ລັດເຫັນດີໃຫ້ໂຈະກິດຈະກຳຈຳນວນໜຶ່ງໃນບຸນປີໃໝ່ລາວ

 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໂດຍອີງໃສ່ການຕົກລົງ ແລະຊີ້ນຳຂອງກອງປະຊຸມລັດຖະບານສະໄໝສາມັນຄັ້ງວັນທີ 18 ມີນາ 2020 ໃຫ້ຮູ້ວ່າ: ເນື່ອງຈາກບຸນປີໃໝ່ປະຈຳຊາດເຮົາປີນີ້ແມ່ນກົງກັບວັນທີ 13,14,15 ແລະ 16 ເມສາ 2020, ສະນັ້ນເພື່ອຮັບປະກັນຄວາມຕໍ່ເນື່ອງຂອງວຽກງານຈຶ່ງເຫັນດີໃຫ້ກຳນົດເອົາວັນທີ 11 ເມສາ 2020 (ກົງກັບວັນເສົາ) ເປັນມື້ເຮັດວຽກທາງລັດຖະການເພື່ອທົດແທນການພັກວຽກໃນວັນທີ 17 ເມສາ 2020 (ກົງກັບວັນສຸກ). 

   ເຫັນດີໃຫ້ໂຈະການຈັດກິດຈະກຳຈຳນວນໜຶ່ງໃນການສະເຫຼີມສະຫຼອງບຸນປີໃໝ່ລາວເປັນຕົ້ນ: ການຈັດງານປະກວດນາງສັງຂານ, ການຈັດງານຕະຫຼາດນັດມວນຊົນ, ການຫົດນໍ້າຕາມຖະໜົນຫົນທາງ, ການຕົບພະຊາຍ, ການແຫ່ວໍ່ທີ່ເປັນຂະບວນມວນຊົນ ແລະອື່ນໆ ທີ່ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍເພາະຈະມີຄວາມສ່ຽງ ແລະມີຄວາມຫຍຸ້ງຍາກໃນການປ້ອງກັນການລະບາດຂອງພະຍາດອັກເສບປອດຈາດເຊື້ອຈຸຣະໂລກສາຍພັນໃໝ່ (COVID-19) ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ແມ່ນໃຫ້ຈັດສະເພາະກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີອັນດີງາມຂອງຊາດເຮົາທີ່ມີມາແຕ່ດຶກດຳບັນເທົ່ານັ້ນເປັນຕົ້ນ:ການບາສີສູ່ຂວັນພາຍໃນຄອບຄົວ ແລະ ການນຳເອົາພະລົງເພື່ອຫົດສົງ ແຕ່ການເຂົ້າຫົດສົງໃນແຕ່ລະວັດນັ້ນຕ້ອງຈຳກັດຄົນບໍ່ໃຫ້ແອອັດຫຼາຍໂດຍໃຫ້ເຂົ້າຫົດສົງເປັນຈຸ ແຕ່ລະຈຸບໍ່ໃຫ້ເກີນ 40 ຄົນ ໂດຍມີເຈົ້າ ໜ້າທີ່ຄວບຄຸມປະຈຳຢູ່ແຕ່ລະວັດການສະເຫຼີມສະຫຼອງປີໃໝ່ຕ້ອງບົນຈິດໃຈການຍົກສູງສະຕິປ້ອງກັນພເະຍາດລະບາດແລະປະຢັດມັດທະຍັດທີ່ສຸດ.

ສະໜັບສະໜູນໂດຍ: HONDA

  ມອບໃຫ້ກະຊວງອຸດສາຫະກຳ ແລະການຄ້າ, ກະຊວງກະສິກຳ ແລະປ່າໄມ້, ນະຄອນຫຼວງວຽງຈັນ ແລະບັນດາແຂວງໃນຂອບເຂດທົ່ວປະເທດເອົາໃຈໃສ່ຊີ້ນຳການຜະ ລິດສະບຽງອາຫານ, ການສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ລວມທັງການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນຫ້ອງຕະຫຼາດເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາກັກຕຸນສິນຄ້າ ແລະສະບຽງອາຫານ.