່ວນ!! ພົບອີກ 1 ກໍລະນີ ຜູ້ຕິດເຊື້ອໂຄວິດ-19 ໃນລາວ ລວມເປັນ 3 ກໍລະນີ

  ຫຼັງຈາກທີ່ສາທາອອກມາຢືນຢັນວ່າ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວຈໍານວນ 2 ກໍລະນີ ໃນວັນທີ 24 ມີນາ 2020 ທີ່ຜ່ານມາ, ຫຼ້າສຸດມື້ນີ້ກະຊວງສາ ທາລະນະສຸກຖະແຫຼງອີກຄັ້ງພົບຜູ້ຕິດເຊື້ອອີກ 1 ກໍລະນີ ໂດຍຜູ້ກ່ຽວມີປະຫວັດຮ່ວມຮັບປະທານອາຫານກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ໂຮງແຮມແຫ່ງໜຶ່ງຂອງລາວ ໃນນະຄອນຫຼວງວຽງຈັນ.

ພາບຂ່າວ:

 ວັນທີ 25 ມີນາ 2020 ກະຊວງສາທາະລະນະສຸກຈັດພິທີຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19, ເຊິ່ງທ່ານ ພູທອນ ເມືອງປາກ ຮອງລັດຖະ ມົນຕີກະຊວງສາທາລະນະສຸກໄດ້ຢືນຢັນຢ່າງເປັນທາງການແລ້ວວ່າພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມອີກ 1 ກໍລະນີ ນອກນີ້ຍັງມີຜູ້ໄດ້ໄດ້ສຳຜັດກັບຜູ້ຕິດເຊື້ອລວມແລ້ວ 100 ກວ່າຄົນທີ່ຕ້ອງໄດ້ກັກບໍລິເວນເພື່ອຕິດຕາມອາການນັບຈາກນີ້.

ສະໜັບສະໜູນໂດຍ: HONDA

_____________

ໜັງສືພິມເສດຖະກິດ-ສັງຄົມ