ຮ້ານຄຳພູວົງ ມອບອຸປະກອນປ້ອງກັນໂຄວິດ-19

  ວັນທີ 19 ມີນາຜ່ານມານີ້ທີ່ຫ້ອງວ່າການເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຮ້ານຄໍາພູວົງ ແລະ ສວນພຶກສາໄດ້ນໍາເອົາເຄື່ອງອຸປະກອນປ້ອງກັນພະຍາດໂຄວິດ-19 ມອບໃຫ້ຫ້ອງວ່າການເມືອງສີໂຄດຕະບອງຊຶ່ງກ່າວມອບໂດຍແມ່ນທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ ແລະສວນພຶກສາ ແລະກ່າວຮັບໂດຍ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ.

  ທ່ານ ພູວົງ ພະມີສິດ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເພື່ອຊ່ວຍເຫຼືອສັງຄົມດ້ວຍກັນໂດຍປະກອບມີໜ້າກາກອະນາໄມ 10 ກັບ, ເຄື່ອງວັດແທກອຸນຫະພູມ 1 ອັນ, ເຈວລ້າງມື 10 ກ່ອງແລະແອວກໍຮໍ 3 ຕຸກ ລວມມູນຄ່າທັງໝົດ 3 ລ້ານກວ່າກີບ ເພື່ອໃຫ້ອົງການປົກຄອງ ເມືອງສີໂຄດຕະ ບອງໄດ້ໝູນໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ 19 ເນື່ອງຈາກວ່າພະຍາດດັ່ງກ່າວມີການແຜ່ລະບາດຫຼາຍໃນບັນດາປະເທດທົ່ວໂລກຊຶ່ງນອກຈາກມອບໃຫ້ເມືອງສີໂຄດຕະບອງແລ້ວທາງຮ້ານຄໍາພູວົງຂອງເຮົາຍັງມີແຜນທີ່ຈະນໍາເອົາອຸປະກອນປ້ອງກັນພະຍາດໂຄວິດ-19 ໄປມອບໃຫ້ບັນດາເມືອງຕ່າງໆພາຍໃນນະຄອນຫຼວງວຽງ ຈັນ.

ສະໜັບສະໜູນໂດຍ: HONDA

  ໂອກາດນີ້ທ່ານ ວິລະສັກ ນາມມຸນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້ຊຶ່ງອຸປະກອນທີ່ໄດ້ຮັບແມ່ນຈະນໍາໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດໂດຍສະເພາະກໍ່ແມ່ນແຈກຢາຍໃຫ້ພະນັກງານທີ່ເຮັດວຽກບໍລິການຮັບເອກະສານຈາກປະຊາຊົນຊຶ່ງໄລຍະຜ່ານມາທາງເມືອງກໍ່ໄດ້ແນະນໍາໃຫ້ພະນັກງານແຕ່ລະຫ້ອງການຕະຫຼອດຮອດອໍານາດການປົກຄອງບ້ານເອົາໃຈໃສ່ການປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດໂດຍເນັ້ນໃຫ້ນໍາໃຊ້ເຄື່ອງວັດແທກອຸນຫະພູມຕໍ່ບຸກຄົນທີ່ເຂົ້າມາພົວພັນເອກະ ສານ, ໃສ່ໜ້າກາກອະນາໄມ ແລະໝັ່ນລ້າງມືດ້ວຍອຸປະກອນເຈວລ້າງມືທີ່ມີການຂ້າເຊື້ອ.