ການນຳຂັ້ນສູງພັກ-ລັດວາງພວງມາລາ ແລະກະຕ່າດອກໄມ້ໃນໂອກາດຄົບຮອບ 65 ປີ ພັກປະຊາຊົນ ປະຕິວັດລາວ

  ຕອນເຊົ້າວັນທີ 22 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ການນໍາຂັ້ນສູງພັກ-ລັດ ໄດ້ເຂົ້າຮ່ວມພິທີວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມດາວແດງ ແລະພິທີວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຂອງວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່ເມື່ອກ່ອນໃນການຍາດເອົາເອກະລາດມາໃຫ້ປະເທດຊາດ ແລະທັງເພື່ອສະແດງຄວາມຮູ້ບຸນຄຸນ ແລະຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດທີ່ໄດ້ເສຍສະຫຼະເຫື່ອແຮງ, ສະຕິປັນຍາ ແລະຊີວິດອັນມີຄ່າເພື່ອພາລະກິດປົດປ່ອຍຊາດອອກຈາກແອກຄອບຄອງຂອງຈັກກະພັດຕ່າງດ້າວ.

  ພິທີເລີ່ມຂຶ້ນຢ່າງເປັນທາງການຢູ່ອະນຸສາວະລີນັກຮົບນິລະນາມ,ຊຶ່ງມີຄະນະບໍລິຫານງານສູນກາງພັກ ແລະລັດຖະບານສະພາແຫ່ງຊາດນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ;ສະຫາຍ ນາງປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຖັດມາແມ່ນຄະນະຂອງການນໍາກະຊວງປ້ອງກັນປະເທດ-ກະຊວງປ້ອງກັນຄວາມສະຫງົບ,ຕິດຕາມດ້ວຍຄະນະຂອງການນໍາຈາກສູນກາງແນວລາວສ້າງຊາດ, ສາມອົງການຈັດຕັ້ງມະຫາຊົນ,ສະຫະພັນນັກຮົບເກົ່າ ແລະຄະນະຂອງການນໍາຈາກ ອົງການປົກຄອງນະຄອນຫຼວງວຽງຈັນ ຕາມລໍາດັບ.

  ຕໍ່ຈາກນັ້ນທຸກຄະນະໄດ້ໄປວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດເພື່ອສະແດງຄວາມຮູ້ບຸນຄຸນ ແລະຄວາມຈົ່ງຮັກພັກດີທີ່ທ່ານໄດ້ອຸທິດເຫື່ອແຮງ ແລະສະຕິປັນຍາຕະຫຼອດຊີວິດເຂົ້າໃນພາລະກິດປະຕິວັດນໍາພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ, ລົບລ້າງລະບອບລາ ຊາທິປະໄຕ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ສະໜັບສະໜູນໂດຍ: HONDA

  ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955,  ພາຍໃຕ້ການນໍາພາຂອງພັກໃນຜ່ານມານັບແຕ່ມື້ກຳເນີດເກີດຂຶ້ນເຖິງຈະຜ່ານເສັ້ນ ທາງອັນລະອິດລະອ້ຽວ, ຍືດເຍື້ອຍາວນານ, ບາງໄລຍະກໍ່ຕົກຢູ່ໃນສະພາບທີ່ ແສນອັດຕະຄັດ ຄືຈະກ້າວຜ່ານບໍ່ໄດ້, ແຕ່ໃນທີ່ສຸດກໍ່ສາມາດຜ່ານຜ່າໄດ້, ທັງສາມາດຍາດໄຊຊະນະຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າສາມາດນໍາພາປະຊາຊົນຂັບໄລ່ຜູ້ຮຸກຮານໂຄ່ນລົ້ມອໍານາດການປົກຄອງແບບຂຸນເສິກ-ສັກດີນາ, ກາຍ ເປັນພັກກໍາອໍານາດ ແລະນໍາພາປະຊາຊົນກ້າວສູ່ໄລຍະຂອງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະສ້າງສາປະເທດຊາດສ້າງ ແລະ ຂະຫຍາຍລະ ບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມປະຈຸບັນນີ້, ປະເທດຊາດຂອງພວກເຮົາມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຖານະບົດບາດຊື່ສຽງຂອງ ສປປ ລາວ ນັບມື້ນັບໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ແລະສາກົນ.

  ຜ່ານໄລຍະເວລາ 65 ປີ, ພັກເຮົາມີບົດບາດຕັດສິນຂະບວນວິວັດການຕໍ່ສູ້ປົດປ່ອຍຊາດ, ເປີດສັງກາດໃໝ່ໃຫ້ແກ່ການສ້າງສາພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ.