ສະຫາຍ ບຸນຍັງ ວໍລະຈິດ ກ່າວບົດປາໄສເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ

    -ພີ່ນ້ອງຮ່ວມຊາດ ແລະບັນດາສະຫາຍທັງຫຼາຍ !

   ພັກເຮົາກໍາເນີດເກີດຂຶ້ນຈາກຄວາມຮຽກຮ້ອງຕ້ອງການຂອງຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຕ້ານການຮຸກຮານຈາກຕ່າງຊາດ, ທັງແມ່ນໝາກຜົນທີ່ຕ້ອງເປັນໄປຂອງປະຫວັດສາດໃນຍຸກໃໝ່ທີ່ຕ້ອງປະສານສົມທົບລະຫວ່າງການຕໍ່ສູ້ປົດປ່ອຍຊາດກັບການປະຕິວັດຕາມເສັ້ນທາງສັງຄົມນິຍົມຂອງລັດທິມາກ-ເລນິນ. ພັກເຮົານັບແຕ່ມື້ກໍາເນີດກໍປະເຊີນໜ້າໂດຍກົງກັບອິດທິກໍາລັງຮຸກຮານທີ່ເຂັ້ມແຂງທີ່ສຸດ, ແຕ່ຍ້ອນສາມາດສົມທົບລະຫວ່າງໜ້າທີ່ປົດປ່ອຍຊາດກັບໜ້າທີ່ປົດປ່ອຍສັງຄົມ, ເອົາຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຕ້ານການຮຸກຮານຕິດພັນກັບກະແສຟອງຂອງຂະບວນການປະຕິວັດທາງຊົນຊັ້ນຂອງຊົນຊັ້ນກໍາມະກອນຢູ່ໃນອິນດູຈີນ ແລະໃນໂລກຈິ່ງເຮັດໃຫ້ພັກເຮົາໄດ້ຮັບການສະໜັບສະໜູນທັງຈາກປະຊາຊົນພາຍໃນປະເທດທັງຈາກທຸກກໍາລັງປະຕິວັດ ແລະ ກ້າວໜ້າບົນເວທີສາກົນຊຶ່ງເປັນປັດໄຈຄໍ້າປະ ກັນການເຕີບໃຫຍ່ເຂັ້ມແຂງຂອງພັກເຮົາຕະຫຼອດມາ, ທັງເປັນສິ່ງຄໍ້າປະກັນໄຊຊະນະຂອງພາລະກິດປະຕິວັດພາຍໃຕ້ການນໍາພາຂອງພັກ;ການນຳພາຂອງພັກເຖິງຈະຜ່ານເສັ້ນທາງອັນລະອິດລະອ້ຽວຍືດເຍື້ອຍາວນານ,ບາງໄລຍະກໍຕົກຢູ່ໃນສະພາບທີ່ແສນອັດຕະຄັດຄືຈະກ້າວຜ່ານບໍ່ໄດ້, ແຕ່ໃນທີ່ສຸດກໍສາມາດຜ່ານຜ່າໄດ້, ທັງສາມາດຍາດໄຊຊະນະຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າສາມາດນໍາພາປະຊາຊົນຂັບໄລ່ຜູ້ຮຸກຮານໂຄ່ນລົ້ມອໍານາດການປົກຄອງແບບຂຸນເສິກ-ສັກດີນາ, ກາຍເປັນພັກກໍາອໍານາດ ແລະນໍາພາປະຊາຊົນກ້າວສູ່ໄລຍະຂອງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະສ້າງສາປະເທດຊາດ,

   ສ້າງ ແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມປະຈຸບັນນີ້ປະເທດຊາດຂອງພວກເຮົາມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຖານະບົດບາດຊື່ສຽງຂອງ ສປປ ລາວ ນັບມື້ນັບໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ແລະສາກົນ.

