ແຂວງວຽງຈັນມີຜູ້ເສຍຊີວິດຍ້ອນອຸບັດເຫດເກືອບ 100 ຄົນ

  ໃນສັງຄົມປະຈຸບັນບັນຫາອຸບັດຕິເຫດຍັງສ້າງຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນຢ່າງມະຫາສານອັນເນື່ອງມາຈາກຜູ້ນຳໃຊ້ລົດໃຊ້ຖະໜົນປະຕິບັດຕາມກົດລະ ບຽບຈະລາຈອນບໍ່ທັນໄດ້ດີເທົ່າທີ່ຄວນເປັນຕົ້ນຂັບຂີ່ລົດດ້ວຍຄວາມປະມາດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດດ້ວຍຄວາມໄວສູງ, ປ່ຽນທິດທາງເດີນໂດຍກະທັນຫັນ, ບໍ່ຮັກສາໄລຍະທາງ, ແຊງບໍ່ຮັບປະກັນ ແລະສາເຫດອື່ນໆອີກ.

  ທ່ານ ພັທ ສຸດສົມໃຈ ເພັດລາສີ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນຫ້ອງຕຳຫຼວດ ປກສ ແຂວງວຽງຈັນກ່າວວ່າ: ເພື່ອຫຼີກລ້ຽງບັນຫາອຸປະຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນຫຼວງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວນັ້ນໃນປີ 2019 ຜ່ານມາ ທາງເຈົ້າໜ້າທີ່ຕຳຫຼວດພະແນກຈະລາຈອນ ປກສ ແຂວງວຽງຈັນໄດ້ລົງເຄື່ອນ ໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະກົດໝາຍການສັນຈອນຢູ່ຕາມໂຮງຮຽນ,ສຳນັກງານ,ອົງການ,ຊຸມຊົນຕ່າງໆໄດ້ 59 ຄັ້ງມີຜູ້ເຂົ້າຮ່ວມຮັບຟັງ 11,5 ພັນຄົນຍິງ 4,9 ພັນຄົນ ແຕ່ບໍ່ທັນທົ່ວເຖິງກັບຄວາມຮຽກຮ້ອງຕ້ອງການເທື່ອຄວາມເປັນຈິງແລ້ວສະພາບອຸບັດເຫດທີ່ເກີດຂຶ້ນຢູ່ຕາມເສັ້ນທາງຕ່າງໆພາຍໃນແຂວງວຽງຈັນກໍ່ຍັງມີລັກສະນະທ່າອ່ຽງເພີ່ມຂຶ້ນ.

   ໃນປີ 2019 ຜ່ານມາ ນີ້ມີຄະດີອຸບັດເຫດເກີດຂຶ້ນຈຳນວນ 773 ຄັ້ງ: ມີຜູ້ປະສົບອຸບັດເຫດທັງໝົດ 1,2 ພັນຄົນ, ຍິງ 386 ຄົນ, ມີຄົນໄດ້ຮັບບາດເຈັບເລັກ ນ້ອຍ 617 ຄົນ, ຍິງ 222 ຄົນ, ບາດເຈັບສົມຄວນ 413 ຄົນ, ຍິງ 113 ຄົນ, ບາດເຈັບສາຫັດ 123 ຄົນ, ຍິງ 21 ຄົນ, ເສຍຊີວິດ99 ຄົນ, ຍິງ 30 ຄົນ, ມີພາຫະນະເປ່ເພທັງໝົດ 1,6 ພັນຄັນ, ເປ່ເພເລັກນ້ອຍ 1,03 ພັນຄັນ, ເປ່ເພສົມຄວນ 613 ຄັນ, ໃຊ້ການບໍ່ໄດ້ 14 ຄັນມູນຄ່າ ເສຍຫາຍທັງໝົດ 8,92 ຕື້ກີບ ຄະດີດັ່ງ ກ່າວແກ້ໄຂຂັ້ນພື້ນຖານມີ 264 ລາຍ, ແກ້ໄຂຂັ້ນເຈົ້າໜ້າທີ່ 429 ລາຍ, ສົ່ງອົງ ການໄອຍະການປະຊາຊົນແຂວງ 46 ລາຍ.

  ສາເຫດຂອງການເກີດອຸບັດເຫດໃນແຕ່ລະຄັ້ງສ່ວນໃຫຍ່ແມ່ນເກີດມາຈາກຄວາມປະໝາດຂອງນັກຂັບຂີ່ເປັນຕົ້ນດື່ມສິ່ງມືນເມົາແລ້ວຂັບຂີ່່, ຂັບລົດດ້ວຍຄວາມໄວສູງ, ປ່ຽນທິດທາງເດີນແບບກະທັນຫັນ, ແຊງບໍ່ຮັບປະກັນ; ບໍ່ປ່ອຍສິດ; ເຕັກນິກລົດບໍ່ຮັບປະກັນ ແລະເກີດຈາກສາເຫດອື່່ນໆອີກຖ້າທຽບໃສ່ອຸບັດເຫດປີ 2018 ເຫັນວ່າເພີ່ມຂຶ້ນ 379 ລາຍ,ຜູ້ປະສົບເຄາະຮ້າຍຈາກອຸບັດເຫດເພີ່ມຂຶ້ນ 589 ຄົນ,ເສຍຊີວິດເພີ່ມຂຶ້ນ 48 ຄົນ,ພາຫະນະເປ່ເພເພີ່ມຂຶ້ນ 973 ຄັນ,ມູນຄ່າເສຍຫາຍເພີ່ມຂຶ້ນ 4,21 ຕື້ກີບ.

________________

ຂຽນໂດຍ: ກົງສະເດັດ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511