ຫ້າມຈຳໜ່າຍເຄື່ອງກວດໂຄວິດ-19 ແບບເຫັນຜົນໄວ

  ປະຈຸບັນກະຊວງສາທາລະນະສຸກໄດ້ສຸມໃສ່ເຝົ້າລະວັງການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢ່າງເຂັ້ມງວດ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເອົາໃຈໃສ່ປະຕິ ບັດຕາມການແນະນໍາມາດຕະການປ້ອງກັນພະຍາດໃນແຕ່ລະໄລຍະຂອງກະຊວງສາທາລະນະສຸກຊຶ່ງສະພາບວິກິດການລະບາດຂອງເຊື້ອໄວຣັດໂຄວິດ-19 ຍັງມີການລະບາດເກືອບໃນທົ່ວໂລກຈຶ່ງເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງກັບສາທາລະນະສຸກມີຄວາມຕ້ອງການສັ່ງຊື້ເຄື່ອງວັດແທກກວດເຊື້ອໄວຣັດດັ່ງກ່າວ ແບບເຫັນຜົນໄວ (Rapid Test) ມານຳໃຊ້ໂດຍບໍ່ໄດ້ມີການຢັ້ງຢືນຈາກສະຖາບັນຄວບຄຸມໂລກສະເພາະຊຶ່ງຈະເຮັດໃຫ້ຜົນການກວດມີຄວາມຜິດດ່ຽງ ແລະອ່ານຜົນຜິດພາດໄດ້.

ສະໜັບສະໜູນໂດຍ: HONDA

   ຕໍ່ກັບບັນຫາດັ່ງກ່າວ, ກະຊວງສາທາລະນະສຸກຈຶ່ງໄດ້ມີຄໍາສັ່ງຫ້າມນໍາເຂົ້າ, ຫ້າມຈໍາໜ່າຍ ແລະຫ້າມນໍາໃຊ້ເຄື່ອງທົດສອບແບບໄວ (Rapid Test) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດໂຄວິດ-19 ຊຶ່ງການນໍາໃຊ້ເຄື່ອງກວດປະເພດນີ້ຍັງບໍ່ສາມາດຮັບປະກັນເຖິງຄວາມຖືກຕ້ອງຂອງການບົ່ງມະຕິພະຍາດການກວດເຊື້ອພະ ຍາດຊະນິດນີ້,ຕ້ອງໃຊ້ເວລາ ແລະໄປຕາມຂັ້ນຕອນຈຶ່ງສາມາດກວດພົບເຫັນເຊື້ອພະຍາດ, ໃນກໍລະນີໃຊ້ເວລາໃນການກວດສັ້ນເກີນໄປອາດມີຄວາມສ່ຽງເຮັດໃຫ້ຜົນກວດເກີດການອອກຜົນທີ່ຜິດພາດ ແລະຄາດເຄື່ອນດັ່ງນັ້ນ, ຖ້າບຸກຄົນ ແລະນິຕິບຸກຄົນໃດຫາກລະເມີດຄໍາສັ່ງສະບັບດັ່ງກ່າວ, ແມ່ນຈະຖືກກ່າວເຕືອນ ແລະ ລົງໂທດຕາມລະບຽບກົດໝາຍ.