ຕາດນົກເຄົ້າ ອີກສະຖານທີ່ທ່ອງທ່ຽວ ແຂວງເຊກອງ

  ໄປຮອດແຂວງເຊກອງຢ່າລືມແວ່ຕາດນົກເຄົ້າຊຶ່ງຖືເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີກແຫ່ງໜຶ່ີ່ມີອາກາດສົດຊື່ນເໝາະແກ່ການພັກຜ່ອນຢ່ອນໃຈໃນຍາມວັນພັກທາງລັດຖະການໂດຍການໄປນັ່ງກິນລົມຊົມວິວສູບເອົາອາກາດສົດໆ, ກິ່ນຫອມຂອງດອກຄັດເຄົ້າ, ຟັງສຽງນົກ, ໜູ, ປູ, ປີກຢ່າງສະອອນໃຈ, ພ້ອມນັ້ນຍັງເໝາະກັບການຊຸມແຊວກິນເຂົ້າປ່າສາມັກຄີກັບຄອບຄົວ, ໝູ່ຄູ່ ຫຼືຄົນຮັກ.

  ຕາດແຫ່ງນີ້ກໍາເນີດເກີດຂຶ້ນຢູ່ຕາມລໍາຫ້ວຍວີມີນໍ້າໄຫຼຜ່ານຕະຫຼອດປີມີອາກາດເຢັນສົດຊື່ນໂດຍສັງເກດເຫັນວ່ານັກທ່ອງທ່ຽວເຂົ້າໄປທ່ຽວຊົມຫຼາຍທີ່ສຸດແມ່ນຊ່ວງລະດູແລ້ງເພາະຊ່ວງດັ່ງກ່າວນໍ້າຈະໃສເຢັນສາມາດແນມເຫັນສັດນໍ້ານາໆຊະນິດໄດ້ດີ, ກະແສນໍ້າກໍຈະບໍ່ໄຫຼແຮງເໝາະແກ່ການລົງໄປຫຼິ້ນນໍ້າເພື່ອຜ່ອນຄາຍຄວາມອິດເມື່ອຍ, ຍິ່ງສໍາຄັນໄປກວ່ານັ້ນໃນບໍລິເວນອ້ອມຮອບຕາດແມ່ນຈະປົກຄຸມໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມມີຄວາມອຸດົມໄປດ້ວຍພືດພັນທັນຍາຫານພ້ອມທັງເປັນແຫຼ່ງທໍາມາຫາກິນເພື່ອລ້ຽງຊີບໃນຊີວິດປະຈໍາວັນຂອງປະຊົນຢູ່່ແຖບນັ້ນນໍາອີກ.

 

 ຕາມການບອກເລົ່າໃນເມື່ອກ່ອນແມ່ນຊາວບ້ານໄດ້ພາກັນມາຫາກິນແລ້ວກໍໄດ້ພົບເຫັນໝູ່ນົກເຄົ້າມາເຮັດຮັງໃສ່ຕົ້ນໄມ້ໃຫຍ່ເທິງຕາດຕົ້ນໜຶ່ງຢ່າງເປັນປົກກະຕິດັ່ງນັ້ນຊາວບ້ານຈຶ່ງໄດ້ເອີ້ນຊື່ຕາດນີ້ວ່າ: ຕາດນົກເຄົ້າຈົນມາຮອດປະຈຸບັນນີ້, ດັ່ງນັ້ນຖ້າຫາກໃຜຍັງບໍ່ທັນໄດ້ໄປສໍາຜັດກັບທໍາມະຊາດ-ອາກາດປອດໂປ່ງຂອງຕາດນົກເຄົ້າໂດຍມີທີ່ຕັ້ງຢູ່ບ້ານໜອງບົງ ເມືອງລະມາມ ແຂວງເຊກອງຫ່າງຈາກເທສະບານເມືອງ 14 Km ແລະຫ່າງຈາກເສັ້ນທາງເລກທີ 16 B ປະມານ 2 Km ຊຶ່ງໄດ້ເລີ່ມເປີດບໍລິການນໍາໃຊ້ແຕ່ປີ 2008 ເປັນຕົ້ນມາ, ສະນັ້ນຖ້າຫາກວ່າທ່ານໃດໄດ້ມາທ່ຽວແຂວງເຊກອງກໍຢ່າລືມແວ່ທ່ຽວຊົມສະຖານທີ່ແຫ່ງນີ້ໃຫ້ໄດ້.