GMS ເຊັນສັນຍາກໍ່ສ້າງວຽກເພີ່ມອີກ 6 ໂຄງການຍ່ອຍ

   ພິທີເຊັນສັນຍາກໍ່ສ້າງວຽກເພີ່ມ 6 ໂຄງການຍ່ອຍຂອງໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ຫຼື GMS ໄດ້ຈັດຂຶ້ນໃນວັນທີ 19 ມີນາຜ່ານມາ, ທີ່ນະຄອນໄກສອນ ພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະຊີ້ນຳໂຄງການ GMS, ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາ-ຜັງເມືອງ, ມີພະແນກການກົມກອງທີ່່ກ່ຽວຂ້ອງຂອງແຂວງ, ນະຄອນໄກສອນ ພົມວິຫານ, ທີ່ປຶກສາໂຄງການຕະຫຼອດເຖິງ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງໃນ 6 ໂຄງການຍ່ອຍເຂົ້າຮ່ວມ.

 ໂອກາດນີ້, ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການ GMS ໄດ້ກ່າວລາຍງານໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງວຽກເພີ່ມວ່າ: ໂຄງການພັດທະນາຕົວເມືອງເປັນໂຄງ ການເງິນກູ້ຍືມ ແລະຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີຊຶ່ງລວມມີມູນຄ່າທຶນທັງໝົດ 47,74 ລ້ານໂດລາ ຊຶ່ງລວມມີ 7 ໜ້າວຽກຫຼັກທີ່ກວມເອົາໃນ 3 ຕົວເມືອງຂອງແຂວງສະຫວັນນະເຂດຄື: ນະຄອນໄກສອນ ພົມວິຫານ, ເທສະບານເມືອງພີນ ແລະບ້ານແດນສະຫວັນ ເມືອງເຊໂປນ ສຳລັບການເຊັນສັນຍາວຽກເພີ່ມໃນມື້ນີ້, ແມ່ນເປັນການເຊັນສັນຍາວຽກເພີ່ມຈາກສັນຍາແມ່ທີ່ໄດ້ຮັບການຈັດຕັ້ງປະຕິບັດມາກ່ອນຊຶ່ງລວມມີ 6 ສັນຍາດັ່ງນີ້: 1. ໂຄງການ ບຳບັດນ້ຳເປື້ອນຫ້ວຍລົງກົງ ໃນເນື້ອທີ່ 2,7 ເຮັກຕາ ໃຊ້ບຳບັດດ້ວຍລະບົບດີວັດຊຶ່ງຜ່ານການຮັບຮອງການອອກແບບໂດຍອົງການບໍດາໃນມູນຄ່າ 861,25 ລ້ານໂດລາ ຜູ້ຮັບເໝົາແມ່ນບໍລິສັດເລກ 8 ຮ່ວມກັບບໍລິສັດໄຕເຈືອງເຊິນ ແລະວາງ ທໍ່ນ້ຳເປື້ອນຈາກສະໜາມຂີ້ເຫຍື້ອເກົ່າ ລົງຫາບໍ່ບຳບັດສະໜາມໃໝ່ ຄວາມຍາວ 127 ແມັດ, ມູນຄ່າ 19,82 ພັນໂດລາ

ໂດຍແມ່ນບໍລິສັດວີເອັສພີ, 2.ໂຄງການກໍ່ສ້າງເສັ້ນທາງເຂົ້າສູ່ສະໜາມບິນຄວາມຍາວ 730 ແມັດ, ປູຢາງອາສຟານໜາ 5 ຊັງຕີແມັດ, ມູນຄ່າໃນການກໍ່ສ້າງແມ່ນ 3,56 ແສນໂດລາ, ໂດຍແມ່ນບໍລິສັດເລກ 8 ຮ່ວມກັບບໍລິສັດໄຕ ເຈືອງ ເຊິນ, 3.ໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ທ່າບັກເກົ່າຫາເສັ້ນທາງຄັນທະບູລີສວນສາທາລະນະກຸວໍລະວົງຄວາມຍາວ 459,5 ແມັດ, ໜາ 20 ຊັງຕີແມັດ, ມູນຄ່າ 3,1 ແສນໂດລາ, ໂດຍແມ່ນບໍລິສັດລາວມີໄຊ; 4.ໂຄງການກໍ່ສ້າງເສັ້ນທາງເບຕົງໜາ 23 ຊັງຕີແມັດ, ຈາກເສັ້ນທາງສັນຕິພາບຫາເສັ້ນທາງສີສະຫວ່າງວົງ ຖະໜົນສຸຂາວະດີ ຍາວ 292 ແມັດ, ມູນຄ່າ 2,99 ແສນໂດລາ ໂດຍແມ່ນບໍລິສັດລາວມີໄຊ, 5. ໂຄງການກໍ່ສ້າງທາງເຂົ້າສູ່ຊຸມຊົນບ້ານອາໂລນ ເມືອງເຊໂປນ ຍາວ 673 ແມັດ,ປູຢາງໜຽວ 2 ຊັ້ນ ມູນຄ່າ2,6 ແສນໂດລາ ໂດຍແມ່ນບໍລິສັດໜູຄຳກໍ່ສ້າງ, 6.ໂຄງ ການກໍ່ສ້າງເສັ້ນທາງເຂົ້າສູ່ຊຸມຊົນບ້ານນາໂພເມືອງພີນ ຍາວ 619 ແມັດ, ປູຢາງໜຽວ 2 ຊັ້ນ ມູນຄ່າ 1,89 ແສນໂດລາ ໂດຍແມ່ນບໍລິສັດໄຕເຈືອງເຊິນເປັນຜູ້ຮັບເໝົາກໍ່ສ້າງ.

  ທ່ານ ພົມມາ ວົງພະຈິດ ກ່າວຕື່ມວ່າ: ຈາກການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ, ທາງໂຄງການສາມາດປະຢັດເງິນເພີ່ມໄດ້ທັງໝົດໃນມູນຄ່າ 1,11 ລ້ານໂດລາ ແລະສຳລັບມູນຄ່າເສັ້ນທາງທີ່ໂຄງການໄດ້ເຊັນສັນຍາໃນຄັ້ງນີ້ແມ່ນ 1,8 ລ້ານໂດລາ ຊຶ່ງທີ່ກ່າວມາຂ້າງເທິງນີ້ແມ່ນຄວາມສຳເລັດອັນຍິ່ງໃຫຍ່ເປັນຜົນງານຂອງກະຊວງ ຍທຂ ກໍ່ຄືພະແນກ ຍທຂ ພ້ອມດ້ວຍຄະນະຊີ້ນຳໂຄງການຂັ້ນແຂວງທີ່ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນອູ້ມຊູຊ່ວຍເຫຼືອແກ່ຄະນະຄຸ້ມຄອງໂຄງການພວກເຮົາແຕ່ຕົ້ນຕະຫຼອດປາຍຈົນສາມາດນຳພາການຈັດຕັ້ງປະຕິບັດເກີນຄາດໝາຍໄດ້ວຽກເພີ່ມຕື່ມດັ່ງການເຊັນສັນຍາເພີ່ມໃນຄັ້ງນີ້.

  ຈາກນັ້ນ, ໃນພິທີກໍ່ໄດ້ມີການລົງນາມໃນສັນຍາການກໍ່ສ້າງວຽກງານໃນ 6 ໂຄງການຍ່ອຍດັ່ງກ່າວນີ້ຢ່າງເປັນທາງການ.