ເອດີບີ ວິເຄາະ COVID-19 ກະທົບເສດຖະກິດປະເທດກຳລັງພັດທະນາໃນອາຊີ

   ອີງຕາມບົດວິເຄາະໃໝ່ຂອງທະນາຄານພັດທະນາອາຊີ (ADB) ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື COVID- 19 ທີ່ເກີດຂຶ້ນຈະມີຜົນກະທົບຕໍ່ກັບເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີຜ່ານຫຼາຍຊ່ອງທາງລວມທັງຄວາມຕ້ອງການບໍລິໂພກພາຍໃນທີ່ຫຼຸດລົງຢ່າງກະທັນຫັນ,ການທ່ອງທ່ຽວ ແລະການເດີນທາງເພື່ອທຸລະກິດຫຼຸດລົງ,ການເຊື່ອມໂຍງກັນລະຫວ່າງການຜະລິດກັບການຄ້າການສະໜອງບໍ່ປົກກະຕິ ແລະຜົນກະ ທົບທາງດ້ານສຸຂະພາບ.

 ຄວາມຮຸນແຮງຂອງຜົນເສຍຫາຍທາງເສດຖະກິດຈະຂຶ້ນກັບວ່່າການແຜ່ລະບາດຈະດຳເນີນໄປທາງໃດຊຶ່ງມັນຍັງບໍ່ມີຄວາມແນ່ນອນສູງສະຖານະການທີ່ໄດ້ນຳມາວິເຄາະແນະນຳວ່າຜົນກະທົບຄິດເປັນມູນຄ່າໃນທົ່ວໂລກຢູ່ໃນລະຫວ່າງ 77 ຕື້ໂດລາສະຫະລັດ ຫາ 347 ຕື້ໂດລາສະຫະລັດ ຫຼືກວມ 0,1% ຫາ 0,4% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງໂລກ.

  ໃນສະຖານະການລະດັບປານກາງ, ບ່ອນທີ່ມີການກຽມການ ແລະເກືອດຫ້າມກ່ອນໜ້າເຊັ່ນວ່າມີການຍົກເລີກການເດີນທາງເລີ່ມຜ່ອນຄາຍພາຍຫຼັງ 3 ເດືອນທີ່ມີ ການແຜ່ລະບາດທີ່ຮຸນແຮງ ແລະການເກືອດຫ້າມໄດ້ຮັບການບັງຄັບ ໃຊ້ໃນທ້າຍເດືອນມັງກອນທີ່ຜ່ານມາ ຜົນເສຍຫາຍທົ່ວໂລກຈະມີສູງເຖິງ 156 ຕື້ໂດລາສະຫະລັດ ຫຼືກວມ 0,2% ເປີຂອງ GDP ຂອງໂລກສາທາລະນະລັດປະຊາຊົນຈີນ ຫຼື ສປ ຈີນ ຈະກວມເອົາ 103 ຕື້ໂດລາສະຫະລັດ ຂອງຜົນເສຍຫາຍຂອງໂລກ ຫຼື ກວມ 0,8% ຂອງ GDP ຂອງປະເທດ.

  ທ່ານ ຢະຊຸຍຸກິ ສະວະດະ ຫົວໜ້ານັກ ເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າຍັງບໍ່ມີຄວາມແນ່ນອນຫຼາຍກ່ຽວກັບ COVID-19 ລວມທັງຜົນກະທົບຕໍ່ເສດຖະກິດຈາກການແຜ່ລະບາດດັ່ງກ່າວທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າມັນຮຽກຮ້ອງໃຫ້ນຳໃຊ້ຫຼາຍສະຖານະການເພື່ອໃຫ້ເຫັນພາບທີ່ຊັດເຈນຂຶ້ນຕື່ມຕໍ່ຜົນເສຍຫາຍທີ່ອາດຈະເກີດຂຶ້ນພວກເຮົາຫວັງວ່າບົດວິເຄາະດັ່ງກ່າວນີ້ສາມາດສະໜັບສະໜູນແກ່ບັນດາລັດຖະບານຂອງປະເທດຕ່່າງໆທີ່ພວກກຽມການຕອບໂຕ້ທີ່ຊັດເຈນ ແລະ ເດັດຂາດ ເພື່ອຫຼຸດຜ່ອນບັນດາຜົນກະທົບຕໍ່ຄົນ ແລະເສດຖະກິດຈາກການແຜ່ລະບາດນີ້”.

