ເອົາຄົນມອບຕູ້ວາງສະແດງວັດຖຸບູຮານ ໃຫ້ແກ່ຫໍພິພິທະພັນແຂວງ

  ໃນຕອນເຊົ້າຂອງວັນທີ 18 ມີນາ 2020 ນີ້, ທີ່ຫໍພິພິທະພັນແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບຕູ້ ແລະເປີດວາງສະແດງວັດຖຸບູຮານທີ່ໄດ້ຈາກໂຄງການຂຸດຄົ້ນຄໍາ-ທອງເຊໂປນ ເມືອງວິບູລີ ໄດ້ຈັດຂຶ້ນທີ່ຫໍພິພິທະພັນດັ່ງກ່າວ, ໂດຍໃຫ້ກຽດເປັນປະທານຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ຄໍາພູນ ຕຸໄພທູນ ພະນັກງານບໍານານອະດີດຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວແຂວງ, ທ່ານ ສະໝານ ອະເນກາ ອໍານວຍການບໍລິສັດລ້ານຊ້າງມິເນໂຣນສ໌ລິມິເຕັດ, ມີຕົວແທນຈາກພະແນກການທີ່ກ່ຽວຂ້ອງ, ບັນດາພະນັກງານພາຍໃນເຂົ້າຮ່ວມ.

  ໃນໂອກາດນີ້, ທ່ານ ສະໝານ ອະເນກາ ກໍ່ໄດ້ກ່າວສະແດງຄວາມດີໃຈແລະພາກພູມໃຈທີ່ເປັນສ່ວນໜຶ່ງໃນການອະນຸລັກວັດຖຸບູນຮານຊຶ່ງເປັນມໍລະດົກດ້ານວັດທະນະ ທໍາຂອງບັນພະບູລຸດໄດ້ສ້າງໄວ້ໂດຍວັດຖຸທີ່ສາມາດຂຸດຄົ້ນໄດ້ນີ້ແມ່ນຢູ່ພາຍໃຕ້ໂຄງການສຶກສາ, ເກັບກູ້, ອະນຸລັກມໍລະດົກວັດທະນະທໍາຢ່າງເປັນລະບົບເລີ່ມແຕ່ປີ 2000 ມາຈົນເຖິງປີ 2020 ລວມເປັນເວລາ 20 ປີເຕັມ, ໂດຍໃຊ້ງົບປະມານ100.000 ໂດລາ/ປີ, ສໍາລັບຕູ້ທີ່ນໍາມາມອບໃນຄັ້ງນີ້ລວມມີທັງໝົດ 7 ໜ່ວຍ, ລວມເປັນມູນ ຄ່າທັງໝົດ 85 ລ້ານກີບ, ພ້ອມດຽວກັນນີ້ກໍ່ໄດ້ມີການວາງສະແດງວັດຖຸບູຮານອີກ 6 ປະເພດ, ມີ 450 ຊິ້ນ, ໃນນີ້ບໍລິສັດລ້ານມິເນໂຣນນ໌ລິມິເຕັດສາມາດຂຸດຄົ້ນໄດ້ 430 ກວ່າຊິ້ນ.

ສະໜັບສະໜູນໂດຍ: HONDA

  ຈາກນັ້ນ, ພາຍໃນພິທີກໍ່ໄດ້ມີການເດີນທ່ຽວຊົມວັດຖຸບູຮານຕ່າງໆ ທີ່ໄດ້ນໍາມາຈັດສະແດງໃນຄັ້ງຊຶ່ງເປັນວັດຖຸບູນຮານທີ່ໄດ້ຈາກໂຄງການ ແລະວັດຖຸບູນຮານອື່ນໆ ທີ່ນໍາມາວາງສະແດງຢ່າງຫຼາກຫຼາຍລາຍການສາມາດດຶງດູດຄວາມສົນໃຈແກ່ຜູ້ເບິ່ງຜູ້ຊົມ ແລະບັນດານັກທ່ອງທ່ຽວພາຍໃ  ລະຕ່າງປະເທດໄດ້ເປັນຢ່າງດີ.