ແຫຼ່ງທ່ອງທ່ຽວແກ້ງກາງກຳລັງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ

  ສະຖານທີ່ທ່ອງທ່ຽວແກ້ງ ກາງເປັນສະຖານທີ່ໆມີຄວາມໂດດເດັ່ນ ແລະສວຍສົດງົດງາມທາງ ດ້ານທິວທັດທຳມະຊາດປ່າໄມ້ອັນຂຽວງາມອຸ່ມທຸ່ມເຮັດໃຫ້ອາກາດ ເຂດນີ້ມີຄວາມສົດຊື່ນແຈ່ມໃສດີ ຈຶ່ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

 ທ່ານ ໄພວັນ ສິງທະນູສອນ ຫົວໜ້າແຫຼ່ງທ່ອງທ່ຽວແກ້ງກາງ ໄດ້ໃຫ້ຮູ້ວ່າ:ຍ້ອນຕົນເອງມີຄວາມມັກຮັກທຳມະຊາດ, ຢາກຢູ່ກັບຄວາມງາມຂອງທຳມະຊາດດັ່ງນັ້ນຈຶ່ງ ໄດ້ຈັດສະຖານທີ່ນີ້ເປັນບ່ອນທ່ອງ ທ່ຽວ ໂດຍມີການຕົບແຕ່ງບ່ອນ ພັກເຊົາຂອງຜູ້ທີ່ມາທ່ຽວຊົມເພື່ອໃຫ້ເປັນບ່ອນທ່ຽວຊົມ ຊຶ່ງໄດ້ສ້າງເປັນບ່ອນທ່ອງທ່ຽວໄດ້ 2 ປີແລ້ວ ແລະສະຖານທີ່ທ່ອງທ່ຽວແກ້ງກາງ ນີ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ສວຍງາມເປັນແກ້ງທີ່ໃຫຍ່ ເຕັມໄປດ້ວຍກ້ອນຫີນທີ່ສວຍງາມ, ກ້ອນຫີນມີລັກສະນະແຕກຕ່າງກັນ ຢັ່ງຢາຍກັນຕາມສາຍນໍ້າເຊໂດນ, ສຳລັບແຫຼ່ງທ່ອງທ່ຽວແກ້ງກາງ ແມ່ນຕັ້ງຢູ່ບ້ານປາກຊອນ ເມືອງ ຊະນະສົມບູນ ແຂວງຈຳປາສັກ ຫ່າງຈາກຄິວລົດຫຼັກ 8 ເໜືອ 2 ກິໂລແມັດ ແລະເທສະບານແຂວງ 10 ກິໂລແມັດ ເດີນທາງດ້ວຍລົດ.

ສຳລັບທ່ານໃດ ຫຼື ບັນດານັກ ທ່ອງທ່ຽວໄດ້ກາຍໄປກາຍມາທາງ ເມືອງຊະນະສົມບູນ ກໍ່ຢ່າລືມແວ່ ໄປທ່ຽວຊົມທຳມະຊາດ ແລະພັກຜ່ອນກັບບັນຍາກາດເຢັນໆເພື່ອຄວາມເບີກບານທາງດ້ານກາຍ ແລະຈິດໃຈຮັບຮອງວ່າທ່ານຈະບໍ່ຜິດຫວັງທີ່ໄດ້ໄປສຳພັດກັບບັນຍາ ກາດຂອງແກ້ງກາງ ບ້ານປາກຊອນແຫ່ງນີ້.

 -----

ໜັງສືພິມເສດຖະກິດ-ສັງຄົມ