  ຜ່ານໄລຍະເວລາ 65 ປີ, ພັກເຮົາມີບົດບາດຕັດສິນຂະບວນວິວັດການຕໍ່ສູ້ປົດປ່ອຍຊາດ, ເປີດສັງກາດໃໝ່ໃຫ້ແກ່ການສ້າງສາພັດທະນາປະເທດຊາດອັນແສນຮັກຂອງພວກເຮົາພັກສາມາດປະຕິບັດບົດບາດທາງປະຫວັດສາດອັນສະຫງ່າອົງອາດດັ່ງກ່າວກໍຍ້ອນວ່າ:

   ໜຶ່ງ: ພັກຖືການປົດປ່ອຍຊາດ, ນໍາເອົາເອກະລາດ, ອິດສະລະພາບຂອງຊາດກໍຄືຄວາມສະເໝີພາບ, ເປັນເຈົ້າຕົນເອງແລະຄວາມສົມບູນພູນສຸກຂອງປະຊາຊົນເປັນກົກ, ມີຄວາມເອກະພາບລະຫວ່າງອຸດົມການຂອງຊົນຊັ້ນກໍາມະກອນກັບແນວທາງ ແລະເປົ້າໝາຍພັດທະນາປະເທດຊາດ, ພັກບໍ່ມີຜົນປະໂຫຍດອື່ນໃດນອກຈາກນໍາເອົາຄວາມສົມບູນພູນສຸກຂອງປະຊາຊົນ ແລະຄວາມຈະເລີນວັດທະນາຂອງປະເທດຊາດ, ຕາມເສັ້ນທາງສັງຄົມນິຍົມສະເໝີຕົ້ນສະເໝີປາຍ.

  ສອງ: ພັກເຮົາຍາມໃດກໍຢຶດໝັ້ນບັນດາຫຼັກການແຫ່ງການກໍ່ສ້າງພັກແບບໃໝ່ຕາມລັດທິມາກ-ເລນິນ, ເດັດດ່ຽວປະຕິບັດຫຼັກການລວມສູນປະຊາທິປະໄຕ, ສົ່ງເສີມ ການຕິຊົມຕົນເອງ ແລະຕິຊົມກັນພາຍໃນພັກ, ຕ້ານລັດທິເອກະຊົນ, ສວຍໂອກາດທຸກຮູບແບບ, ເຮັດໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

 ສາມ: ໃນອົງການນໍາພາສູງສຸດຂອງພັກເຮົາຍາມໃດກໍ່ມີຄວາມສາມັກຄີເປັນເອກະພາບຢ່າງໜັກແໜ້ນທັງໃນໄລຍະທີ່ມີຄວາມຫຍຸ້ງຍາກ, ຂັບຂັນ, ຫົວລ້ຽວຫົວຕໍ່, ຊຶ່ງອັນນັ້ນແມ່ນມູນເຊື້ອສຸດທີ່ປະເສີດຂອງພັກເຮົາທີ່ພວກເຮົາມີຄວາມຮັບຜິດຊອບໃນການປົກປ້ອງ, ເສີມຂະຫຍາຍຕໍ່ໄປ.

  ສີ່: ພັກເຮົາຍາມໃດກໍ່ສະໜິດຕິດແໜ້ນກັບປະຊາຊົນ, ຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ປະຊາຊົນ, ເດີນຕາມແນວທາງມະຫາຊົນ, ຖືປະຊາຊົນເປັນກົກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ ແລະມູນເຊື້ອປະຕິວັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນຢ່າງແທ້ຈິງ, ເຮັດໃຫ້ພັກເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

   ຫ້າ: ພັກເຮົາໄດ້ສົມທົບຢ່າງແໜ້ນແຟ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນນຜ່ອງໃສ.

   ບັນດາສະຫາຍທັງຫຼາຍ!

