ເສຍຊີວິດ 3 ຍ້ອນລະເບີດຕົກຄ້າງ

  ລະເບີດຕົກຄ້າງແຕ່ສະໄໝສົງຄາມແຕກໃສ່ປະຊາຊົນເສຍຊີວິດຄາທີ່ 3 ຄົນ ແລະໃນວັນທີ 16 ມີນາ 2020 ຢູ່ ເມືອງນອງແຂວງສະຫວັນນະເຂດຂະນະທີ່ເຂົາເຈົ້າເຂົ້າປ່າໄປຊອກຫາຢູ່ຫາກິນຕາມວິຖີຊາວບ້ານຊົນນະບົດ.

 ອີງຕາມການຢືນຢັນໂດຍຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນໃນວັນທີ 18 ມີນາ 2020 ນີ້ວ່າມີປະຊາຊົນພາຍໃນເມືອງນອງຈຳນວນ 4 ຄົນ ເປັນເພດຊາຍທັງ ໝົດໄດ້ອອກໄປຫາກິນເກັບຜັກຫັກໜໍ່ໄມ້ ແລະຕຶກແຫໃສ່ມອງໃນວັນທີ 16 ມີນາ 2020 ແຕ່ພົບເຄາະຮ້າຍຄືພວກເຂົາເຈົ້າຖືກລະເບີດຕົກຄ້າງແຕ່ປາງສົງຄາມທີ່ເຊື່ອງຊ້ອນໃນປ່າດົງຕືບໜາແຕກໃສ່ສົ່ງຜົນເຮັດໃຫ້ຊາຍ 3 ຄົນ ເສຍຊີວິດຄາທີ່ຄື: ທ້າວ ຊຽງບຸນ ອາຍຸ 28 ປີ ປະຊາຊົນບ້ານປະໂຕ໊ຍໃຫຍ່, ທ້າວ ອາທຸກ ອາຍຸ 30 ປີ ປະຊາຊົນບ້ານປະໂຕ໊ຍໃຫຍ່ ແລະທ້າວ ບຸນເກີດ ອາຍຸ 25 ປີ ປະຊາຊົນ ບ້ານລະໄກ໋ ທີ່ຂຶ້ນກັບເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ແຕ່ລອດຊີວິດ 1 ຄົນ ຊຶ່ງຈຸດເກີດເຫດດັ່ງກ່າວແມ່ນຢູ່ເຂດບ້ານຕະໂຍງ ເມືອງນອງ ແຂວງສະຫວັນນະເຂດ ແລະບ້ານຈອນລະວຽງ ເມືອງຕະໂອຍ ແຂວງສາລະວັນ ເຫດ ການຄັ້ງນີ້ເຮັດໃຫ້ສູນເສຍລູກຫຼານປະຊາຊົນໄປ 3 ຄົນ.

 

--------- 

  ປ້າແຍມອາຍຸ 80 ປີ ປະຊາຊົນບ້ານ ຕັງອາໄລ ເມືອງນອງ ທັງເປັນຍາດ ພີ່ນ້ອງຂອງຜູ້ເສຍຊີວິດໄດ້ເລົ່າວ່າ: ຂ້ອຍສຸດເສຍໃຈແລະອາໄລຫາຕໍ່ການຈາກໄປຂອງຫຼານຊາຍຍ້ອນລະເບີດບໍ່ແຕກຕົກຄ້າງຂອງພວກຈັກກະພັດສັງຫານລູກຫຼານ,ນີ້ບໍ່ແມ່ນເກີດຂຶ້ນເປັນຄັ້ງທໍາອິດແຕ່ມັນເຄີຍເກີດຂຶ້ນໃນທຸກໆປີຊຶ່ງເຮັດໃຫ້ຄົນລົ້ມຫາຍຕາຍຈາກ ແລະພິການຈໍານວນບໍ່ໜ້ອຍ, ດັ່ງທີ່ຮູ້ນໍາກັນແລ້ວວ່າປະຊາຊົນຢູ່ເມືອງນອງທຸກຍາກລໍາບາກ ແລະຂາດເຂີນຍ້ອນການເຂົ້າເຖິງພື້ນທີ່ຜະລິດກະສິກໍາ ແລະ ພັດທະນາຈໍາກັດເພາະມີລະເບີດຝັງດິນຈໍານວນຫຼາຍບາງຄອບຄົວກໍ່ເສຍພໍ່ແມ່ເສຍຍາດພີ່ນ້ອງ ແລະລູກຫຼານຍ້ອນໄປຂຸດດິນນາແລ້ວສັບຖືກລະເບີດແຕກໃສ່, ປະຈຸບັນລູກຫຼານ ແລະເດັກນ້ອຍຈໍານວນໜຶ່ງຍັງບໍ່ເຂົ້າໃຈຜົນຮ້າຍ ແລະຄວາມອັນຕະລາຍບາງຄົນຈັບໂບມບີ້ແກວ່ງຖິ້ມເຮັດໃຫ້ລະເບີດແຕກໃສ່ກໍມີໃນບາງຄັ້ງ. 

 ເມືອງນອງແມ່ນໜຶ່ງໃນຫຼາຍຕົວເມືອງທຸກຍາກໃນນັ້ນຍັງມີ 4.000 ກວ່າ ຄອບຄົວຍັງທຸກຍາກເພາະພື້ນທີ່ສ່ວນໃຫຍ່ຍັງມີຄວາມສ່ຽງສູງຈາກລະເບີດບໍ່ທັນແຕກໃນປາງສົງຄາມ.