ເມືອງໂຂງ ມອບເງິນສົມທົບທຶນສ້າງອາຄານຮຽນ ມຕ ດອນຖານ

  ໃນວັນທີ 20 ມີນາ 2020 ຜ່ານມາ ອໍານາດການປົກຄອງເມືອງໂຂງ ແຂວງຈໍາປາສັກ ນໍາໂດຍ ທ່ານ ພູວັນ ສີສຸພົນ ຮອງເຈົ້າເມືອງໂຂງທ່ານ ຄໍາສຸກ ຈັນທະວົງ ຮອງເຈົ້າເມືອງພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການປົກຄອງເມືອງໄດ້ນໍາເອົາເງິນສົດຈໍານວນ 24 ລ້ານກວ່າກີບ ແລະປູນຈໍານວນ 2 ໂຕນ ໄປມອບໃຫ້ອໍານາດການປົກຄອງກຸ່ມດອນຖານເພື່ອສົມທົບເຂົ້າໃນການສ້າາຄານຮຽນຫຼັງໃໝ່ທີ່ພວມລົງມືດໍາເນີນການການກໍ່ສ້າງໃນປະຈຸບັນ.

  ໃຫ້ກຽດຮັບເງິນດັ່ງກ່າວໂດຍ ທ່ານ ບຸນທອງ ທັນນຸວົງ ຮອງນາຍບ້ານດອນຖານ ເມືອງໂຂງ ແຂວງຈໍາປາສັກ ແລະໄດ້ກ່າວລາຍງານວ່າ: ອາຄານຮຽນທີ່ພວມດໍາເນີນການກໍ່ສ້າງອາຄານຮຽນຫຼັງໃໝ່ເປັນອາຄານເບຕົງເສີມເຫຼັກ, ເປັນອາຄານຮຽນ 2 ຫ້ອງ, ມີຂະໜາດ 7 ຄູນ 8 ແມັດ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກຸມພາ 2020 ເປັນຕົ້ນມາ, ມາຮອດປະຈຸບັນມີຄວາມຄຶບໜ້າແລ້ວ 50% ແລະຈະສູ້ຊົນສ້າງໃຫ້ສໍາເລັດພາຍໃນການປີນີ້.

ສະໜັບສະໜູນໂດຍ: HONDA

  ການສ້າງອາຄານຮຽນຫຼັງໃໝ່ແຫ່ງນີ້ແມ່ນອີກໃສ່ຄວາມຂາດເຂີນຫ້ອງນັກລູກຫຼານສະນັ້ນປະຊາຊົນພາຍໃນກຸ່ມດອນຖານໄດ້ຮ່ວມທຶນກັນສ້າງຊຶ່ງມີປະຊາຊົນທັງໝົດ 9 ບ້ານທີ່ໄດ້ສົບທົບທຶນ, ມາຮອດປະຈຸບັນມີຈໍານວນທັງໝົດ 500 ຄອບຄົວທີ່ໄດ້ປະກອບສວນທຶນ, ມີເງິນທັງໝົດ 25 ລ້ານກວ່າກີບ.