ນໍ້າຕົກຕາດສະໝອງພາກ ຄວາມງົດງາມທີ່ທຳມະຊາດສ້າງຂຶ້ນ

  ມື້ນີ້ເຮົາໜີຮ້ອນໄປເພິ່ງເຢັນກັນດີກວ່າຫາກໃຜມີແຜນລົງໄປທາງພາກໃຕ້ບໍ່ວ່າຈະໄປທ່ຽວ ຫຼືໄປວຽກທາງລັດຖະການ ຫຼືສ່ວນຕົວກໍ່ຕາມຫາກໄດ້ກາຍມາທາງເມືອງສະໜາມໄຊ ໍ່ຢ່າລືມມາແວ່ຫຼິ້ນນໍ້າຕົກເຢັນໆ ນໍ້າຕົກຕາດສະໝອງພາກກັນກ່ອນຮັບຮອງວ່າທ່ານຈະສົດຊື່ນທັງກາຍໃຈໄດ້ແນ່ນອນ.

  ນໍ້າຕົກຕາດສະໝອງພາກເປັນສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງຂອງແຂວງອັດຕະປືທີ່ໄດ້ຮັບການພັດທະນາ ແລະເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດສາມາດເຂົ້າທ່ຽວຊົມ ແລະມີສິ່ງອຳນວຍຄວາມສະດວກໄວ້ຄອຍໃຫ້ບໍລິການສະຖານທີ່ດັ່ງກ່າວແມ່ນເປັນນໍ້າຕົກຕາດທີ່ຂຶ້ນກັບບ້ານຕຳມະຍອດເມືອງສະໜາມໄຊ ຫ່າງຈາກເທສະບານແຂວງປະມານ 54 ກິໂລແມັດ ເກີດຈາກຫ້ວຍສະໝອງໄຫຼຕົກໃສ່ເຊປຽນ, ມີຄວາມສູງປະມານ 10 ແມັດ ແລະ ກວ້າງປະມານ 30 ແມັດ ປະກອບດ້ວຍທັດສະນີຍະພາບທີ່ສວຍງາມຂອງນໍ້າຕົກຕາ ລະບໍລິເວນອ້ອມຂ້າງນໍ້າຕົກທີ່ສຳຄັນສະຖານທີ່ດັ່ງກ່າວຍັງປະກອບດ້ວຍສະຖານທີ່ພັກພ້ອມກັບກິດຈະກຳການຍາງປ່າ, ກິນເຂົ້າປ່າ ແລະການລົງອາບນໍ້າບໍລິເວນຕາດອີກດ້ວຍ.

ສະໜັບສະໜູນໂດຍ: HONDA

  ຕົກມາຮອດລະດູແລ້ງແລ້ວຖືວ່າເປັນໄລຍະລະດູການທ່ອງທ່ຽວທີ່ດີເພາະຝົນບໍ່ຕົກນໍ້າບໍ່ຫຼາຍທາງບໍ່ເປື້ອນອາກາດບໍ່ຮ້ອນຫຼາຍເໝາະແກ່ການໄປທ່ອງທ່ຽວແທ້ໆ.