ປ່າຫີນ ແຫຼ່ງທ່ອງທ່ຽວທີ່ມີຄວາມສວຍງາມ

  ລາວເຮົາຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຫາກໍ່ຖືກຄົ້ນພົບ ແລະຍັງອີກຫຼາຍແຫ່ງຍັງບໍ່ທັນຖືກຄົ້ນພົບ, ແຂວງອຸດົມໄຊ ຕັ້ງຢູ່ທາງພາກເໝືອຂອງລາວຖືກປົກຄຸມໄປດ້ວຍສາຍພູ, ປ່າດົງພົງ ໄພ ແລະຫ້ວຍນໍ້າເຊ ອຸດົມໄຊໄດ້ ສ້າງເປັນເຂດທ່ອງທ່ຽວທຳມະຊາດ ແລະດຶງດູດນັກທ່ອງທ່ຽວ ຈຳນຫຼວງຫຼາຍມາທັດສະນາຈອນ ແລະທ່ຽວຊົມທັດສະນິຍະພາບທຳມະຊາດອັນສວຍງາມດັ່ງໃນຝັນ ແລະເຕັມໄປດ້ວຍສະເໜ່ໃນນໍ້າໃຈຮັກແພງແຂກຄົນຂອງຊາວບ້ານແຫ່ງນີ້.

 ສະຖານທີ່ແຫ່ງນີ້ແມ່ນອຸດົມສົມບູນໄປດ້ວຍທຳມະຊາດມີຄວາມ ສວຍງາມເປັນເອກະລັກສະເພາະທີ່ທຳມະຊາດສ້າງຂຶ້ນທີ່ຍັງຄົງຮັກສາຄວາມອຸດົມສົມບູນຂອງທຳມະຊາດໄວ້ເປັນຢ່າງດີເພາະມີລານ ຫີນທີ່ກວ້າງຂວາງເກີດຈາກການກັດເຊາະເນື້ອດິນ ແລະຫີນໃນສ່ວນທີ່ຈັບໂຕກັນຢ່າງເບົາບາງຫຼຸດອອກໄປຫຼາຍເດືອນຫຼາຍປີ ຈຶ່ງເຮັດໃຫ້ເກີດໂຂດຫີນທີ່ມີຮູບຮ່າງລັກສະນະແຕກຕ່າງກັນເບິ່ງແລ້ວມີຄວາມ ງົດງາມ ແລະໜ້າອັດສະຈັນ, ໃນ ປ່າຫີນປະກອບດ້ວຍຕົ້ນໄມ້ທີ່ແຕກຕ່າງກັນໄປຕາມສະພາບພື້ນທີ່ ແລະ ລະດັບຄວາມສູງ.

  ຖ້າຫາກພັດທະນາເຂດນີ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວພ້ອມທັງສ້າງສິ່ງອຳນວຍຄວາມສະດວກຕ່າງໆບໍ່ວ່າຈະເປັນສະຖານທີ່ຈອດລົດ, ເສັ້ນທາງເຂົ້າເຖິງ, ຮ້ານອາຫານ, ຫ້ອງນໍ້າ ແລະສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງ ກິດຈະກຳທີ່ສາມາດດຶງດູໃຫ້ຜູ້ຄົນເຂົ້າມາຮັບຮອງວ່າປ່າຫີນແຫ່ງນີ້ຈກາຍເປັນອີກສະຖານທີ່ໜຶ່ງທີ່ ສ້າງລາຍໄດ້ໃຫ້ກັບຂະແໜງການ ທ່ອງທ່ຽວ ແລະປະຊາຊົນບໍລິເວນ ນັ້ນ.

-------

ໂດຍ: ວົງມະນີ