ໝາກຜົນທີ່ພັກເຮົາຍາດມາໄດ້ໃນ 65 ປີ ແມ່ນໃຫຍ່ຫຼວງ ແລະພວກເຮົາສົມແລ້ວທີ່ຈະເອກອ້າງພາກພູມໃຈ ແລະສ້າງຄວາມເຊື່ອໝັ້ນຕໍ່ອະນາຄົດຂອງຊາດ ແລະຂອງການປະຕິວັດແຕ່ພວກເຮົາກໍ່ຕ້ອງຮັບຮູ້ໃຫ້ຈະແຈ້ງວ່າບົນເສັ້ນທາງແຫ່ງການກ້າວຂຶ້ນນັ້ນໂດຍສະເພາະກ້າວເຂົ້າສູ່ທົດສະວັດໃໝ່ທີ່ມີການປ່ຽນແປງໄວວາ ແລະ ເຕັມໄປດ້ວຍສິ່ງທ້າທາຍນາໆປະການສະນັ້ນຍິ່ງກວ່າເວລາໃດໝົດມູນເຊື້ອ, ບົດຮຽນ ແລະຜົນສໍາເລັດໃນການນໍາພາຂອງພັກເຮົາຕະຫຼອດໄລຍະທີ່ຜ່ານມາຕ້ອງໄດ້ຮັບການເສີມຂະ ຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເສີມຂະຫຍາຍຈິດໃຈຮັກຊາດ, ຕິດພັນກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກຢ່າງໜັກແໜ້ນ.

  ພີ່ນ້ອງຮ່ວມຊາດ, ບັນດາສະຫາຍທີ່ຮັກແພງທັງຫຼາຍ!

   ໃນໂອກາດອັນມີຄວາມສໍາຄັນນີ້ ແລະຢືນຢູ່ຕໍ່ໜ້າການເລັ່ງທວງຂອງສະພາບການໃນໄລຍະໃໝ່, ຂ້າພະເຈົ້າຂໍຮຽກຮ້ອງທົ່ວພັກ, ທົ່ວປວງຊົນຈົ່ງສູ້ຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ໃຫ້ບັນລຸຕາມຄາດໝາຍທີ່ພັກວາງອອກ, ພ້ອມທັງກະກຽມ ແລະດໍາເນີນກອງປະ ຊຸມໃຫຍ່ແຕ່ລະຂັ້ນ ກ້າວເຖິງດໍາເນີນກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນຊຸມປີຕໍ່ໜ້າ, ໂດຍສຸມໃສ່ບາງເນື້ອໃນຕົ້ນຕໍດັ່ງນີ້:

   ໜຶ່ງ, ປັບປຸງໂຄງສ້າງເສດຖະກິດຢ່າງເປັນລະບົບ, ຮອບດ້ານ ແລະເລິກເຊິ່ງຮັບປະກັນການພັດທະນາເສດຖະກິດແຫ່ງຊາດເຂັ້ມແຂງ ແລະຍືນຍົງ; ເສີມຂະຫຍາຍ ທ່າແຮງບົ່ມຊ້ອນຂອງຊາດຕິດພັນກັບການພັດທະນາບັນດາຂະແໜງເສດຖະກິດປາຍແຫຼມ ແລະການພັດທະນາເຂດແຄວ້ນຢ່າງມີຈຸດສຸມ; ບູລະນະກົນໄກເສດຖະກິດ ຕະຫຼາດພາຍໃຕ້ການນໍາພາຂອງພັກ, ກໍານົດແຈ້ງແຜນຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການຄົ້ນຄວ້າທີ່ມີພື້ນຖານວິທະຍາສາດເພື່ອວາງຍຸດທະສາດ ແລະນິຕິກໍາທີ່ເປັນລະບົບຊຶ່ງຕ້ອງເລີ່ມຈາກຕະຫຼາດ, ທຶນ ແລະເຕັກໂນໂລຊີແນໃສ່ຮັບປະກັນທິດຍືນຍົງແລະສີຂຽວ;ສ້າງຄວາມສົມດູນລະຫວ່າງລົງທຶນດ້ານພື້ນຖານເສດຖະກິດ-ເຕັກນິກ ແລະການພັດທະນາສັງຄົມ, ໂດຍຖືການພັດທະນາຄົນເປັນໃຈກາງ; ການພັດທະນາໃນຊຸມປີຕໍ່ໜ້າຕ້ອງຫັນປ່ຽນການພັດທະນາທີ່ເນັ້ນການນໍາໃຊ້ຊັບພະຍາກອນທໍາມະຊາດເພື່ອສ້າງພຶ້ນຖານເສດຖະກິດເປັນຫຼັກມາເປັນການພັດນາທີ່ສຸມໃສ່ຄົນ” ເປັນໃຈກາງ ຫຼືເປັນເປົ້າໝາຍສຸດທ້າຍຂອງການພັດທະ ນາ, ພ້ອມທັງປັບປຸງປ່ຽນແປງຮູບແບບການວາງແຜນ, ການຊຸກຍຸ້ຕິດຕາມ ແລະປະເມີນຜົນການຈັດຕັ້ງປະຕິບັດແຜນແບບກວມລວມທີ່ມີຄວາມເຊື່ອມໂຍງ,ປະສານສົມທົບແໜ້ນລະຫວ່າງຂະແໜງການ ແລະທ້ອງຖິ່ນໃຫ້ຫຼາຍຂຶ້ນ; ປັບປ່ຽນວິທີການພັດທະນາໂດຍສຸມໃສ່ການພັດທະນາທີ່ເພີ່ມສັກກະຍາພາບຂອງບຸກຄົນໃຫ້ສູງຂຶ້ນທາງດ້ານຮ່າງກາຍ, ຈິດໃຈ ແລະສະຕິປັນຍາເພື່ອໃຫ້ກາຍເປັນທຶນມະນຸດທີ່ມີຄຸນນະພາບ, ສາມາດປັບໂຕໃຫ້ເຂົ້າກັບສະພາບການຜັນແປຕ່າງໆໄດ້ຢ່າງຮອບດ້ານ.

