ໂຄງການຮ່ວມໃຈສາຍໄຍໂລມາຄຳເລັ່ງໜ້າວຽກຊ່ວຍຜູ້ທຸກຍາກເມືອງນອງ

 ວັນທີ 6 ມີນາ 2020 ໂຄງການຮ່ວມໃຈສາຍໄຍໂລມາຄຳໄດ້ລົງຕິດຕາມກວດກາຄວາມຄືບໜ້າຕໍ່ກັບວຽກງານທີ່ກຳລັງປະຕິບັດຢູ່ຄືການສ້າງຝາຍນໍ້າລົ້ນຢູ່ບ້ານປະແນະເມືອງນອງ ແຂວງສະຫວັນນະເຂດ ໃນການລົງຕິດຕາມກວດກາຄັ້ງນີ້ມີທ່ານ ນີວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງທີ່ດິນ, ທ່ານ ສຸກສາຄອນ ໂພທິລາດ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ຂຽວງາມ ນວນນະລາດ ຄະນະປະຈຳພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະເຈົ້າຂອງໂຄງການຄື: ທ່ານ ເກຍ ອູ໋ສິດທິເດດນັກ ພັດ ທະນາດີເດັ່ນຂອງແຂວງສະຫວັນນະເຂດເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳ ແລະທ່ານ ສາຍສະໝອນ ກວານເມືອງຈັນ ອຳນວຍກາຍສະຖາບັນສາຍໄຍຈຸລະ ພາກພ້ອມດ້ວຍທີມງານ ແລະພາກສ່ວນກ່ຽວຂ້ອງຮ່ວມຕິດຕາມ.

  ໂຄງການຮ່ວມໃຈສາຍໄຍໂລມາຄຳເປັນໂຄງການທີ່ເຂົ້າເຖິງເຮັດແທ້ທຳຈິງຕໍ່ການຊ່ວຍເຫຼືອພໍ່ແມ່ປະຊາຊົນໂດຍທີ່ບໍ່ຫວັງຜົນກຳໄລແຕ່ເນັ້ນໃສ່ທຸກຂັ້ນຕອນໃນການປະຕິ ບັດໂຄງການເພື່ອໃຫ້ໄດ້ຮັບໜາກຜົນ ແລະມີຄຸນນະພາບເປັນໂຄງການໄລຍະ1 ປີເທົ່ານັ້ນສະນັ້ນທຸກຂັ້ນຕອນໃນການປະຕິບັດຕ້ອງເຮັດໄວ ແລະເຫັນຜົນໄວໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2020 ມາຮອດປະຈຸບັນເປັນໄລຍະ 2 ເດືອນກວ່າ ໂດຍຂອງທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າກ້ອນໂລມາຄຳ ແລະທ່ານ ສາຍສະໜອນ ກວານເມືອງຈັນ ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໄຍສຳພັນແຂວງສະ ຫວັນນະເຂດທີ່ໄດ້ນຳໃຊ້ທຶນຮອນສ່ວນຕົວຂອງທ່ານເອງຜູ້ລະ 500 ລ້ານກີບ ເຂົ້າໃນການຊ່ວຍເຫຼືອຊຸກຍູ້ສົ່ງເສີມໃນການມີສ່ວນຮ່ວມລຶບລ້າງຄວາມທຸກຍາກຂອງປະຊາ ຊົນ 3 ບ້ານ ທີ່ຂຶ້ນກັບຈຸດສຸມຕັງອາໄລ-ລະແບງ ຄື: ບ້ານປະແນະ, ບ້ານຕາຢົງ ແລະບ້ານລະໄກ໋ ເມືອງນອງ ແຂວງສະຫວັນນະເຂດ ໃນນັ້ນທາງໂຄງການໄດ້ສະໜອງສິ່ງທີ່ຈຳເປັນໃຫ້ແກ່ປະຊາຊົນໂດຍສະເພາະແມ່ນແຫຼ່ງນໍ້າຄື: ສ້າງຝາຍນໍ້າລົ້ນຢູ່ບ້ານປະແນະເພື່ອໃຫ້ເຂົາເຈົ້າຊົມໃຊ້ ແລະທຳການຜະລິດ ປູກຝັງ-ລ້ຽງສັດ ແລະເພື່ອໃຫ້ເກີດວົງຈອນຄວາມອຸດົມສົມບູນຂອງລະບົບນີເວດຊີວະນາໆພັນນອກນັ້ນກໍ່ໄດ້ເຈາະນໍ້າບາດານໃຫ້ປະຊາຊົນບ້ານເປົ້າໝາຍ ແລະບ້ານນອກເປົ້າໝາຍທັງໝົດ 10 ໜ່ວຍ ປັດຈຸບັນທາງໂຄງການໄດ້ສືບຕໍ່ສຳຫຼວດແຫຼ່ງນໍ້າທີ່ຈະສ້າງຝາຍນໍ້າລົ້ນຢູ່ເຂດບ້ານຕາຢົງ.

ສະໜັບສະໜູນໂດຍ: HONDA

   ນອກຈາກລົງຕິດຕາມກວດກາຕົວຈິງຍັງມີການຈັດກອງປະຊຸມປຶກສາຫາລືປະກອບຄຳຄິດຄຳເຫັນໃນຫຼາຍບັນຫາເປັນຕົ້ນ: ທາງໂຄງການໄດ້ສະເໜີໃຫ້ການຈັດຕັ້ງຂອງເມືອງແກ້ໄຂຈັດສັນເນື້ອທີ່ດິນຂອງປະຊາຊົນທີ່ຈະທຳການຜະລິດ ໃນ 2 ບ້ານຄື: ບ້ານປະແນະ ແລະບ້ານຕາຢົງ ໂດຍໄວເພື່ອໃຫ້ທ່ວງທັນຕໍ່ກັບລະດູການຜະລິດ, ຮຽກຮ້ອງໃຫ້ມີວິຊາການພາກສ່ວນກ່ຽວຂ້ອງຮ່ວມຕິດຕາມນຳໂຄງການໂດຍສະເພາະແມ່ນຫ້ອງການກະສິກຳ ແລະປ່າໄມ້, ສຶກສາ, ສາທາ, ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງທັງນີ້ກໍເພື່ອເຮັດໃຫ້ໂຄງການດຳເນີນໄປຖືກລະບຽບຫຼັກການ ແລະເກີດຜົນປະໂຫຍດສູງສຸດຕໍ່ກັບພໍ່ແມ່ປະຊາຊົນຈາກນັ້ນທາງຄະນະຊີ້ນຳໂຄງ ການກໍໄດ້ຮັບເອົາຄຳສະເໜີທີທາງໂຄງການຮ່ວມໃຈສາຍໄຍໂລມາຄຳສະເໜີເພື່ອນຳໄປພິຈາລະນາ ແລະແກ້ໄຂໂດຍດ່ວນ.

____________

#ຂຽນໂດຍນັກຂ່າວເມືອງນອງ    
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511