ປີແລ້ວເສດຖະກິດແຂວງຫຼວງພະບາງຫຼຸດລົງ 1%

  ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງໃນ 1 ປີຜ່ານມາເຫັນວ່າມີທ່າອ່ຽງຫຼຸດລົງ 1% ສາເຫດຍ້ອນອັດຕາແລກປ່ຽນມີການເພີ່ມຂື້ນ ແລະສະ ພາບການຂອງໂລກ, ພາກພື້ນກະທົບໃສ່ການລົງທຶນໜ້ອຍລົງເຮັດໃຫ້ເສດຂອງແຂວງຫຼວງພະບາງຂະຫຍາຍຕົວຢູ່ໃນລະດັບ 7,8% ໃນປີ 2019.

  ທ່ານ ສາຍສະໝອນ ຄົມທະວົງ ຮອງເລຂາພັກແຂວງໆຫຼວງພະບາງ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ສັງຄົມ ພວກ ເຮົາ20 ມີນານີ້ວ່າ: ແຂວງຫຼວງພະບາງນັບວ່າເປັນແຂວງໜຶ່ງທີ່ມີການພັດທະນາໄວພໍສົມຄວນ,ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ການພັດທະນາດ້ານພື້ນຖານໂຄງລ່າງນັບມື້ນັບຈະເລີນກ້າວໜ້າ ແລະຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ ແລະ ຕົກມາຮອດປີ 2019 ນີ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,8%, ທຽບໃສ່ 5 ປີຜ່ານມາ (2015) ຫຼຸດລົງ 1% ສາເຫດຍ້ອນອັດຕາແລກປ່ຽນມີການເພີ່ມຂື້ນ ແລະສະພາບການຂອງໂລກ, ພາກພື້ນກະທົບໃສ່ການລົງທຶນໜ້ອຍລົງ, ມູນຄ່າລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 7.557,20 ຕື້ກີບ, ທຽບໃສ່ 5 ປີຜ່ານມາ ເພີ່ມຂື້ນ 7.533.454 ຕື້ກີບ, ລາຍໄດ້ສະເລ່ຍໃສ່ຫົວຄົນໄດ້ 16 ລ້ານກວ່າກີບຕໍ່ຄົນຕໍ່ປີມາຮອດປະຈຸບັນທົ່ງແຂວງມີໄຟຟ້າ 704 ບ້ານ,ທຽບໃສ່5ປີ ເພີ່ມຂື້ນ 209 ບ້ານ, ມີເສັ້ນທາງລົດເຂົ້າເຖິງ 739 ບ້ານ, ເພີ່ມຂື້ນ 31 ບ້ານ, ມີ 103 ບ້ານ ໄດ້ຊົມໃຊ້ນໍ້າປະປາເພີ່ມຂື້ນ 7 ບ້ານ; ອັດຕາການເຂົ້າຮຽນຂອງເດັກອາຍຸຕໍ່າກວ່າ 5 ປີ ກວມເອົາ 84,42% ເພີ່ມຂຶ້ນ 15,42%, ທົ່ວແຂວງມີບ້ານສາທາລະນະສຸກແບບຢ່າງ 590 ບ້ານ, ເທົ່າກັບ 78, 35% ເພີ່ມຂື້ນ 11,35%, ມີບ້ານທຸກຍາກຍັງເຫຼືອ 142 ບ້ານ, ທຽບໃສ່ 5 ປີຜ່ານມາຫຼຸດລົງ 28 ບ້ານ.

 ທ່ານຍັງກ່າວໃຫ້ຮູ້ຕື່ມວ່າສໍາລັບປີ 2020 ນີ້ທາງແຂວງຫຼວງພະບາງຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງໃນອັດຕາສະເລ່ຍ 8,6%, ລາຍໄດ້ສະເລ່ຍໃສ່ຫົວຄົນໃຫ້ໄດ້ 2.362 ໂດລາ, ດຶງດູດການລົງທຶນທັງພາຍໃນ ແລະຕ່າງປະເທດໃຫ້ເພີ່ມຂຶ້ນດ້ວຍນະໂຍບາຍທີ່ເໝາະສົມ, ເອົາໃຈໃສ່ພັດທະນາພື້ນ ຖານໂຄງລ່າງແນໃສ່ສ້າງສິ່ງອໍານວຍຄວາມສະດວກ ແລະນໍາພາປະຊາຊົນອອກຈາກຄວາມທຸກຍາກປີ 2020 ນີ້.