ຊາວນາທົ່ວປະເທດ ຂຸ້ນຂ້ຽວດຳເຂົ້ານາແຊງຮອດປະຈຸບັນໄດ້ແລ້ວ 70ເປິເຊັນ

    ເພື່ອຜະລິດທົດແທນຜົນເສຍຫາຍຈາກການຜະລິດລະດູຝົນທີ່ຜ່ານມາ, ທັງເປັນການຮັກສາສະຖຽນນະພາບຂອງລາຄາເຂົ້າໃນທ້ອງຕະຫຼາດໃຫ້ຢູ່ໃນເກນປົກກະຕິ, ພ້ອມທັງກຽມຜະລິດແນວພັນໃສ່ລະດູຝົນປີນີ້ ແລະຮັບປະກັນການສະໜອງເຂົ້າເພື່ອບໍລິໂພກພາຍໃນ, ເປັນຄັງແຮໃນປີຕໍ່ໄປ, ດັ່ງນັ້ນປະຈຸບັນ ປະຊາຊົນທົ່ວປະເທດຈຶ່ງຂຸ້ນຂ້ຽວໃສ່ການປັກດຳເຂົ້ານາແຊງຮອດດຽວນີ້ສຳເລັດແລ້ວ 70%.

  ຕາມບົດສະຫຼຸບປະຈຳອາທິດຂອງກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ວ່າ: ຂະບວນການຜະລິດເຂົ້ານາແຊງຂອງບັນດາແຂວງຕ່າງໆໃນລະດູແລ້ງນີ້ແມ່ນ ເປັນຂະບວນຟົດຟື້ນດີ, ມາຮອດປະຈຸບັນປະຊາຊົນສາມາດປັກດຳໄດ້ 69,60 ພັນເຮັກຕາເທົ່າກັບ 70% ຂອງເນື້ອທີ່ແຜນການ, ສະເພາະພືດປະຕິບັດໄດ້ 79,63 ພັນເຮັກຕາເທົ່າກັບ 50,58% ຂອງເນື້ອທີ່ແຜນການ ແລະພືດທີ່ປູກຫຼາຍກວ່າໝູ່ແມ່ນສາລີຫວານຕົ້ນຕໍຢູ່ແຂວງສະຫວັນນະເຂດໃນເນື້ອທີ່ 1,13 ພັນເຮັກຕາ, ແຂວງວຽງຈັນ 1,21 ພັນເຮັກຕາ, ບໍລິຄຳໄຊ 260 ເຮັກຕາ, ສາລະວັນ 846 ເຮັກຕາ ແລະແຂວງຫຼວງພະບາງ 140 ເຮັກຕາ.

  ສຳລັບວຽກການລ້ຽງສັດແມ່ນໄດ້ເອົາໃຈໃສ່ການຜະລິດຢາປ້ອງກັນພະຍາດສັດ, ໂດຍປະຈຸບັນຜະລິດໄດ້ແລ້ວ 6,45 ລ້ານເຂັມເທົ່າກັບ 80,88% ຂອງແຜນການປີ, ໄດ້ສະໜອງໃຫ້ກັບຜູ້ປະກອບການ ແລະບັນດາແຂວງທັງໝົດ 4,20 ແສນເຂັມ, ສາມາດຈຳໜ່າຍໄດ້ 4,52 ລ້ານເຂັມ ແລະໄດ້ຊຸກຍູ້ສັກຢາກັນພະຍາດສັດລ້ຽງຂອງຊາວກະສິກອນໃນຂອບເຂດທົ່ວປະເທດ ໄດ້ 37,54 ພັນໂຕ ແລະສາມາດປິ່ນປົວສັດໄດ້ 3 ພັນກວ່າໂຕ.

  ສ່ວນການຜະລິດພືດເປັນສິນຄ້າແມ່ນໄດ້ເອົາໃຈໃສ່ສືບຕໍ່ຊຸກຍູ້ສົ່ງເສີມ, ຕິດຕາມການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການເພື່ອຜະລິດເຂົ້າຄຸນນະພາບເປັນສິນຄ້າສົ່ງອອກ ສປ ຈີນ ຕາມໂກຕ້າສົ່ງອອກເຂົ້າສານໄປ ສປ ຈີນ ໃນຈຳນວນ 20 ພັນໂຕນ ໃນເດືອນກຸມພາຂອງປີນີ້, ນອກນັ້ນຍັງໄດ້ກວດກາສິນຄ້າກະສິກຳຜ່ານໄປປະເທດທີສາມທັງໝົດ10 ພັນກວ່າໂຕນ, ໃນນັ້ນລວມມີມັນຕົ້ນແຫ້ງ, ໝາກເດືອຍ, ແກ່ນສາລີ, ຖົ່ວແດງ, ສ່ວນການນຳເຂົ້າຜົນຜະລິດກະສິກຳເຊັ່ນ: ໝາກໄມ້ ແລະພືດຜັກທີ່ເຫັນວ່າຕະຫຼາດພາຍໃນຕ້ອງການ, ທັງນີ້ກໍເພື່ອເຮັດໃຫ້ການຜະລິດໃນຄັ້ງນີ້ສາມາດທົດແທນໄດ້ຈາກຜົນເສຍຫາຍໃນລະດູຝົນທີ່ຜ່ານມາ, ພ້ອມທັງສາມາດຄຸ້ມຄອງສະຖຽນນະພາບຂອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຢູ່ໃນເກນປົກກະຕິໄດ້.