ຄວາມເປັນມາຂອງຕາດຜາຫວ່າງເມືອງຊຳໃຕ້

  ຕະຫຼອດໄລຍະຜ່ານມານໍ້າຕົກຕາດຜາຫວ່າງຕັ້ງຢູ່ໃນຂອບເຂດພື້ນທີ່ຂອງບ້ານປາວເໜືອຊຶ່ງເມື່ອກ່ອນບ້ານປາວເໜືອແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະຂຶ້ນກັບເມືອງຊຳໃຕ້ທີ່ມີມາແຕ່ບູຮານນະການອີງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເວົ້າສືບຕໍ່ກັນມາວ່າ: ຜູ້ທີ່ມາສ້າງ ເປັນບ້ານທຳອິດແມ່ນມີ 3 ຈຸ້ມຈາວຄື: ຈຸ້ມຈາວທີ 1 ເປັນຊົນເຜົ່າໄຕແດງທີ່ຍ້າຍມາແຕ່ເມືອງປາວ,ຈຸ້ມຈາວທີ 2 ຍ້າຍມາແຕ່ເມືອງ ໂສຍ ແລະຈຸ້ມຈາວທີ 3 ຍ້າຍມາ ແຕ່ຮິ່ງຮ່າປ່າມູນລຽບແມ່¬ນໍ້າແດງ (ພາກເໜືອຂອງ ສສ ຫວຽດນາມ ໃນປະຈຸບັນ) ມາຮ່ວມກັນແລ້ວສ້າງເປັນບ້ານຂຶ້ນເມື່ອປະມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບຄົວ ແລະເອີ້ນຊື່ບ້ານວ່າ: ບ້ານນາຄຳ, ແຕ່ໃນໄລຍະຕໍ່ມາໄດ້ປ່ຽນ ຊື່ບ້ານຈາກບ້ານນາຄຳມາເປັນ ບ້ານປາວເໜືອ ໂດຍກຳ¬ນົດຊື່ເອີ້ນ ຕາມສາຍນໍ້າເພາະວ່າບ້ານຕັ້ງຢູ່ ລຽບຫ້ວຍນໍ້າປາວຕອນເໜືອ ນອກ ນັ້ນຍັງມີຫ້ວຍນໍ້າຮໍຊຶ່ງເປັນຍອດນໍ້າປາວທີ່ໄຫຼມາແຕ່ພູພຽງນໍ້າຍື່ງ ເຂດກະສອນ ໂດຍນໍ້າດັ່ງກ່າວໄດ້ໄຫຼລອດຜາຫວ່າງອອກມາເປັນນໍ້າຕົກຕາດທີ່ສວຍງາມຊາວບ້ານເຂດນີ້ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ວ່າ: ຕາດຜາຫວ່າງສືບຕໍ່ກັນມາຈົນເຖິງປະຈຸບັນ.

