ເອກະຊົນສຳປະທານດິນປູກພືດ ແລະ ໄມ້ໃຫ້ໝາກຢູ່ເລົ່າງາມ

 ເມືອງເລົ່າງາມ ແຂວງສາລະວັນ ເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນ ແລະມີເງື່ອນໄຂທີ່ເໝາະສົມໃນການປູກພຶດອຸດສາຫະກຳເພື່ອສົ່ງອອກຂາຍເປັນສິນຄ້າ ເປັນຕົ້ນ: ກາເຟ, ມັນຕົ້ນ ແລະອື່ນໆ ຈາກຈຸດນີ້ຈິ່ງເຮັດໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດເກີດມີຄວາມສົນໃຈເຂົ້າມາລົງທຶນໃນເມືອງດັ່ງກ່າວ.

  ໃນວັນທີ 1 ກຸມພາຜ່ານມາຢູ່ພະແນກແຜນການ ແລະການລົງທຶນແຂວງສາລະວັນ ກໍໄດ້ມີພິທີເຊັນສັນຍາສຳປະທານດິນເພື່ອປູກພືດ ແລະໄມ້ໃຫ້ໝາກຢູ່ເມືອງເລົ່າງາມໂດຍຊ້ອງໜ້າຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດແຂວງ. ຝ່າຍຄະນະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນແຂວງເຊັນໂດຍ: ທ່ານ ຄໍາກິ່ງ ແກ້ວສຸພັນ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ມີທ່ານ ພອນພະນົມ ສີອ່ອນແກ້ວ ຮອງເຈົ້າເມືອງໆເລົ່າງາມ ແລະຕາງໜ້າພະແນກການທີ່ກ່ຽວຂ້ອງ ແລະຝ່າຍບໍລິສັດເຊັນໂດຍ: ທ່ານ ຖັງຊີຟູ ປະທານບໍລິສັດສິບສອງພັນນາຊື່ຢຽນຫຸ້ນສ່ວນຂາເຂົ້າ-ຂາອອກຈໍາກັດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.

  ທ່ານ ຄໍາກິ່ງ ແກ້ວສຸພັນ ກ່າວວ່າ: ການເຊັນສັນຍາສໍາປະທານເນື້ອທີ່ດິນປູກພືດ ແລະປູກໄມ້ໃຫ້ໝາກ 42 ຊະນິດທີ່ບ້ານຕະແບງ ເມືອງເລົ່າງາມ ແຂວງ ສາລະວັນ ເຊິ່ງມີເນື້ອທີ່ດິນສໍາປະທານທັງໝົດ 150 ເຮັກຕາ, ມີມູນຄ່າການລົງທຶນ 2 ລ້ານໂດລາ, ໂດຍແມ່ນທຶນຂອງບໍລິສັດສິບສອງພັນນາຊື່ຢຽນຫຸ້ນສ່ວນຂາອອກ-ຂາເຂົ້າຈໍາກັດຈາກປະເທດຈີນ 100%, ເຊິ່ງມີອາຍຸສໍາປະທານ 30 ປີ (2019-2048) ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ການດໍາເນີນໂຄງການໄດ້ດໍາເນີນອອກເປັນ 2 ໄລຍະຄື: ໄລຍະທີ 1 (2019-2020) ເລີ່ມການບຸກເບີກເນື້ອທີ່ດິນເປັນເວລາ 2 ປີ, ໄລຍະທີ 2 ແມ່ນດໍາເນີນການປູກ, ບົວລະບັດຮັກສາ ແລະ ຈຳໜ່າຍຜົນຜະລິດເປັນເວລາ 28 ປີ ນັບແຕ່ປີ 2020-2048.

  ໂຄງການດັ່ງກ່າວນີ້, ນອກຈາກຈະສົ່ງເສີມໃນການພັດທະນາເສດຖະກິດຂອງແຂວງແລ້ວ, ທັງເປັນການສ້າງໂອກາດໃຫ້ປະຊາຊົນມີວຽກເຮັດງານທໍາ, ລວມໄປເຖິງການຖ່າຍທອດສີມືແຮງງານ, ຄວາມຮູ້ດ້ານກະສິກຳ ແລະຮຽນຮູ້ວິທີການ, ເຕັກນິກການປູກແບບໃໝ່, ພ້ອມດຽວກັນນີ້ການປູກພືດ ແລະໄມ້ໃຫ້ໝາກພັດທະນາ ແລະສົ່ງເສີມທຸລະກິດພາຍໃນທ້ອງຖິ່ນໃຫ້ຍືນຍົງ.