  ບົດວິເຄາະທີ່ມີຊື່ວ່າຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດຂອງ COVID-19 ຕໍ່ບັນດາປະເທດທີ່ກຳລັງພັດທະນາ (The Economic Impact ot the COVID-19 Outbreak on Developing Asia) ໄດ້ໃຫ້ເຫັນເຖິງລາຍລະອຽດກ່ຽວກັບສະຖານະການທີ່ໄດ້ຖືນຳມາພິຈາລະນາມັນຍັງໃຫ້ເຫັນ ຕື່ມອີກວ່າຜົນກະທົບທີ່ໄດ້ຄາດຄະເນໄວ້ກ່ຽວກັບເສດຖະກິດສະເພາະຂອງບັນດາປະເທດທີ່ກຳລັງພັດທະນາພ້ອມທັງບັນດາຂະແໜງການຕ່າງໆພາຍໃນເສດຖະກິດຂອງບັນດາປະເທດເຫຼົ່ານັ້ນລວມທັງພາຍໃຕ້ສະຖານະການສົມມຸດຕິຖານໃນກໍລະນີຮ້າຍແຮງສຳລັບເສດຖະກິດໃນສະຖາການມີການແຜ່ລະບາດທີ່ເຫັນໄດ້ຢ່າງຊັດເຈນສິ່ງດັ່ງກ່າວນີ້ບໍ່ຄວນຕີຄວາມວ່າເປັນການຄາດຄະເນວ່າການແຜ່ລະບາດຈະເກີດຂຶ້ນແຕ່ມີຄວາມໝາຍເພື່ອສະໜອງຄຳແນະນຳໃຫ້ແກ່ລັດຖະບານຂອງບັນດາປະເທດໃນຂະນະທີ່ພວກເຂົາພິຈາລະນາເຖິງວິທີການຕອບໂຕ້ທີ່ເໝາະສົມ.

ສະໜັບສະໜູນໂດຍ: HONDA

  ການຕອບໂຕ້ຂອງ ADB ຕໍ່ກັບ COVID-19 ມາຮອດປະຈຸບັນລວມມີທຶນສະໜັບສະໜູນ 2 ລ້ານໂດລາສະຫະລັດທີ່ໄດ້ປະກາດໄປໃນວັນທີ 7 ກຸມພາທີ່ຜ່ານມາ ເພື່ອເພີ່ມທະວີການກວດພົົບ, ການປ້ອງກັນ, ການຕອບໂຕ້ໃນ ສປ ຈີນ ແລະໃນບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ອີກ 2 ລ້ານໂດລາສະຫະລັດທີ່ໄດ້ ປະກາດໃນວັນທີ 26 ກຸມພາ ເພື່ອສະໜັບສະໜູນການຕອບໂຕ້ໃນບັນດາປະເທດສະມາຊິກທີ່ກຳລັງພັດທະນາທັງໝົດ ແລະ ທຶນກູ້ຢືມພາກເອກະຊົນມູນຄ່່າ 130 ລ້ານຢວນ(18,6 ລ້ານໂດລາສະຫະລັດ) ທີ່ໄດ້ຮັບການລົງນາມໃນວັນທີ 25 ກຸມພາ ໃຫ້ກັບເມືອງອູຮັ້ນຜ່ານກຸ່ມບໍລິສັດ PRC-based pharmaceutical distributor Jointown Pharmaceutical Group Co. Ltd ເພື່ອສະໜອງຢາ ແລະອຸປະກອນເຄື່ອງມືປ້ອງກັນໂຕເອງທີ່ຈຳເປັນໄດ້ຢ່າງຕໍ່ເນື່ອງ.

  ADB ພ້ອມທີ່ຈະສະໜອງການສະໜັບສະໜູນໃຫ້ແກ່ບັນດາປະເທດສະມາຊິກທີ່ກໍາລັງພັດທະນາຂອງຕົນໃຫ້ແກ່ຄວາມພະຍາຍາມໃນການຕອບໂຕ້ຜົນກະທົບທາງລົບຈາກ COVID-19 ADB ຈະນໍາໃຊ້ທຸກວິທີທີ່ເໝາະສົມເພື່ອແກ້ໄຂຄວາມຈຳເປັນທີ່ໄດ້ຮັບການລະບຸລວມທັງຜ່ານການຊ່ວຍເຫຼືອທາງການເງິນຕາມຮູບແບບທີ່ໃຊ້ຢູ່ ແລະ ຮູບແບບໃໝ່, ການໃຫ້ກູ້ແບບຊ່ວຍເຫຼືອສຸກເສີນ, ການໃຫ້ກູ້ອີງຕາມນະໂຍບາຍ, ການລົງທຶນພາກເອກະຊົນ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ແລະ ການສະໜອງຄວາມຮູ້.

  ADB ມຸ້ງໝັ້ນເພື່ອບັນລຸໃຫ້ພາກພື້ນອາຊີນ ແລະປາຊິຟິກຈະເລີນຮຸ່ງເຮືອງ, ທົ່ວເຖິງພ້ອມຮັບກັບການປ່ຽນແປງ ແລະຍືນຍົງພ້ອມທັງຮັກສາໄວ້ຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກ ADB ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1966 ຊຶ່ງມີ 68 ປະເທດສະມາຊິກເປັນເຈົ້າຂອງໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.