ໃຊ້ລະບົບທັນສະໄໝຊ່ວຍຕິດຕາມພົນລະເມືອງເຂົ້າ-ອອກ

  ກົມຕຳຫຼວດກວດຄົນເຂົ້າ-ເມືອງ ເປີດນຳໃຊ້ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ APPS ແລະລະບົບບັນທຶກຂໍ້ມູນຜູ້ໂດຍສານ PNR ເປັນລະບົບໂປຣແກມຄອມ ພິວເຕີ້ທີ່ໃຫ້ໜ່ວຍງານໃຊ້ໃນການຄຸ້ມຄອງກວດກາຜູ້ໂດຍສານທີ່ເດີນທາງໆອາກາດໃນຖ້ຽວບິນສາກົນເຂົ້າ-ອອກເມືອງ ນອກນັ້ນຍັງຄຸ້ມຄອງວຽກງານບໍລິຫານໃຫ້ມີປະ ສິດຕິພາບດີຂຶ້ນ.

ທ່ານ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ສຳພາດວ່າ: ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ APPS ແລະລະບົບບັນທຶກຂໍ້ມູນຜູ້ໂດຍສານ PNR ເປັນລະບົບໂປຣແກມຄອມພິວເຕີ້ທີ່ທາງໜ່ວຍງານພາກລັດຈະໃຊ້ໃນການຄຸ້ມຄອງກວດກາຜູ້ໂດຍສານທີ່ເດີນທາງໆອາກາດໃນຖ້ຽວບິນສາກົນທີ່ເດີນທາງເຂົ້າ-ອອກ ຫຼືເດີນທາງຜ່ານ ສປປ ລາວ ປະຈຸບັນລະບົບດັ່ງກ່າວແມ່ນໄດ້ນຳໃຊ້ໃນຂັ້ນທົດລອງແລ້ວໂດຍເລີ່ມແຕ່ວັນທີ 1 ກຸມພາ 2020 ເປັນຕົ້ນມາຊຶ່ງແມ່ນກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ເປັນຜູ້ນຳໃຊ້ໂດຍຂໍ້ມູນແມ່ນຈະຖືກສົ່ງມາຈາກສາຍການບິນໃນເວລາທີ່ຜູ້ໂດຍສານແຈ້ງປີ້ໂດຍສານໃນຈຸດໃດກໍ່ຕາມຂໍ້ມູນຈະຖືກສົ່ງມາແບບອອນລາຍຊຶ່ງວ່າທາງພວກເຮົາເອງຈະໃຊ້ເວລາພຽງບໍ່ເທົ່າໃດວິນາທີເທົ່ານັ້ນໃນການກວດກາກໍ່ຈະແຈ້ງຕອບກັບໄປຍັງສາຍການບິນເພື່ອ ພິຈາ ລະນາອະນຸຍາດເບື້ອງຕົ້ນວ່າຈະໃຫ້ຜູ້ໂດຍສານທີ່ແຈ້ງປີ້ດັ່ງກ່າວເດີນທາງເຂົ້າ-ອອກ ສປປ ລາວ ຫຼືບໍ່ໂດຍສະເພາະໃນໄລຍະນີ້ທີ່ມີການລະບາດຂອງພະຍາດ COVID 19 ລະບົບໂປຣແກມນີ້ກໍ່ຈະສາມາດຊ່ວຍພວກເຮົາໃນການຄຸ້ມຄອງ ແລະລະບຸກຸ່ມບຸກຄົນຜູ້ທີ່ເດີນທາງກ່ຽວພັນກັບປະເທດທີ່ມີຄວາມສ່ຽງເລື່ອງການລະບາດຂອງພະ ຍາດໄດ້ພ້ອມກັນນັ້ນກໍ່ຍັງຊ່ວຍໃຫ້ເຈົ້າໜ້າທີ່ສາມາດລະບຸບຸກຄົນທີ່ມີຄວາມ ແລະຊ່ວຍການບໍລິຫານຄຸ້ມຄອງວຽກງານຂອງຕົນໃຫ້ມີປະສິດຕິພາບດີຂຶ້ນ.

ສະໜັບສະໜູນໂດຍ: HONDA

  ທ່ານ ສາຍສະໝິງ ສີວິໄລ ໄດ້ກ່າວຕື່ມອີກວ່າ: ລະບົບໂປຣແກມນີ້ແມ່ນໄດ້ຮັບການຮ່ວມມືກັນພັດທະນາສະໜັບສະໜູນໂດຍບໍລິສັດໂສມະພາອິນຟໍເມຊັນເຕັກໂນໂລຊີ (ລາວ) ຈໍາກັດຊຶ່ງແມ່ນບໍລິສັດໃນກຸ່ມບໍລິສັດໂສມະພາອິນຟໍເມຊັນເຕັກໂນໂລຊີມະຫາຊົນຈຳກັດໄດ້ຮ່ວມມືກັນກັບບໍລິສັດ SBLab 856 ໂດຍທັງສອງບໍລິສັດນີ້ເປັນຜູ້ມີປະສົບການໃນການຕິດຕັ້ງ ແລະນໍາໃຊ້ລະບົບດັ່ງກ່າວຢູ່ຕ່າງປະເທດມາແລ້ວເປັນຜູ້ສະໜອງລະບົບໃຫ້ທາງພາກລັດຂອງພວກເຮົາໂດຍທີ່ຜູ້ສະໜອງລະບົບຈະຮ່ວມກັບ ເຈົ້າໜ້າທີ່ຕຳຫຼວດກວດກາຄົນເຂົ້າອອກ-ເມືອງຈະປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ ໃນສູນປະຕິບັດງານທຸກໆມື້ເພື່ອເຮັດໃຫ້ລະບົບສາມາດເຮັດວຽກໄດ້ຕະຫຼອດເວລາ ແລະໃຫ້ມີຄວາມໜ້າເຊື່ອຖືສູງສຸດຕາມມາດຕະຖານຂອງສາກົນ.