ນໍ້າຝົນ ອິນທະວົງ ປ່ອຍເພງໃໝ່ ຖ້າເຈົ້າບໍ່ພໍ ກັບເນື້ອຮ້ອງສຸດເຈັບ

  ນໍ້າຝົນ ອິນທະວົງ ນັກຮ້ອງ ສາວສ່ຽງຄຸນນະພາບ ແລະສາວທີ່ມີຄວາມສາມາດດ້ານການຮ້ອງເພງ, ການສະແດງ ແລະອີກຫຼາກ ຫຼາຍຜົນງານທີ່ສະແດງອອກມາ ໃຫ້ເຫັນກັນເປັນປະຈໍາ ໂດຍຜ່ານມາ ນໍ້າຝົນ ໄດ້ມີຜົນງານເພງຫຼາກຫຼາຍແຕ່ເພງທີ່ເຮັດໃຫ້ເປັນປະກົດການໃໝ່ຄືເພງຖ້າເຈົ້າບໍ່ພໍທີ່ສ້າງຍອດເຂົ້າຊົມໃນ You Tube ເກືອບ 50,000 ຄັ້ງໃນເວລາບໍ່ຮອດໜຶ່ງ ມື້, ຊຶ່ງຜົນງານເພງນີ້ໄດ້ເປັນກະ ແສໃນວົງການເພງລາວປະຈຸບັນ ເນື່ອງຈາກເນື້ອເພງທີ່ມາພ້ອມກັບ ເນື້ອໃນສຸດເຈັບຕອກຢໍ້າຄວາມ ເຈັບຊໍ້າຂອງຄົນທີ່ຖືກແຟນນອກ ໃຈໄປມີຄົນອື່ນຍື່ນຄໍາຂາດຂ້ອຍຈະບໍ່ມີເຂົາຫາກວ່າເຈົ້ານັ້ນບໍ່ມີຄົນໃໝ່ຜົນງານເພັງນີ້ໄດ້ຖືກປ່ອຍອອກ ມາ ເມື່ອວັນທີ 18 ມີນາ 2020 ຜ່ານມາ.

  ເພງນີ້ໄດ້ໜຸ່ມຕ່າຍອາກາດເປັນຜູ້ແຕ່ງເນື້ອຮ້ອງ ແລະດົນຕຣີໂດຍໝີ ເມກາແບນ ສ່ວນເອັມວີປະກອບກໍມີນັກສະແດງສາວຊື່ດັງ ແກ້ວຕາພອນປະເສດ  ປະກົບຄູ່ກັບໜຸ່ມໜ້າ ໃໝ່ມາແຮງຢ່າງເພັດຕະກຸນບຸນນະຜົນ ຊຶຶຶ່ງມາຖ່ອຍທອດເລື່ອງ ລາວໄດ້ຢ່າງເຖິງໃຈຖືວ່າເປັນອີກ ໜຶ່ງສິລະປິນລາວທີ່ຍັງຄົງມີຜົນ ງານເພັງອອກມາໃຫ້ພັງເລື້ອຍໆ ສໍາລັບໃຜທີ່ຍັງບໍ່ທັນໄດ້ຟັງສາມາດ ຟັງໄດ້ທາງຢູທູບ.

------

ໂດຍ: ຟ້າ