   ສອງ, ປົກປັກຮັກສາສະພາບແວດລ້ອມຢ່າງເຂັ້ມແຂງ ແລະຈິງຈັງ; ຕ້ອງບຸກທະລຸຈິນຕະນາການດ້ານສິ່ງແວດລ້ອມ, ຕ້ອງເດັດດ່ຽວຕ້ານກັບການຝືນກົດເກນທໍາມະຊາດ, ຄົນ ກັບສິ່ງແວດລ້ອມ ຕ້ອງເປັນມິດຕໍ່ກັນ, ໃນນັ້ນ ກະສິກໍາ-ປ່າໄມ້ ແລະຊົນນະບົດ ແມ່ນສິ່ງທີ່ຕັດແຍກອອກຈາກກັນບໍ່ໄດ້ (ຊຸມຊົນ, ປ່າໄມ້, ແຫຼ່ງນໍ້າ, ບ່ອນທໍາການຜະລິດ-ທໍາມາຫາກິນ)....ອັນຮີບດ່ວນໃນຊຸມປີຕໍ່ໜ້ານີ້ ຕ້ອງໄດ້ດໍາເນີນການຈັດສັນດ້ານການປ່າໄມ້, ບ່ອນທໍາການຜະລິດ ແລະບ່ອນຢູ່ອາໃສ ໃຫ້ເໝາະສົມ ແລະມີຄວາມກົມກຽວ...ນີ້ແມ່ນການກໍານົດ ແລະຜັນຂະຫຍາຍຢ່າງແຂງແຮງການອະນຸລັກ ແລະຟື້ນຟູປ່າໄມ້, ປົກປັກຮັກສາແຫຼ່ງນໍ້າ ແລະຄວາມສົມດູນຂອງລະບົບນິເວດຄືນໃໝ່ໃຫ້ກັບຄືນມາມີຊີວິດຊີວາຕື່ມອີກ.

  ສາມ, ພັດທະນາຄົນລາວໃນທຸກດ້ານ ແລະສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ສະເໝີພາບ, ຍຸຕິທໍາ ແລະສີວິໄລ; ຈຸດໝາຍລວມແມ່ນຕ້ອງນຳພາພັດທະນາຄົນລາວ ໃຫ້ມີຄວາມພ້ອມໃນທຸກດ້ານເປັນບັນຫາໃຈກາງໃນການສ້າງກຳລັງຂັບເຄື່ອນໃນເງື່ອນໄຂໃໝ່ ແລະ ເຮັດໃຫ້ການພັດທະນາເສດຖະກິດສົມຄູ່ກັບການພັດທະນາສັງຄົມ; ການສ້າງຄວາມຈະເລີນ ແລະຄວາມຢູ່ດີກິນດີທາງດ້ານວັດຖຸກັບການສ້າງຄວາມສີວິໄລທາງດ້ານຈິດໃຈ ແລະການປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນໃຫ້ປະຊາຊົນລາວ ບັນດາເຜົ່າສາມາດຊົມໃຊ້ໝາກຜົນຂອງ ການປ່ຽນແປງໃໝ່ກໍ່ຄືການພັດທະນາຮ່ວມກັນຢ່າງຍຸຕິທຳ; ປັບປຸງກໍ່ສ້າງລະ ບຽບການ, ກົນໄກໃຫ້ແກ່ການແກ້ໄຂຂໍ້ຂັດແຍ່ງຕ່າງໆໃນສັງຄົມຢ່າງເໝາະສົມ; ສົ່ງເສີມຄ່ານິຍົມທີ່ກ້າວໜ້າຂອງສັງຄົມໃຫ້ໄປຕາມທິດທາງການພັດທະນາແບບຍືນຍົງກໍຄືຈຸດໝາຍສັງຄົມນິຍົມ.

