ນາຍົກ ກວດກາສະຖານທີ່ຮອງຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີລົ້ນໂຮງໝໍ

  ເພື່ອສືບຕໍ່ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ covid-19 ທີ່ລັດຖະບານວາງອອກກໍ່ຄືການກະກຽມໂຄງລ່າງພື້ນຖານເພື່ອຮອງຮັບກໍລະນີມີການລະບາດຂອງເຊື້ອພະຍາດໂຄ ວິດ-19 ຢູ່ ສປປ ລາວ ຮຸນແຮງ ແລະລົ້ນໂຮງໝໍ, ໃນຕອນບ່າຍຂອງວັນທີ 23 ມີນາ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ໄປກວດກາເບິ່ງພື້ນທີ່ທີ່ຈະກຳນົດເປັນຈຸດຮອງຮັບເພື່ອແກ້ໄຂສະພາບທີ່ອາດເກີດຂຶ້ນດັ່ງກ່າວຄື: ໂຮງຮຽນການເມືອງ-ການປົກຄອງໜອງບົວທອງ, ໂຮງຮຽນຕຳຫຼວດ ບ້ານດົງຊຽງດີ ແລະສະໜາມກີລາແຫ່ງຊາດຫຼັກ 16 ຜ່ານການລົງກວດ ກາເບິ່ງສະຖານທີ່ຕົວຈິງເຫັນວ່າ: ໂຮງຮຽນການເມືອງ-ການປົກຄອງໜອງບົວທອງມີຫໍພັກນັກສຶກສາສາມາດຮອງຮັບຕຽງຄົນເຈັບໄດ້ປະມານ 100 ຕຽງ; ໂຮງຮຽນຕຳຫຼວດບ້ານດົງຊຽງດີມີຫໍພັກນັກຮຽນສາມາດຮອງຮັບຕຽງຄົນເຈັບໄດ້ປະມານ 200 ຕຽງ,ສ່ວນສະໜາມກີລາແຫ່ງຊາດຫຼັກ 16 ໄດ້ແບ່ງອອກເປັນສະຖານທີ່ຮອງຮັບຫຼັກສາມາດຮອງຮັບໄດ້ຈຳ ນວນ 972 ຕຽງ ແລະ ສະຖານທີ່ຮອງຮັບສຳຮອງສາມາດຮອງຮັບໄດ້ 270 ຕຽງ,ຊຶ່ງລວມທັງໝົດຈາກ 3 ສະຖານທີ່ໆໄດ້ລົງກວດກາພື້ນທີ່ຕົວຈິງໃນຄັ້ງນີ້ແມ່ນມີຄວາມສາມາດຮອງຮັບຕຽງຄົນເຈັບໄດ້ 1.500 ກວ່າຕຽງ.