ອິນເດຍຈະແຈກເງິນໃຫ້ຊາວກະສິກອນ-ຫຼຸດພາສີ

ທ່ານ ໂມດີ ນາຍົກລັດຖະມົນຕີຂອງອິນເດຍຫວັງວ່າການປົດໜີ້ໃຫ້້ຊາວກະສິກອນ ລວມທັງການໃຊ້ມາດຕະການໄລຍະຍາວໃນການຊ່ວຍເຫຼືອຊາວກະສິກອນຈະຊ່ວຍກອບກູ້ຄະແນນສຽງຂອງ ລັດຖະບານ.

ຕາມຂ່າວຕ່າງປະເທດລາຍງານວ່າ ລັດຖະບານອິນເດຍຖະ ແຫຼ່ງງົບປະມານລາຍຈ່າຍຊົ່ວຄາວປະຈຳປີ 2019-2020 ໂດຍຕັ້ງ ບ້ວງເງິນ 7,4 ຮ້ອຍຕື້ຣູປີ (10,56 ຕື້ໂດລາສະຫະລັດ) ເພື່ອຊ່ວຍເຫຼືອຊາວກະສິກອນ ແລະ ຫຼຸດພາສີສຳລັບຊົນຊັ້ນກາງຊຶ່ງລັດຖະບານຫວັງວ່າການໃຊ້ງົບປະມານດັ່ງກ່າວຈະຊ່ວຍໃຫ້ລັດຖະບານຊະນະການເລືອກຕັ້ງທີ່ຈະມີຂຶ້ນໃນເດືອນພຶດສະພານີ້, ໂດຍລັດຖະບານປະກາດວ່າຈະແຈກເງິນ 6.000 ຣູປີໃຫ້ກັບຊາວກະສິກອນ ແຕ່ລະຄົນທີ່ມີຄວາມເປັນຢູ່ທີ່ທຸກຍາກຈຳນວນທັງໝົດ 120 ລ້ານ ຄົນໃນອິນເດຍລວມທັງຈະມີ ການຈັດສັນງົບປະມານສຳລັບການສ້າງວຽກເຮັດ ແລະພັດທະ ນາຊົນນະບົດເຊັ່ນ: ການສ້າງຖະໜົນ ແລະ ທີ່ຢູ່ອາໄສຂອງຄົນທີ່ທຸກຍາກພ້ອມທັງຈະຫຼຸດພາສີສຳລັບຊົນຊັ້ນກາງ.

ຊາວກະສິກອນອິນເດຍຈຳນວນຫຼາຍເດືອດຮ້ອນຈາກຜົນຜະລິດລາຄາຕົກຕໍ່າ, ມີໜີ້ຫຼວງຫຼາຍ ແລະສະພາບດິນຟ້າອາກາດປ່ຽນແປງ ຊຶ່ງບັນຫາໜີ້ ແລະບັນຫາຄົນວ່າງວຽກສູງກຳລັງເປັນປັດໄຈສຳຄັນທີ່ຈະຊີ້ຊະຕາຂອງ ທ່ານ ໂມດີ ວ່າຈະໄດ້ຮັບເລືອກຕັ້ງອີກສະໄໝຫຼື ບໍ່.