ສະໜັບສະໜູນໂດຍ: HONDA

  ນໍ້າຕົກຕາດຜາຫວ່າງເປັນນໍ້າ ຕົກຫີນເກັດຕັ້ງຢູ່ບ້ານປາວເໜືອ ເມືອງຊຳໃຕ້ ຫ່າງຈາກເທສະບານ ເມືອງ 30 ກິໂລແມັດ ເປັນນໍ້າຕົກ ຕາດອອກຈາກຮູຜາຫີນທີ່ຢຽດ ຍາວໄປຕາມສາຍພູສູງ ແລະມີແມ່ ນໍ້າໄຫຼຕະຫຼອດປີເປັນນໍ້າຕົກຕາດ ທຳມະຊາດທີ່ສວຍງາມອາດເປັນ ອັນດັບໜຶ່ງຂອງປະເທດລາວ ມີຄວາມຍາວທັງໝົດ 700 ແມັດ ກວ້າງສະເລ່ຍ 15-20 ແມັດ ມີ 21 ພັກ ແຕ່ລະພັກມີຄຸນລັກສະນະຄວາມງາມແຕກຕ່າງກັນເປັນຕາດ ທີ່ມີສະເຫນດຶງດູດຈິດໃຈຜູ້ມາທ່ຽວ ຊົມຍ້ອນຄວາມງາມຂອງທຳມະຊາດທີ່ອຸດົມສົມບູນໄປດ້ວຍສັດນາໆພັນອາໄສຢູ່ຫຼາກຫຼາຍ, ອາກາດສົດຊື່ນເຢັນສະບາຍ, ສອງຟາກຫ້ວຍມີຕົ້ນໄມ້ຫຼາຍຢ່າງຂຽວງາມ, ມີສັດສາວາສິ່ງຫຼາຍຊະນິດ ເປັນຕົ້ນນົກ, ກະຮອກ ແລະຊະນິດອື່ນໆຢ່າຫຼວງຫຼາຍພິເສດແມ່ນມີ ໂຕທະນີ 7 ໂຕແຕ່ລະມື້ຈະອອກມາຮ້ອງຢ່າງມີຄວາມສຸກໃນຂອບເຂດບໍລິເວນດັ່ງກ່າວນອກນັ້ນໃນຂອບເຂດນໍ້າຕົກຕາດຜາຫວ່າງຍັງມີຮ່ອງຮອຍທາງປະຫວັດສາດ, ວັດທະນະທຳຫຼາຍຢ່າງທີ່ເປັນຕາງຶດງໍ້ເຊັ່ນ: ຫີນຕັ້ງ, ຫີນໜູນີກາ (ຮູບອະໄວຍະວະເພດຍິງ-ຊາຍ ຢູ່ຮ່ວມກັນ), ມີຮອຍຕີນເຢື້ອຍ, ເຕົ່າຫີນຕີນຜາຮໍ ແລະຖໍ້າມ້າຫີນ ຜູ້ເຖົ້າຜູ້ແກ່ບູຮານເພີ່ນເຄີຍເວົ້າກັນ ວ່າ: ຖໍ້າມ້າສາລີກາບຜາຮໍ ຊຶ່ງມີ ຄວາມເໝາະສົມແກ່ການໄປທ່ຽວຊົມ ແລະພັກຜ່ອນໃນມື້ວັນພັກຕ່າງໆ.

ພາບຂ່າວ:

 ສ່ວນສາເຫດທີ່ມາຂອງຊື່ຜາຫວ່າງນັ້ນຕາມການບອກເລົ່າຂອງຊາວບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜານີ້ມີໂຕຫວ່າງຫຼາຍບວກໃສ່ກັບຜາຫີນສູງຍາວມີນໍ້າໄຫຼອອກຈາກຮູຜາໃນລະດູຝົນໄຫຼອອກຈາກຮູນໍ້າລອດບໍ່ທັນນໍ້າໄດ້ໄຫຼອອກຈາກຫວ່າງຜາຂອງສອງຜາຮຽງກັນຈຶ່ງໄດ້ເອີ້ນຊື່ວ່າ: ຜາຫວ່າງ.

  ມາຮອດຕົ້ນເດືອນພະຈິກ 2 015 ເມືອງໄດ້ກໍ່ສ້າງເສັ້ນທາງເຂົ້າໃສ່ຕາດດັ່ງກ່າວເພື່ອສ້າງພື້ນຖານໂຄງລ່າງໃນເບື້ອງຕົ້ນຊຶ່ງມີຄວາມຍາວ 4 ກິໂລແມັດ ເພື່ອເປັນການ ສ້າງເງື່ອນໄຂໃຫ້ພະນັກງານ, ປະຊາຊົນ, ແຂກຕ່າງດ້າວຊາວຕ່າງແດນໄດ້ມາທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມສາມາດດຶງດູດເອົາບັນດາແຂກພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມ.

  ທັງນີ້ຂໍເຊີນຊວນບັນດາທ່ານທີ່ຢູ່ພາຍໃນ ແລະຕ່າງປະເທດຈົ່ງພ້ອມກັນໃຫ້ຄວາມສະໜັບສະໜູນໂຄສະນາຊວນເຊື່ອພ້ອມກັນມາທ່ຽວຊົມປະກອບສ່ວນວັດຖຸຈິດໃຈເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວຜາຫວ່າງຫ້ວຍຮໍແຫ່ງນີ້ເພື່ອເຮັດໃຫ້ບັນລຸຕາມຄຳຂວັນຂອງເມືອງຊຳໃຕ້ ແຂວງຫົວພັນທີ່ວ່າ: “ເຊີນຊົມຕາດຜາຫວ່າງຜາໜ່າງວີລະຊົນຜ້າໄໝມ້ອນຊຳໃຕ້ປ່າໄມ້ໃຫຍ່ໂລງເລງນໍ້າຊຳແຫຼ່ງພະລັງງານໄຟຟ້າມ້າສາລີກາບຜາຮໍ”.