  ສີ່, ເພີ່ມທະວີການຍົກລະດັບຄວາມສາມາດໃນການປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບດ້ານການເມືອງ ແລະຄວາມສະຫງົບສຸກຂອງສັງຄົມໃຫ້ໜັກແໜ້ນ; ສືບຕໍ່ບູລະນະອໍານາດລັດໃຫ້ ເຂັ້ມແຂງ ແລະມີປະສິດທິພາບ; ຮັບປະກັນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລັດຖະທໍາມະນູນ ແລະກົດໝາຍນັບມື້ມີປະສິດທິຜົນ, ສັກສິດ ແລະ ເຂັ້ມງວດ; ສ້າງລັດປະຊາທິປະໄຕປະຊາຊົນເປັນລັດແຫ່ງການບໍລິການຮັບໃຊ້ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສິດ, ຜົນປະໂຫຍດອັນຊອບທໍາກໍ່ຄືດ້ານຄວາມໝັ້ນຄົງ, ປອດໄພໃນຊີວິດ ແລະຊັບສິນຂອງປະຊາຊົນ.

   ຫ້າ, ເພີ່ມທະວີໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ,ແນວລາວຮັກຊາດໃນເມື່ອກ່ອນ; ປຸກລະດົມກໍາລັງແຮງທົ່ວສັງຄົມປະຕິບັດແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ປະກົດຜົນເປັນຈິງເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

  ຫົກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີກັບພັກອ້າຍນ້ອງຍຸດທະສາດກໍ່ຄືບັນດາກໍາລັງການເມືອງຂອງຂະບວນການທີ່ກ້າວໜ້າໃນໂລກເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະສະຖຽນລະພາບໃນພາກພື້ນແລະໃນໂລກ; ສືບຕໍ່ປະຕິບັດການຮ່ວມມືກັບສາກົນ,ຄູ່ຮ່ວມພັດທະນາຢ່າງເປັນເຈົ້າການ, ນໍາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ.

  ເຈັດ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ລະບຽບວິໄນ ແລະຮັບປະກັນບົດບາດນຳພາຕົວຈິງອັນເຂັ້ມແຂງຂອງພັກ; ຮັບປະກັນບົດບາດການນໍາພາທີ່ເຂັ້ມແຂງສົມເປັນກອງນໍາໜ້າ, ເປັນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກໍາມະກອນລາວ, ເປັນຕົວແທນທີ່ຈົ່ງຮັກພັກດີຕໍ່ສິດ ແລະຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ແລະປະເທດຊາດລາວ. ໃນຊຸມປີຕໍ່ໜ້ານີ້ຕ້ອງຖືເອົາໜ້າທີ່ກໍ່ສ້າງພັກເຮົາເປັນໜ້າທີ່ແຖວໜ້າ, ເພີ່ມທະວີການກໍ່ສ້າງພັກປອດໃສ,ເຂັ້ມແຂງ ແລະໜັກແໜ້ນ, ຮັບປະກັນຄວາມສາມາດນໍາພາ ແລະກໍາອໍານາດຂອງພັກສຸມໃສ່ປັບປຸງການຈັດຕັ້ງປອດໃສໜັກແໜ້ນມີລະບຽບວິໄນເຂັ້ມງວດສືບຕໍ່ສ້າງການຫັນປ່ຽນຢ່າງແຂງ ແຮງ ແລະເລິກເຊິ່ງວຽກງານພະນັກງານຊຶ່ງແມ່ນປັດໄຈຕັດສິນຜົນໄດ້ຜົນເສຍຂອງການປະຕິວັດ, ທັງແມ່ນຂອດກຸນແຈສໍາຄັນຂອງວຽກງານກໍ່ສ້າງພັກ ແລະລະບົບການເມືອງນສະພາບການໃໝ່ທີ່ຜັນແປຢ່າງໄວວາ ແລະ ສັບສົນຊຶ່ງກະທົບຕໍ່ພະນັກງານ ແລະ ການກໍ່ສ້າງຖັນແຖວພະນັກງານຂອງພັກເຮົານັ້ນຕ້ອງຖືເອົາການກໍ່ສ້າງພະນັກງານ ແລະສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກເຊິ່ງວຽກງານພະນັກງານເປັນໜ້າທີ່ແຖວໜ້າຂອງທົ່ວພັກ.

   ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງພັກ, ເຮັດຫຼ້ອນພາລະກຳປະຫວັດສາດອັນຍິ່ງໃຫຍ່ທີ່ປະຊາຊົນມອບໝາຍໃຫ້ອີກເທື່ອໜຶ່ງຂ້າພະເຈົ້າຕາງ ໜ້າໃຫ້ພັກ-ລັດຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ນັກຮົບສະຫາຍຈົ່ງອອກແຮງທະນຸບຳລຸງ ແລະ ຮັກສາຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກລະດັບຄວາມຮູ້ຄວາມສາມາດໃນທຸກດ້ານໃຫ້ສູງຂຶ້ນຕື່ມອີກ, ໃກ້ຊິດຕິດແໜ້ນ ແລະຊ່ວຍເຫຼືອປະຊາຊົນຢູ່ສະເໝີ; ພະຍາຍາມຮຽນຮູ້ໃນພຶດຕິກຳ, ປັບປຸງດັດແປງວິທີນຳພາໃຫ້ທັນການ, ຍົກສູງບົດບາດຄວາມສາມາດນຳພາ ແລະລັກສະນະນໍາໜ້າຂອງພັກ, ຂອງສະມາຊິກພັກ; ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນຂອງພັກເຮົາຂຶ້ນຢ່າງບໍ່ຢຸດຢັ້ງເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບັນດາເຜົ່າ.

ບັນດາສະຫາຍພະນັກງານອາວຸໂສປະຕິວັດ, ຜູ້ທີ່ເຄີຍຊຸບຫຼໍ່ໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດ, ກໍ່ຄືມີບົດຮຽນປະຕິວັດຈົ່ງຕັ້ງໜ້າເສີມຂະຫຍາຍມູນເຊື້ອເດັດດ່ຽວກ້າແກ່ນ, ຄວາມເດັດຂາດໜັກແໜ້ນຂອງຕົນ, ປະກອບສ່ວນເຂົ້າໃນການສຶກສາອົບຮົມຈິດໃຈຮັກຊາດແພງເຊື້ອ, ທັດສະນະຫຼັກໝັ້ນປະຕິວັດໃຫ້ແກ່ຊາວໜຸ່ມເຍົາວະຊົນ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີໃນໝູ່ພະນັກງານ ແລະປະຊາຊົນ, ເປັນແບບຢ່າງນຳໜ້າພາຮຸ້ນລູກຮຸ້ນຫຼານເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາບ້ານເມືອງຂອງຕົນ.

  ຮຽກຮ້ອງມາຍັງຖັນແຖວພະນັກງານ, ສະມາຊິກພັກທີ່ໜຸ່ມແໜ້ນທຸກຖ້ວນໜ້າຈົ່ງເຊີດຊູມານະຈິດປະຕິວັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນເອົາຄວາມຮູ້ທາງດ້ານວິທະຍາ ສາດ-ເຕັກນິກ, ຕະລຸມບອນເຂົ້າໃນສະໜາມຮົບຕໍ່ສູ້ຕ້ານຄວາມທຸກຍາກຫຼ້າຫຼັງ, ຄວາມຫຍໍ້ທໍ້ ແລະຄວາມອະຍຸຕິທໍາໃນສັງຄົມເຮັດໃຫ້ພັກເຮົາສືບຕໍ່ເຂັ້ມແຂງເຕີບໃຫຍ່ຂຶ້ນ, ເພື່ອນຳເອົາປະເທດຊາດອັນແສນຮັກຂອງພວກເຮົາກ້າວຂຶ້ນສູ່ຄວາມມັ່ງຄັ່ງເຂັ້ມແຂງ.

  ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າຈົ່ງອອກແຮງເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບໃໝ່,ມູນເຊື້ອສາມັກຄີປອງດອງ,ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ, ເປັນເຈົ້າການເຂົ້ົ້າຮ່ວມຕິດຕາມ, ກວດກາການເຄື່ອນໄຫວຂອງພັກ ແລະຂອງສະມາຊິກພັກຢ່າງເປັນປົກກະຕິ; ຊ່ວຍເຫຼືອພັກ ແລະສະມາຊິກພັກເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດອ່ອນ ແລະຂໍ້ຂາດຕົກບົກພ່ອງໃຫ້ມີການຫັນປ່ຽນໃໝ່ທີ່ຈະແຈ້ງ.

  ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

   ອີງຕາມການລະບາດຂອງພະຍາດໂຄວິດ 19 ທີ່ກຳລັງແຜ່ຂະຫຍາຍໄປສູ່ຫຼາຍປະເທດໃນໂລກເຮັດໃຫ້ມີຜູ້ຄົນເສຍຊີວິດຫຼາຍພັນຄົນ ແລະມີຜູ້ຕິດເຊື້ອ 2 ແສນກວ່າຄົນ ຊຶ່ງເປັນໄພອັນຕະລາຍຮ້າຍແຮງຕໍ່ຊີວິດ ແລະຊັບສິນຂອງມວນມະນຸດ.

   ສຳລັບລາວເຮົາເຖິງແມ່ນຍັງບໍ່ມີການລາຍງານວ່າມີຜູ້ຕິດເຊື້ອ ແລະເສຍຊີວິດຈາກພະຍາດດັ່ງກ່າວກໍ່ຕາມແຕ່ຢູ່ໃນສະພາບຄວາມສ່ຽງສູງສະນັ້ນຂ້າພະເຈົ້າຂໍຮຽກຮ້ອງມາຍັງພົນລະເມືອງລາວທຸກຖ້ວນໜ້າຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງໃຫ້ມີສະຕິເປັນເຈົ້າຕົນເອງລະມັດລະວັງປ້້ອງກັນພະຍາດດັ່ງກ່າວ ຢ່າງມີຄວາມຮັບຜິດຊອບ, ເອົາໃຈໃສ່ຮ່ວມມື ແລະປະຕິບັດຕາມຢ່າງເຂັ້ມງວດບັນດາມາດຕະການຕ່າງໆ ທີ່ຄະນະສະເພາະກິດປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ 19 ໄດ້ວາງອອກທັງນັ້ນກໍ່ເພື່ອພ້ອມກັນຜ່ານຜ່າວິກິດໂຄວິດ-19 ນີ້ ໃຫ້ໄດ້ດີທີ່ສຸດເທົ່າທີ່ຈະທຳໄດ້ເພື່ອປະໂຫຍດສູງສຸດຂອງທຸກໆຄົນ.

  ພວກເຮົາມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າໜ້າປະຫວັດສາດຍຸກໃໝ່ຂອງຊາດລາວທີ່ຖືກສ້າງຂຶ້ນດ້ວຍການເສຍສະລະອັນໃຫຍ່ຫຼວງ ແລະເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນຊຶ່ງປະຊາຊົນລາວທັງຊາດມີຄວາມເອກອ້າງທະນົງໃຈນັ້ນຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະຍົກລະດັບດ້ວຍຄວາມຈົງຮັກພັກດີຂອງສະມາຊິກພັກ, ພະນັກງານ ແລະປວງຊົນລາວຮຸ່ນສືບທອດຕໍ່ໆໄປ.

   ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!

   ​​ຂໍຂອບໃຈ!

_________________

ໜັງສືພິມເສດຖະກິດ-ສັງຄົມ

ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511